ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ພັກ​ຝ່າຍ​ຄ້ານໃໝ່ຂອງມຽນມາ


ທ່ານນາງ ອອງ ຊານ ຊູ ຈີ ທີ່ຖືກກັກບໍລິເວນ ໃນມຽນມາ.
ທ່ານນາງ ອອງ ຊານ ຊູ ຈີ ທີ່ຖືກກັກບໍລິເວນ ໃນມຽນມາ.

ບັນດາສະມາຊິກເກົ່າ​ຂອງ​ພັກ​ຝ່າຍ​ຄ້ານຊັ້ນນຳ​ຂອງ​ມຽນມາໄດ້​ເປິດ ສຳນັກງານ​ໃຫ່ຽ
ຂອງ​ພັກ​ການ​ເມືອງ​ໃໝ່ ​ໃນ​ຄວາມຫວັງ​ທີ່ຈະສົ່ງຜູ້​ສະມັກ​ເຂົ້າແຂ່ງຂັນ ໃນ​ການເລືອກ
ຕັ້ງທີ່​ທາງອໍານາດ​ປົກຄອງ​ທະຫານ​ທີ່​ໄດ້​ຮັບປາກ​ໄວ້​ວ່າຈະ​ຈັດຂຶ້ນໃນ​ປາຍ​ປີ​ນີ້.


ສະມາຊິ​ກສ​ວ່ນ​ໃຫ່ຽຂອງ​ພັກການ​ເມືອງໃໝ່ ທີ່​ຊື່ວ່າ National Democratic Force
ຫລື ພະລັງ​ປະຊາທິປະ​ໄຕແຫ່ງ​ຊາດ ແມ່ນ​ສະມາ​ຊິກ​ເກົ່າ​ຂອງ​ພັກສັນນິບາດ​ແຫ່ງ​ຊາດ
ເພື່ອ​ປະຊາທິປະ​ໄຕ​ ຫລື NLD ຂອງທ່ານ​ນາງ ອອງຊານ ຊູ ຈີ.

ພັກ NLD ​ໄດ້​ຊະນະການ​ແລື​ອກຕັ້ງ​ຄັ້ງ​ສຸດທ້າຍ​ໃນ​ປີ 1990​ ແຕ່​ໄດ້​ຖືກ​ຂັດຂວາງ​
ບໍ່​ໃຫ້​ໄດ້​ເຂົ້າ​ກໍາ​ອໍານາດ. ​ພັກ​ດັ່ງກ່າວ​ກໍາລັງ​ປະທ້ວງ​ການເລືອກ​ຕັ້ງ​ທີ່​ຈະ​ມີ​ຂຶ້ນ​ນີ້ ໂດຍ
ບໍ່ຍອມຈົດ​ທະບຽນ​ເຂົ້າຮ່ວມ​ແຂ່ງຂັນເລືອກ​ຕັ້ງ ​ແລະ​ໄດ້​ຖືກລັດຖະບານໄດ້​ປະກາດ​ໃຫ້
ເປັນ​ພັກ​ນອກ​ກົດໝາຍ.

ພັກ​ຝ່າຍ​ຄ້ານໃໝ່​ນີ້ ຈະ​ລົງ​ເລືອກ​ຕັ້ງ​ແຂ່ງກັບພັກການ​ເມືອງໃໝ່ 37 ພັກ ແລະອີກ 5 ກຸ່ມ​
ທີ່​ມີ​ຢູ່​ແລ້ວນັ້ນ ​ໃນການ​ເລືອກ​ຕັ້ງ​ໃນ​ປາຍ​ປີ​ນີ້ ​ທີ່ທາງ​ຝ່າຍ​ລັດຖະບານ​ທະຫານ​ຍັງ​ບໍ່​ທັນ​
ໄດ້​ກຳ​ນົດວັນເວລາ​ແນ່ນອນ​ເທື່ອ.

XS
SM
MD
LG