ສະມາຊິກແກັ່ງອາຊະຍາກຳຈີນ ຈຳນວນຫຼາຍ ຍັງພາກັນຫລົບຊ່ອນຕົວຢູ່ໃນປະເທດລຸ່ມແມ່ນ້ຳຂອງ ໂດຍສະເພາະແມ່ນຢູ່ເຂດຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທ ຫຼືເຂດສາມຫຼ່ຽມຄຳນັ້ນ
Loan ພວກນີ້ໜິ ມັນກໍບໍ່ໜ້າຈະມີບັນຫາທີ່ແບບວ່າ ຄືເງິນຕ້ອງອອກໄປທັນທີເລີຍ ແຕ່ວ່າ ອັນນີ້ໜິ 60 ເປີເຊັນ ມັນເປັນເງິນທີ່ມາຈາກອົງການລະຫວ່າງປະເທດ ຊຶ່ງເອົາມາພັດທະນາ ມາສ້າງເຂື່ອນ ສ້າງທາງ ສ້າງຫຍັງກະໄດ້ ດັ່ງນັ້ນ ພວກນີ້ເງິນມັນບໍ່ໄດ້ອອກໄປໄດ້ໄວຂະໜາດນັ້ນ ແທ້ໆແລ້ວ ປີນີ້ໜິ ລາວຕ້ອງຊຳລະໜີ້ນີ້ ປະມານ 1.5 ຕື້ໂດລາ.
ທ່ານເສດຖາ ທະວີສິນ ນາຍົກລັດຖະມົນຕີໄທ ຖະແຫລງວ່າ ການເຊື່ອມຕໍ່ທາງລົດໄຟ ລະຫວ່າງ ໄທກັບລາວແລະຈີນ ໃຫ້ໄດ້ຢ່າງສົມບູນໃຫ້ໄວທີ່ສຸດ ຖືເປັນແຜນການບຸລິມະສິດທີ່ລັດຖະບານໄທ ຈະດຳເນີນການຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບປະທຳ
ຈາກເມື່ອກ່ອນເຄີຍເປັນຜູ້ນຶ່ງໃນແກັ່ງອັນຕະພານຢູ່ເມືອງຊອລທ໌ເລັກ, ລັດຢູທາ, ທ້າວແຊມສັນ ໄດ້ກາຍມາເປັນນັກຕີມວຍທີ່ກໍາລັງສ້າງຊື່ສຽງໃຫ້ແກ່ຄົນເຊື້ອສາຍ ລາວ ໃນເວທີສາກົນທີ່ໄດ້ກ້າວໄປຊີງແຊ້ມລະດັບໂລກ ໃນກິລາມວຍປະເພດ ຈູ ຈິດຊຸ ຫຼື Professional Grappling Federation World ຊຸດທີ 6
ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍໄດ້ດຳເນີນໃນຫຼາຍມາດຕາການ ເພື່ອຄວບຄຸມການນຳເຂົ້າສິນຄ້າຢູ່ທີ່ດ່ານຊາຍແດນໃນທົ່ວປະເທດ ໂດຍສະເພາະການຄວບຄຸມການນຳເຂົ້ານ້ຳມັນເຊື້ອໄຟນັ້ນ ໃນຂະນະດຽວກັນ ກໍໄດ້ມີການປັບຂຶ້ນອັດຕາພາສີມູນຄ່າເພີ້ມຈາກ 7 ເປີເຊັນ ເປັນ 10 ເປີເຊັນ ເພື່ອເຮັດໃຫ້ລັດຖະບານມີລາຍຮັບທີ່ໄດ້ຈາກການຈັດເກັບພາສີການຄ້າເພີ້ມຂຶ້ນ
ເຈົ້າໜ້າທີ່ໃນສະພາປະຊາຊົນຂັ້ນແຂວງຫຼວງພະບາງ ເປີດເຜີຍວ່າ ການອະນຸຍາດໃຫ້ສຳປະທານການຂຸດຄົ້ນແຮ່ທາດແກ່ຕ່າງຊາດ ໂດຍສະເພາະແມ່ນບັນດາບໍລິສັດຈີນ ທີ່ໄດ້ຮັບອະນຸຍາດສຳປະທານການຂຸດຄົ້ນແຮ່ທາດຫຼາຍທີ່ສຸດໃນລາວນັ້ນ ຖືເປັນໂຄງການທີ່ສ້າງຄວາມກັງວົນໃຈໃຫ້ແກ່ປະຊາຊົນລາວຫຼາຍທີ່ສຸດ
ນັກເສດຖະສາດໄທ ໃຫ້ທັດສະນະວ່າ ສາເຫດສຳຄັນທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳລົງຢ່າງຮຸນແຮງ ກໍຄືການຂາດດຸນການຄ້າຕ່າງປະເທດ ຊຶ່ງກໍໄດ້ສົ່ງຜົນກະທົບເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວ ຫລຸດລົງຢ່າງຕໍ່ເນື່ອງດ້ວຍ
ຊາວຕ່າງຊາດທີ່ໄດ້ມາທ່ອງທ່ຽວນະຄອນຫຼວງພະບາງ ກໍ່ໄດ້ມີຄວາມປະທັບ ໃຈເຖິງເອກະລັກ ວັດທະນະທຳ ອັນເກົ່າແກ່ຂອງລາວ
ທັງນີ້ ການລັກລອບເຜົາປ່າເພື່ອບຸກເບີກພື້ນທີ່ສຳລັບຮອງຮັບການປູກພືດເສດຖະກິດຊະນິດຕ່າງໆໃນລາວ ເພື່ອສົ່ງອອກໄປຕ່າງປະເທດໃຫ້ຫຼາຍຂຶ້ນ ໄດ້ເຮັດໃຫ້ລາວ ສູນເສຍພື້ນທີ່ປ່າໄມ້ໄປ ຄິດເປັນພື້ນທີ່ກວ້າງກວ່າ 476,970 ເຮັກຕາໃນປີ 2023
ພາກທຸລະກິດການຄ້າໃນລາວຍັງບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບ ເພາະວ່າທະນາຄານແຫ່ງຊາດຍັງບໍ່ສາມາດດຳເນີນມາດຕະການຄວບຄຸມການແລກປ່ຽນ ແລະຕອບສະໜອງເງິນຕາໄດ້ຢ່າງແທ້ຈິງ
ຈາກເຫດການທີ່ມີສານເຄມີຮົ່ວໄຫລສູ່ເເມ່ນ້ຳຫຼາຍໆສາຍໃນເເຂວງຫົວພັນ ໄດ້ເຮັດໃຫ້ປະຊາຊົນບໍລິເວນທີ່ກ່າວມານັ້ນ ເດືອດຮ້ອນຍ້ອນໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ເຊິ່ງທາງບໍລິສັດໄດ້ມີການປ່ອຍສານເຄມີລົງສູ່ເເມ່ນ້ຳເຮັດໃຫ້ນ້ຳມີສານເຄມີທີ່ເປັນອັນຕະລາຍສະສົມຢູ່ໃນນ້ຳເປັນຈຳນວນຫຼວງຫຼາຍ
ເຖິງແມ່ນວ່າ ລາວໄດ້ປຽບດຸນການຄ້າຕ່າງປະເທດກໍຕາມ ແຕ່ເນື່ອງຈາກວ່າ ລາຍໄດ້ສ່ວນໃຫຍ່ທີ່ໄດ້ຈາກການສົ່ງອອກໄຟຟ້າໃນມູນຄ່າລວມ 2,382 ລ້ານໂດລານັ້ນ ຕ້ອງໃຊ້ຊຳລະໜີ້ຕ່າງປະເທດ ຈຶ່ງມີລາຍຮັບພຽງສ່ວນນ້ອຍເທົ່ານັ້ນ ທີ່ໄດ້ໂອນເຂົ້າສູ່ລະບົບທະນາຄານໃນລາວ ອັນເຮັດໃຫ້ທະນາຄານໃນລາວ ມີເງິນຕາຕ່າງປະເທດຢ່າງຈຳກັດ
ໂຫລດຕື່ມອີກ
No live streaming currently available