ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

“ຄອຍ II” - LZone (ວີດີໂອ)


LZone
LZone

ທ່ານແຟນເພງທັງຫຼາຍໃນລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່ຄືນມື້ນີ້ ວັນນະສອນຈະຈັດເພງໃຫ້ຕາມຄໍາຂໍ ທີ່ຫຼາຍທ່ານຂຽນເຂົ້າມາຂໍຟັງ ຂໍເຊີນເຂົ້າສູ່ ລາຍການໄດ້ເລີຍ.

ສະບາຍດີ​ແລະ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ສໍາ​ຫຼັບ​ວັນ​ອາທິດ​ທ້າຍ​ເດືອນ​ສິງ​ຫາ​ນີ້.​ ອາທິດ​ນີ້, ເຖິງ​ແມ່ນ​ວ່າ ພະຍາກອນ​ອາກາດ
ຈະ​ບອກ​ວ່າ ຈະ​ມີ​ລົມ​ພະຍຸພັດ​ຜ່ານ​ເຂົ້າ​ມາ​ຈາກ​ທາງ​ລັດ North Carolina ກໍ່ຕາມ
ແຕ່​ເອື້ອຍ​ວັນນະ​ສອນ​ກໍ​ບໍ່​ຫວັນ​ໄຫວ ຕັ້ງ​ໃຈ​ມາ​ຈັດ​ເພງ​ໃຫ້​ທ່ານ​ຜູ້​ຟັງ​ໄດ້ຟັງ​ກັນ.​ ​
ເພງ "ຄອຍ II" ນັກ​ຮ້ອງ​ສາວ​ສຽງ​ໃສ​ຈາກ ວົງ LZone ນີ້ ຈັດ​ໃຫ້ນ້ອງ ​ເວີນ​ສອນ
ນັກ​ສຶກສາ​ຈາກ​ລາວ​ທີ່ ຟິລິບ​ປິນ ທີ່​ຂຽນ​ບອກ​ມາ​ວ່າ ຂໍມອບ​ເພງ​ນີ້​ເພື່ອ​ເປັນ​ກໍາລັງ​ໃຈ​
ໃຫ້​ຜູ້​ທີ່​ກໍາລັງ​ລໍຄອຍຖ້າຢ່າງ​ມີ​ຄວາມ​ຫວັງ ​ເອົາຟັງ​ແລ້ວ ກໍ​ຂໍ​ໃຫ້​ສົມ​ຫວັງ​ທຸກ​ສິ່ງ​ທຸກ
ປະການ ສົມ​ກັບ​ຄໍາ​ລໍຄອຍ.

ເພງ: "ຄອຍ II" ​ໂດຍ LZone

ຟັງ​ເພງ​ຫວານໆ "ຄອຍ II" ຂອງ LZone ໄປ​ແລ້ວ ຄົງເຮັດ​ໃຫ້ນ້ອງ​ເວີນ​ສອນ ຂຽນ
ເຂົ້າ​ມາ​ຫາ​ທາງ​ລາຍການ​ອີກ. ໃນ​ຊ່ວງ​ນີ້, ຫຼາຍໆ​ທ່ານ​ໄດ້​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພງ ​ແຕ່​ກໍ
ບໍ່​ຕ້ອງນ້ອຍ​ໃຈ ວັນນະສອນຈະ​ຄ່ອຍ​ທະຍອຍ​ຈັດ​ໃຫ້. ຈິງໆ​ແລ້ວ​ຢາກ​ຈະ​ຈັດ​ໃຫ້​ຟັງເປັນ
ຊົ່ວ​ໂມງໄປເລີ​ຍ ​ແຕ່ເອື້ອຍວ່າ ຢ່າດີກ​ວ່າ ຈັກໜ້ອຍ​ຈະ​ເບື່ອ​ກັນ​ກ່ອນ.

ເອົາ ມາ​ຕອບ ​ຈມ ຂອງ​ນ້ອງນ້ອຍ ຈາກລາວ ທີ່​ຂຽນ​ຂໍ້ຄວາມ​ໄວ້​ໃນ VOA's website
ວ່າ ປະຈຸ​ບັນ​ນີ້ສຶກສາ​ທີ່​ປະ​ເທດ​ໄທ ຂໍ​ຟັງ​ເພງ​ເພາະ​ຄິດ​ຮອດ​ບ້ານ​ຫຼາຍໆ​ວ່າ​ຊັ້ນ.​ ນ້ອງ
ນ້ອຍຢາກ​ໃຫ້ບັນດາສິນລະປິນ, ນັກ​ແຕ່ງ​ເພງ​ທັງຫຼາຍ​ໄດ້​ແຕ່ງ​ເພງ ທີ່ກ່ຽວຂ້ອງກັບການ
ປົກຄອງ ການ​ຍຶດອໍານາດ ຜະ​ເດັດ​ການ ປົກຄອງ​ແບບ​ຝ່າຍ​ດຽວຕ່າງ​ໆນາໆ ​ເອື້ອຍວ່າ
ຖ້າ​ມີ​ເພງ​ແນວ​ນີ້​ເມື່ອ​ໃດແລ້ວ ຈະ​ບອກ​ໃຫ້​ຊາບ.

ບຸນ​ເກີດ ໜູ​ຫ່ວງ
ບຸນ​ເກີດ ໜູ​ຫ່ວງ

ແຕ່​ຕອນ​ນີ້ກໍ​ຂໍ​ໃຫ້​ນ້ອງ​ຟັງ​ເພງ​"ຫຼວງ​ພະ
ບາງແດນ​ງາມ"
ນີ້​ໄປ​ກ່ອນ ທີ່​ຂໍ​ຟັງ​ມາ​
ຈາກ​ນ້ອງ ສີ​ຈະ​ເລີ​ນທີ່​ຂຽນ​ເຂົ້າ​ມາ​ເພື່ອ
ມອບເພງ​ນີ້ ​ໃຫ້ອ້າຍທີ່​ກາ​ນາ​ດາ ​ແມ່ທີ່​
ສາລະ​ວັນ ​ແລະພໍ່​ເຖົ້າ​ແມ່ເຖົ້າທີ່​ຫຼວງ​ພະ
ບາງ ​ແລະ​ພິ​ເສດ​ສຸດກັບເອື້ອຍ​ວັນນະ
ສອນ ພ້ອມ​ທັງ​ທີ​ມງານ​ VOA ວ່າ​ຊັ້ນ
ເອົາ​ມັນ​ຊ່າງ​ປະຈວບ​ເໝາະພໍດີນ້ອງ
ເມ໊ກ ຮຸ່ງ​ສະຫວ່າງ ຈາກ San Diego
ລັດ California ກໍຂໍຟັງເພງ "ຫຼວງພະ
ບາງແດນງາມນີ້"
ຄືກັນ ຈັດໃຫ້ອ້າຍ
ແລະເອື້ອຍທີ່ Montreal, ປະເທດ
Canada ໂດບຜ່ານລາຍການສຽງ
ເພງຈາກແດນໄກຂອງ VOA ວ່າຊັ້ນ.
ວັນນະສອນຂໍມອບເພງ"ຫຼວງພະບາງ
ແດນງາມ"
ຂອງ ບຸນເກີດ ໜູຫ່ວງ ນີ້ ໃຫ້ຟັງພ້ອມໆກັນເລີຍ.

ເພງ: "ຫຼວງ​ພະ​ບາງ​ແດນ​ງາມ" ໂດຍ ບຸນ​ເກີດ ໜູ​ຫ່ວງ

ກ. ວິເສດ
ກ. ວິເສດ

ສ່ວນເພງ "ໄຕດໍາລໍາພັນ" ຂອງອ້າຍ
ກ. ສິເສດ
ນີ້ ຂໍມອບໃຫ້ ນ້ອງຄໍາມ່ວນ
ຫອມມະນີລຸນ ເຮັດວຽກຢູ່ອົງການສະພາ
ກາແດງ ສາຂາຫຼວງນໍ້າທາ​ ຂຽນບອກມາ
ວ່າຕິດຕາມຮັບຟັງລາຍການແລະຟັງເພງ
ທາງອິນເຕີເນັຕ ມາໂດຍຕະຫຼອດ ຈຶ່ງຂໍ
ຟັງເພງ "ໄຕດໍາລໍາພັນ" ຟັງຮ່ວມກັບ
ຊາວລາວ-ອາເມຣິກັນ ທຸກໆທ່ານ
ແລະແນ່ນອນ​ເອື້ອຍວັນນະສອນ​ແລະ
ເອື້ອຍກໍຈະຟັງໄປຍິ້ມໄປຕະຫຼອດລາຍການເລີຍ. ຂໍໃຫ້ທຸກໆ​ທ່ານມີຄວາມສຸກແລະກໍຢ່າ
ລືມກັບມາພົບກັບສຽງເພງມ່ວນໆໃນລາຍການສຽງເພງຈາກແດນໄກ ໄດ້ອີກໃໝ່ໃນທຸກໆ
ຄໍ່າຄືນຂອງວັນອາທິດ​ ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

ເພງ: "ໄຕດໍາລໍາພັນ" ໂດຍ ກ. ສິ​ເສດ

XS
SM
MD
LG