ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

VOA ຂໍສົ່ງຄວາມສຸກ ແລະຄໍາອວຍພອນ ແກ່ທ່ານຜູ້ຟັງທຸກໆທ່ານ


ໂຄມໄຟປະດັບປະດາອັນງົດງາມທີ່ເຮັດດ້ວຍມືໃນຄໍ່າຄືນວັນປິໃໝ່ທີ່ຫຼວງພະບາງ
ໂຄມໄຟປະດັບປະດາອັນງົດງາມທີ່ເຮັດດ້ວຍມືໃນຄໍ່າຄືນວັນປິໃໝ່ທີ່ຫຼວງພະບາງ

ຄໍ່າຄືນວັນທີ່ 30 ​ເດືອນ​ທັນວາ ສອງວັນກ່ອນເຖິງວັນປີໃໝ່ 2011 ນີ້ ທາງລາຍການ ຊີວິດ​ຊາວລາວໃນຕ່າງແດນຂອງ VOA ຂໍສົ່ງຄວາມສຸກໃຫ້ທ່ານຜູ້ຟັງທັງຫຼາຍ ໂດຍການນໍາເອົາພອນຕ່າງໆຂອງຊາວລາວຢູ່ໃນທົ່ວໂລກ ເພື່ອອວຍພອນແລະມອບ ຄວາມສຸກໃຫ້ແກ່ທຸກໆທ່ານທີຕິດຕາມຮັບຟັງວິທະຍຸ VOA ແລະວ່າ ຈະມີຜູ້ໃດແດ່ນັ້ນ ຂໍເຊີນເຂົ້າສູ່ລາຍການແລະພົບກັບວັນນະສອນໄດ້ໃນອັນດັບຕໍ່ໄປ.

ຂໍກ່າວຄໍາວ່າ “ສະບາຍປີໃໝ່” ລ່ວງໜ້າ ເພາະວ່າຍັງເຫຼືອ
ພຽງແຕ່ສອງວັນເທົ່ານັ້ນກໍຈະເຖິງປີໃໝ່ 2011 ແລ້ວ
ແລະເນື່ອງໃນວາຣະດິຖີວັນດີຂຶ້ນປີໃໝ່ສາກົນນີ້
ວັນນະສອນໄດ້ນໍາເອົາຄໍາອວຍພອນຂອງບຸກຄົນສໍາຄັນ
ໃນວົງການສື່ແລະການບັນເທີງຂອງຊາວລາວໃນທົ່ວທຸກມຸມ
ໂລກມາຝາກທ່ານຜູ້ຟັງ.

VOA ຂໍສົ່ງຄວາມສຸກ ແລະຄໍາອວຍພອນ ແກ່ທ່ານຜູ້ຟັງທຸກໆທ່ານ
VOA ຂໍສົ່ງຄວາມສຸກ ແລະຄໍາອວຍພອນ ແກ່ທ່ານຜູ້ຟັງທຸກໆທ່ານ

ຂໍເຣີ່ມຕົ້ນດ້ວຍພອນປີໃໝ່ຂອງອະດີດຫົວໜ້າ ວິທະຍຸ VOA ພະແນກພາສາລາວ
ທ່ານລິນທອງ ນ້ອຍນາລາ ຕິດຕາມມາດ້ວຍອະດີດສະມາຊິກຂອງ VOA ອີກທ່ານນຶ່ງ
ທ່ານວໍຣະເດດ ດິດທະວົງ ພ້ອມທັງທ່ານອາຈານ ສໍ. ແສງສິຣິວັນ ສ່ວນວ່າຈະມີ
ນັກຮ້ອງ, ນັກສິນລະປິນທ່ານໃດແດ່ທີ່ໄດ້ສົ່ງ​ຄວາມສຸກ​ເປັນ​ຄໍາ​ອວຍພອນ​ຜ່ານ​ທາງ
VOA ມາໃຫ້​ທ່ານ​ຜູ້​ຟັງ​ນັ້ນ ຂໍເຊີນທ່ານຮັບຟັງຈາກບົດສໍາພາດໄດ້ເລີຍ.

ພ້ອມດຽວກັນນີ້ ວັນນະສອນພ້ອມດ້ວຄະນະ VOA ທຸກໆ​ທ່ານ ຂໍ​ຖື​ໂອກາດ​ນີ້ ​ມອບ​
ຄວາມສຸກ ມອບ​ຄືນໃຫ້​ທ່ານ​ຜູ້​ຟັງ​ໂດຍ​ການ​ ທີ່​ຈະ​ຕັ້ງ​ໃຈ​ສືບ​ສານ ດໍາ​ເນີນ​ລາຍການ​
ວິທະຍຸ VOA ​ໃຫ້​ເປັນ​ທີ່ຊື່ນ​ຊອບ​ ທີ່​ມີ​ທັງ​ສາຣະ​ແລະ​ໃຫ້​ຄວາມ​ບັນ​ເທີ​ງ ​ແລະ​ໃຫ້​ຂໍ້​ມູນ
ທີ່​ແມ່ນ​ຍໍ່າ ແລະ​ເຊື່ອຖືໄດ້ ພວກເຮົາຈະຂໍ​ຢູ່​ຄູ່​ກັບທ່ານ​ຜູ້​ຟັງຕະລອດ​ການ​ແລະ​ຕະລອດ​ໄປ

ສະບາຍດີ​ປີ​ໃໝ່ 2011

ຈາກໃຈຈິງ ຄະນະ VOA ທຸກໆຄົນ

VOA ຂໍສົ່ງຄວາມສຸກ ແລະຄໍາອວຍພອນ ແກ່ທ່ານຜູ້ຟັງທຸກໆທ່ານ
VOA ຂໍສົ່ງຄວາມສຸກ ແລະຄໍາອວຍພອນ ແກ່ທ່ານຜູ້ຟັງທຸກໆທ່ານ

XS
SM
MD
LG