ຊີວິດຊາວລາວ - ສຽງອາເມຣິກາ ວີໂອເອ
ຊີວິດຊາວລາວ - ສຽງອາເມຣິກາ ວີໂອເອ
        <language>lo</language>
ນັກ​ສຶກ​ສາລາວ ທີ່​ຮຽນ​ການ​​ແພດ​ໃນປະ​ເທດ ​ຄິວ​ບາ ແບ່ງ​ປັນ​ປະ​ສົບ​ການ​ຕ່າງໆກັບ ​ວີ​ໂອ​ເອ​ລາວ
            <description>ຄວາມຫວັງຂອງນາງ ຫຼັງຈາກທີ່ຮຽນຈົບແມ່ນຢາກຈະກັບມາຊ່ວຍເຫຼືອວຽກ ງານທາງດ້ານສາທາລະນະສຸກໃນປະເທດລາວ</description>
ວຽກງານ ແລະການດໍາລົງຊີວິດໃນອາຊີບນາງແບບຂອງ ອານິຕາ ເຈນ
            <description>ອານິຕາ ກ່າວໂດຍຄິດວ່າ ຂັ້ນຕອນທໍາອິດຄື ທໍາການຊອກຫາຂໍ້ມູນຢ່າງຈິງຈັງ</description>
ທ້າວ ພຸດ ເຜົ່າພວນ ຜູ້ທີ່ໄດ້ຮັບໂອກາດ ແລະຕ້ອງການແບ່ງປັນໂອກາດ ເພື່ອຄົນທີ່ຍັງເຂົ້າເຖິງການສຶກສາຍາກ
            <description>ຄໍາພຸດ ກ່າວວ່າ ເຂົາລໍ້າເຮົາ ໄປເທົ່າໃດແລ້ວນິນະ ແລ້ວເຮົາຊິເກັບເອົາບົດຮຽນຢູ່ທີ່ນີ້ ໄປພັດທະນາບ້ານເກີດເຮົາແນວໃດ</description>
ລັດຖະບານ ສປປ ລາວ ເຊື້ອເຊີນຄົນລາວ ຢູ່ຕ່າງປະເທດໄປພົບປະທ້ອນໂຮມກັນ ເປັນເທື່ອທໍາອິດໃນປະຫວັດສາດ
            <description>ຄົນເຊື້ອສາຍລາວທີ່ມີຫລາຍຊົນເຜົ່າພ້ອມກັບພະສົງລວມກັນເປັນ 250 ກ່າວ ຄົນໄດ້ເດີນທາງໄປພົບປະກັບລັດຖະບານລາວທີ່ນະຄອນຫລວງວຽງຈັນ.</description>
ຈາກພື້ນຖານເປັນອົບພະຍົບ ທ.ນ. ຈັນພອນ ແລະ ທ.ນ. ຈັນນະພາ, ໄດ້ກາຍເປັນຜູ້ມີບົດບາດສູງ ໃນສານຍຸຕິທໍາ ແລະເຊີດຊູມະນຸດສະທໍາໃນ ສຫລ
            <description>ທ່ານນາງຈັນພອນ ສິນລະປະໄຊ ມີອາຍຸໄດ້ພຽງ 4 ປີໃນຕອນທີ່ພໍ່ແມ່ຂອງທ່ານ ນາງພາຄອບຄົວອົບພະຍົບອອກຈາກລາວໃນປີ 1979. 40 ປີຕໍ່ມາ ກໍຄືໃນທ້າຍປີ 2021 ທ່ານນາງໄດ້ຖືກແຕ່ງຕັ້ງໃຫ້ຜູ້ພິພາກສາອາເມຣິກັນຜູ້ທໍາອິດທີ່ມີເຊື້ອ ສາຍລາວຢູ່ໃນສະຫະລັດ. ທ່ານນາງຮັບຜິດຊອບພິຈາລະນາ ແລະຕັດສິນ ທັງຄະ ດີແພ່ງ ແລະຄະດີອາຍາຢູ່ໃນສານປົກຄອງ ຫລື Circuit Court ຂອງເມືອງເມົາໂນມາ (Multnomah), ລັດອໍຣີກອນ. ໃນການປະຕິ ບັດວຽກງານກົດໝາຍ ນັ້ນ ທ່ານນາງຍຶດໝັ້ນແນວທາງຂອງທ່ານນາງຣູດ ເບເດີກິນສ໌ເບີກ (Ruth Bader Ginsburg), ອະດີດຜູ້ພິພາກສາສານສູງສຸດຂອງສະຫະລັດທີ່ເປັນ ຊາວຢິວທີ່ພະຍາຍາມນໍາເອົາຄວາມ ຍຸຕິທໍາມາໃຫ້ຊຸມຊົນສ່ວນນ້ອຍ ແລະ ເສຍຊີວິດໄປໃນປີ 2020. ທ່ານນາງຈັນພອນເວົ້າເຖິງທ່ານນາງເບເດີກິນສ໌ເບີກ ວ່າ:
“ທ່ານນາງເຂົ້າໃຈການສູ້ຊົນກັບສິ່ງທີ່ເຫັນວ່າ ຖືກເບິ່ງໂດຍຜິວເຜີນວ່າເປັນຄົນ ບໍ່ມາຄ່າ ຫຼືອັນອື່ນ ຊຶ່ງຊາວອາເມຣິກັນຫຼາຍຄົນຢູ່ທົ່ວປະເທດຮູ້ສຶກໃນປັດຈຸບັນນີ້ ເຂົາເບິ່ງວ່າເຈົາວ່າເປັນຄົນບໍ່ດີພໍ ຫລືເຈົ້າບໍ່ມີຄ່າພໍຍ້ອນເບິ່ງຈາກປະຫວັດຂອງບັນພະບຸລຸດເຂົາເຈົ້າ ຫຼືຍ້ອນວ່າເຈົ້າເປັນຄົນເຂົ້າເມືອງ ແລ້ວເຂົາຄິດວ່າເຈົ້າບໍ່ຄວນໄດ້ຢູ່ໃນກຸ່ມຂອງເຂົາ ນັ້ນຄືແນວທາງໃນການຕັດສິນຄະດີຂອງທ່ານນາງ ແລະຂ້າພະເຈົ້າຢາກເວົ້າວ່ານັ້ນເປັນປັດຊະຍາຂອງເພິ່ນທີ່ໃຊ້ໃນການຕັດສິນ ຄະດີ.”
ທ່ານນາງຈັນພອນຮຽນຈົບກົດໝາຍຈາກມະຫາວິທະຍາໄລ Northwestern School of Law at Lewis & Clark College ໃນປີ 2002. ກ່ອນຈະມາກໍາຕໍາ ແໜ່ງເປັນຜູ້ພິພາກສານີ້ ທ່ານນາງເປັນເຈົ້າຂອງຮ່ວມບໍລິສັດທີ່ປຶກສາດ້ານກົດ  ໝາຍທີ່ຊື່ວ່າ ມາແຣນດັສ ສິນລະປະໄຊ ກາເຊຍ (Marandas Sinlapasai Garcia) ໃນນະຄອນປອດແລນ. ໃນຕອນນັ້ນ ທ່ານນາງຮັບເປັນທະນາຍຄວາມ ຂອງຄະດີທຸກປະເພດທີ່ກ່ຽວຂ້ອງກັບເລື້ອງຄົນເຂົ້າເມືອງເຊັ່ນພວກທີ່ຖືກທາລຸນຂົ່ມເຫັງແລ້ວຖືກຈັບ ແລະຖືກພິຈາລະນາໃຫ້ເນລະເທດລວມທັງຄົນລາວຈໍານວນ ນຶ່ງທີ່ກໍາລັງຢູ່ໃນຂັ້ນຕອນທີ່ຈະຖືກສົ່ງກັບປະເທດລາວ. ທ່ານນາງເວົ້າເຖິງສາເຫດ ທີ່ພາໃຫ້ຄົນຖືກເນລະເທດວ່າມັນສັບສົນດັ່ງນີ້:
“ສິ່ງທີ່ຂ້າພະເຈົ້າຢາກເນັ້ນໜັກແທ້ໆ ບໍ່ແມ່ນວ່າທຸກຄົນທີ່ຢູ່ໃນຂັ້ນຕອນການເນລະເທດຈະເປັນອາດຊະຍາກອນໝົດ. ຫຼາຍຄົນເວົ້າວ່າມີແຕ່ອາດຊະຍາກອນເທົ່ານັ້ນທີ່ຖືກເນລະເທດ, ນັ້ນເປັນຄວາມຄິດທີ່ຜິດ. ຢ່າລືມວ່າການຄຸ້ມຄອງຄົນເຂົ້າເມືອງແມ່ນມີຄວາມຫມາຍວ່າ ຖ້າເຈົ້າຖືກຈັບຢູ່ນີ້ຍ້ອນເຈົ້າເຂົ້າມາແລ້ວຢູ່ ເກີນກໍານົດວີຊາ ຫຼືວ່າ ເມື່ອຜົວ ຫຼືແຟນເຈົ້າໄດ້ຍື່ນຄໍາຮ້ອງຂໍໃຫ້ເຈົ້າເຂົ້າໂດຍໃຊ້ ວີຊ່າຄູ່ຫມັ້ນແລ້ວໄປກັນບໍ່ໄດ້ ຫຼືເຂົາຂົ່ມເຫັງ ຫຼືມີເລື້ອງທີ່ພາໃຫ້ຜິດກັນ ແລ້ວ ໃນທີ່ສຸດພວກເຈົ້າກໍບໍ່ໄດ້ແຕ່ງງານກັນ ອັນນັ້ນມັນສາມາດພາໃຫ້ເຈົ້າຢູ່ຕົກໄປຢູ່ໃນສະຖານະການທີ່ຈະຖືກເນລະເທດໄດ້. ສຳລັບນັກຮຽນທີ່ມັກຈະຢູ່ໜີ້ ເຂົາເຈົ້າບໍ່ສາມາດກັບປະເທດໄດ້ຫລັງຈາກຮຽນຈົບ ເພາະຄວາມຢ້ານຍ້ອນວ່າເຂົາເຈົ້າເປັນເກ ຫຼື LGBTQ ຫຼື ເຂົາເຈົ້າເປັນຄົນປ່ຽນເພດ, ຖ້າພວກເຂົາກັບໄປເຂົາເຈົ້າອາດຈະຖືກຂ້າຕາຍ.”
ແມ່ຍິງອີກຄົນນຶ່ງທີ່ອົບພະຍົບມາຈາກລາວແຕ່ນ້ອຍແລ້ວໄດ້ມີບົດບາດສູງຢູ່ໃນ ສະຫະລັດເມື່ອໃຫຍ່ຂຶ້ນມາ ກໍຄືທ່ານນາງຈັນນະພາ ຄໍາວົງສາ, ຜູ້ກໍ່ຕັ້ງ ແລະ ອະດີດຫົວໜ້າອົງການມໍລະດົກ​ຫລັງ​ສົງຄາມ ຫລື Legacies of War ​ຊຶ່ງ​ເປັນ​ອົງການບໍ່ຫວັງຜົນກໍາໄລຂຶ້ນໃນປີ 2004 ເພື່ອເຄື່ອນໄຫວລະດົມທຶນຈາກ ສະຫະລັດໄປຊ່ວຍເກັບກູ້ລະເບີດບໍ່ທັນແຕກ ຫລື UXO ຢູ່ໃນລາວເພີ້ມຂຶ້ນ. ທ່ານນາງເວົ້າເຖິງສິ່ງທີ່ຈູງໃຈພາໃຫ້ເຮັດເຊັ່ນນັ້ນສູ່ພວກເຮົາຟັງວ່າ:
“ຕອນແຕ່ກີ້ກະຂ້າພະເຈົ້າເລີ້ມດ້ວຍຮຽນຮູ້ປະຫວັດຂອງຕົນເອງວ່າ ເປັນຫຍັງຄອບຄົວຂອງພວກເຮົາຈຶ່ງມາໜີ້ີ້. ໃນການຄົ້ນຄວ້າ ແລະຮຽນຮູ້ວ່າເປັນຫຍັງຄອບຄົວຂອງພວກເຮົາຈຶ່ງມາຕັ້ງຖິ່ນຖານຢູ່ທີ່ນີ້ແລ້ວ ກໍເລີ່ມຮຽນຮູ້ປະຫວັດສາດຂອງສະຫະລັດ ແລະຂອງລາວຫຼາຍຂຶ້ນ. ຈາກ​ນັ້ນຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ສ່ວນກ່ຽວຂ້ອງຂອງ​ສະຫະລັດ​ຢູ່ໃນລາວ​ໃນ​ສະໄໝສົງຄາມ​ຫວຽດນາມ ຫຼື​ສົງຄາມ​ອາ​ເມ​ລິ​ກາ. ແລະກໍ​ໄດ້​ເລີ່ມ​ຮຽນ​ຮູ້​ກ່ຽວ​ກັບ​ການຖິ້ມ​ລະ​ເບີດ​ທີ່​ເກີດ​ຂຶ້ນໃນຕອນນັ້ນ​. ຂ້າພະເຈົ້າຍັງໄດ້ຮຽນຮູ້ອີກວ່າມັນບໍ່ໄດ້ເປັນພຽງປະຫວັດສາດ, ຮູ້ບໍ່ຜູ້ຄົນຍັງ ໄດ້ຮັບຜົນກະທົບຈາກມັນໃນ 20-30 ປີຕໍ່ມາ ຄົນຍັງຖືກຂ້າຕາຍ ຫລືເສຍອົງຄະ ຍ້ອນມັນ. ຂ້າພະເຈົ້າໄດ້ອອກຈາກລາວຕອນ ອາຍຸ 6 ປີ. ມາຮອດປານນີ້ກໍຍັງມີຄົນເສຍຊີວິດ ແລະບາດເຈັບຍ້ອນມັນຢູ່.”
ໃນປີ 2004 ສະຫະລັດໃຫ້ທຶນຊ່ວຍເຫລືອລາວໃນການເກັບກູ້ລະເບີດບໍ່ທັນແຕກ ພຽງແຕ່ 1.3 ລ້ານໂດລາຕໍ່ປີເທົ່ານັ້ນ ຊຶ່ງທ່ານນາງຈັນນະພາເຫັນວ່າ ມັນໜ້ອຍ ຫລາຍເມື່ອທຽບໃສ່ຄວາມຕ້ອງການຂຸດຄົ້ນ UXO ໃນລາວ ແລ້ວທ່ານນາງກໍ ໄດ້ພະຍາຍາມປຸກລະດົມໃຫ້ຄົນອາເມຣິກັນເຂົ້າໃຈ ກ່ຽວກັບຜົນກະທົບຂອງ ລະເບີດທີ່ຕົກຄ້າງໃນລາວ ໂດຍສະເພາະແມ່ນບັນດາສະມາຊິກຂອງລັດຖະສະ ພາ ຊຶ່ງວຽກງານນີ້ໄດ້ມີສ່ວນຊ່ວຍເຮັດໃຫ້ເງິນຂອງສະຫະລັດສໍາລັບຊ່ວຍລາວ ຂຸດຄົ້ນ UXO ເພີ້ມຂຶ້ນເປັນ 3 ລ້ານໂດລາຕໍ່ປີໃນປີ 2008. ຈາກນັ້ນກໍເພີ້ມຂຶ້ນ ເລື້ື້ອຍໆ ເປັນ 30 ລ້ານຕໍ່ປີໃນປີ 2017 ຫາ 2019 ພາຍຫລັງທີ່ອະດີດປະທານາ ທິບໍດີບາຣັກ ໂອບາມາ ເຊັນມອບການຊ່ວຍເຫລືອດ້ານນີ້ໃນຈໍານວນ 90 ລ້ານ ໂດລາສໍາລັບ 3 ປີໃນຕອນເພິ່ນໄປຢ້ຽມຢາມລາວປີ 2016. ຈາກນັ້ນ ມັນກໍສືບຕໍ່ ເພີ້ມຂຶ້ນເລື້ອຍໆ ເປັນປີລະ 40 ລ້ານໂດລາໃນປີ 2020 ແລະ 2021, ອີງຕາມ ລາຍງານພິເສດຂອງ Legacies of War  ປີ 2021  
ສອງປີຕໍ່ມາ ກໍຄື 2022 ແລະ 2023 ເງິນຊ່ວຍເຫລືອຂອງສະຫະລັດແກ່ລາວ ໃນດ້ານນີ້ກໍຍິ່ງເພີ້ມຂຶ້ນອີກເປັນປີລະ 45 ລ້ານໂດລາ.
ປັດຈຸບັນ ເຖິງແມ່ນວ່າໄດ້ມອບພາລະກິດດ້ານນີ້ໃຫ້ແກ່ຜູ້ອື່ນສືບທອດໄປແລ້ວ ກໍຕາມ ແຕ່ທ່ານນາງຈັນນະພາຍັງສືບຕໍ່ຫາທາງຊ່ວຍເຫລືອປະຊາຊົນລາວ ໂດຍການຫາຊ່ອງທາງສົ່ງອອກຜະລິດຕະພັນຂອງລາວມາຍັງສະຫະລັດ. ໃນເດືອນກັນຍາຜ່ານມາທ່ານນາງໄດ້ຈັດງານວາງສະແດງສິນຄ້າຫັດຖະກໍາ, ແຜ່ນແພ ແລະອາຫານສໍາເລັດຮູບຢູ່ໃນເຂດຄຸ້ມຫລັງຫໍລັດຖະສະພາສະຫະລັດ ໃນນະຄອນຫລວງວໍຊິງຕັນເພື່ອເຜີຍແຜ່ຜະລິດຕະພັນຈາກລາວ.
ຈາກພື້ນຖານເປັນເດັກນ້ອຍອົບພະຍົບ ທ່ານ​ນາງ ກາ​ຢິງ ຢັງ ໄດ້ກາຍເປັນຜູ້ມີບົດບາດສູງໃນລັດຖະບານ ສຫລ
            <description>ແມ່ຍິງອາຍຸ 55 ປີຄົນນີ້ ເຄີຍໄດ້ກໍາຕໍາແໜ່ງສໍາຄັນຢູ່ໃນຫລາຍບ່ອນ ຫລາຍ ລະດັບມາແລ້ວ. </description>
ປະ​ຊາ​ຊົນ​ລາວ ນິ​ຍົມ​ໄປ​ອອ​ກ​ກຳ​ລັງ​ກາຍ​ຢູ່ບຶງທາດຫຼວງ ຫຼາຍ​ຂຶ້ນ
            <description>ທຸກວັນພັກ ເສົາ ແລະອາທິດ ຊາວນະຄອນຫຼວງວຽງຈັນ ຫຼາຍຮ້ອຍຄົນ ບາງເທື່ອຮອດພັນກວ່າຄົນພາກັນມາອອກກຳລັງກາຍ ຢູ່ທີ່ບຶງທາດຫຼວງ ນອກຈາກນັ້ນ ບັນດາຮ້ານເຄື່ອນທີ່ ທີ່ຂາຍເຄື່ອງດື່ມກາເຟ ແລະອາຫານ ກໍພາກັນອອກມາຕັ້ງຮ້ານຢູ່ຕາມແຄມທາງ ເພື່ອໃຫ້ບໍລິການແກ່ ພວກນັກແລ່ນ, ນັກຍ່າງ ແລະນັກຂີ່ລົດຖີບທັງຫຼາຍ ຕັ້ງແຕ່ເຊົ້າຈົນຮອດທ່ຽງ</description>
ປະ​ຊາ​ຊົນ​ລາວ ນິ​ຍົມ​ໄປ​ອອ​ກ​ກຳ​ລັງ​ກາຍ​ຢູ່ບຶງທາດຫຼວງ ຫຼາຍ​ຂຶ້ນ
            <description>ທຸກວັນພັກ ເສົາແລະອາທິດ ຊາວນະຄອນຫຼວງວຽງຈັນ ຫຼາຍຮ້ອຍ ຄົນ ບາງເທື່ອຮອດພັນກວ່າຄົນ ກໍພາກັນມາອອກກຳລັງກາຍຢ່າງຫຼວງຫຼາຍ ຢູ່ທີ່ບຶງທາດຫຼວງ</description>
            <category>ຊີວິດຊາວລາວ</category><enclosure url="https://gdb.voanews.com/8dc7d4ed-e5c4-4433-b555-12f505c48395_w800_h450.jpg" length="0" type="image/jpeg"/>
ວິທີສອນພາສາອັງກິດໃຫ້ ງ່າຍ ແລະເປັນໄວ ດ້ວຍການເຮັດໃຫ້ນັກຮຽນມີຄວາມກ້າ ແລະບໍ່ອາຍ
            <description>ຄູ ບີລລີ ທະວີໄຊ ກ່າວວ່າ 'ຄືດັ່ງທີ່ຂະນ້ອຍເວົ້າຫັ້ນແລ ຖ້າຄົນອື່ນຫາກເຂົ້າໃຈພວກທ່ານ ໝາຍຄວາມວ່າພວກທ່ານເວົ້າອອກມາໄດ້ດີແລ້ວ'</description>
ອາຊີບແພດເດີນທາງ ຫຼື travelling nurse ທີ່ຕ້ອງມີທັງຄວາມຮັກ ແລະ ຄວາມອົດທົນ
            <description>ໃນຊ່ວງຊີວິດຂອງຄົນໆນຶ່ງ, ຍ່ອມພົບກັບການປ່ຽນແປງໄດ້ຕະຫຼອດເວລາ, ບໍ່ວ່າຈະເປັນຊີວິດສ່ວນຕົວ ຫຼື ວຽກງານ ໂດຍສະເພາະແມ່ນ ເມື່ອທ່ານຕ້ອງໄດ້ຍົກຍ້າຍຖິ່ນຖານຈາກບ່ອນທີ່ທ່ານ ຄຸ້ນເຄີຍ ແລະມີພື້ນຖານທີ່ໝັ້ນຄົງ ມາປະເຊີນກັບໂລກກວ້າງ </description>
ແພດການຢາ ຜູ້ປະສົບຄວາມສໍາເລັດໃນດ້ານການສຶກສາ ແລະນໍາຄວາມຮູ້ມາຮັບໃຊ້ສັງຄົມທີ່ຕົນອາໄສຢູ່
            <description>ດຣ. ວິກເຕີ້ ກ່າວວ່າ ການວາງແຜນ ການກະກຽມ ແລະການລົງມືປະຕິບັດ ພ້ອມທັງເດີນຕາມຄວາມຝັນຂອງຕົນເອງຢ່າງເດັດດ່ຽວ ຄືນຶ່ງໃນແຮງຂັບເຂື່ອນ ທີ່ເຮັດໃຫ້ຕົນເອງໄປເຖິງເປົ້າໝາຍ</description>
ນັກກິລາລາວ-ອາເມຣິກັນສອງຄົນ ເປັນຕົວແທນປະເທດ ລາວ ເຂົ້າແຂ່ງຂັນໃນກິລາໂອລິມປິກ ປາຣີ 2024 
            <description>ອາຣີອານາ, ອາຍຸຊາວປີ ເກີດຢູ່ນະຄອນວິຈິຕາ, ລັດແຄນຊັສ ນາງເປັນລູກສາວ ຂອງຍານາງກຸນທອງທີ່ມາຈາກວຽງຈັນ ແລະທ່ານເດີກສະເວເຈີທີ່ເປັນຄົນອາ ເມຣິກັນເຊື້ອສາຍນໍເວ</description>
ການນໍາເອົາແຮງບັນດານໃຈຈາກຜູ້ເປັນພໍ່ ມາເປັນຄວາມຮູ້ຄວາມສາມາດ ເພື່ອຊ່ວຍເຫຼືອສັງຄົມ
            <description>ຍານາງ ຊາຣາ ກ່າວວ່າ 'ຂ້ອຍຕ້ອງເປັນຄົນທີ່ມີຄວາມເອື້ອອາທອນ ຂ້ອຍຕ້ອງໝັ້ນໃຈວ່າ ຂ້ອຍໃຫ້ຄວາມສໍາຄັນແກ່ບັນດາພະນັກງານຂອງຂ້ອຍ ນັ້ນແມ່ນຂໍ້ທໍາອິດ ສໍາລັບຜູ້ນໍາ, ສໍາລັບຂໍ້ທີສອງ ເຈົ້າຕ້ອງເປັນຄົນທີ່ໃຫ້ການສະໜັບສະໜູນຜູ້ອື່ນ'</description>
ດ້ວຍຄວາມມຸ້ງໝັ້ນ ແລະອົດທົນ ຈົນກາຍມາເປັນເຈົ້າຂອງຮ້ານອາຫານ Johnny Wokker ໄດ້ໃນທີ່ສຸດ
            <description>ຄວາມພະຍາຍາມຢູ່ບ່ອນໃດ, ຄວາມສຳເລັດຢູ່ບ່ອນນັ້ນ. ຄໍາພະຫຍານີ້ ແມ່ນຍັງໃຊ້ໄດ້ຢູ່ສະເໝີ ບໍ່ວ່າຈະຢູ່ໃນຍຸກໃດສະໄໝໃດກໍຕາມ. ມື້ນີ້ພວກເຮົາມີບົດສຳພາດພິເສດ ກັບ ທ່ານຈອນນີ້ ຄຳໝັ້ນ ເຈົ້າຂອງຮ້ານອາຫານ Johnny Wokker ຜູ້ທີ່ເລີ້ມຕົ້ນຈາກຈຸດນ້ອຍໆ, ຄ່ອຍໆພັດທະນາຂຶ້ນຕົນເອງຂຶ້ນ ໂດຍມີຄວາມຝັນເປັນທິດເຍືອງທາງ</description>
ການເປັນຄູອາສາສອນພາສາອັງກິດ ໃນປະເທດຍີ່ປຸ່ນ ຂອງ ທ້າວຄຣິສຕຽນ ໂດຍຜ່ານໂຄງການ JET 
            <description>ໂຄງການ JET ມີຜູ້ເຂົ້າຮ່ວມມາແລ້ວຈໍານວນຫຼາຍກວ່າ 77,000 ຄົນ ຈາກຫຼາຍກວ່າ 75 ປະເທດທົ່ວໂລກ, ມີນັກສຶກສາຈາກສະຫະລັດເຂົ້າຮ່ວມຫຼາຍກວ່າ 35,800 ຄົນ</description>
ການ​ສົ່ງ​ຍານ​ອະ​ວະ​ກາດຂອງ ສະ​ຫະ​ລັດ ຂຶ້ນ​ໄປ​ສະ​ຖາ​ນີ​ອະ​ວະ​ກາດ ​ເປັນ​ສິ່ງ​ທີ່​ສ້າງ​ຄວາມ​ພາກ​ພູມ​ໃຈ​​ໃຫ້​ຄົນ ອາ​ເມ​ຣິ​ກັນ ​ເປັນ​ຢ່າງ​ຍິ່ງ
            <description>ຍານ​ອະ​ວະ​ກາດ Starliner ມີ​ກຳ​ນົດ​ຈະ​ເດີນ​ທາງ​ກັບ​ລົງ​ມາ​ໂລກ​ໃນ​ວັນ​ທີ 26 ມິ​ຖຸ​ນານີ້</description>
ອາຍຸ ບໍ່ແມ່ນບັນຫາສໍາລັບທຸກຄົນ ທີ່ຈະຫຼິ້ນກິລາ ເພື່ອສຸຂະພາບທີ່ດີຂອງຕົນ
            <description>ຍານາງສິນທີ ກຸນຣາຊາ ກ່າວວ່າ 'ເຮົາຕ້ອງແບ່ງເວລາຮັກສາໂຕເຮົາເອງ ເພື່ອວ່າເຮົາຈະໄດ້ເບິ່ງແຍງລູກເຕົ້າຕໍ່ໄປ, ຖ້າວ່າເຮົາບໍ່ມີສຸຂະພາບແຂງແຮງ ແລ້ວເຮົາກະຊິຊ່ວຍໃຜໄດ້ '</description>
ນັກ​ກິ​ລາ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ  ບໍ່​ສາ​ມາດ​ລົງ​ຄັດ​ເລືອກນັກ​ກິ​ລາ​ໂອ​ລິມ​ປິກ​ ສະ​ຫະ​ລັດ​ ຍ້ອນ​ໄດ້ແຂ່ງ​ຂັນ​ໃຫ້​ປະ​ເທດ​ລາວ ໃນ​​ຊີ​ເກມ
            <description>ທ່ານ ຈອນ ກ່າວ​ວ່າ “ລາວ​ຈະ​ບໍ່​ແຂ່ງ​ໃຫ້ ສະ​ຫະ​ລັດ ອີກ​ຕໍ່​ໄປ. ລາວ​ມີ​ແຕ່​ຈະ​ແຂ່ງ​ໃຫ້​ປະ​ເທດ ລາວ ຕໍ່​ໄປ​ເລື້ອຍໆ. ສະ​ນັ້ນ​ລາວ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ຄັດ​ເລືອກ​ກິ​ລາ​ໂອ​ລິມ​ປິກ” </description>
ອາຈານ ແຊມ, ຜູ້ທີ່ສອນດົນຕີພື້ນເມືອງລາວ ໃຫ້ກັບເດັກນ້ອຍ ດ້ວຍການປະສົມປະສານການຮຽນຮູ້ກັບດົນຕີສາກົນ
            <description>ອາຈານ ແຊມ ກ່າວວ່າ 'ການຮຽນດົນຕີພື້ນເມືອງລາວແມ່ນບໍ່ຍາກເລີຍ, ແຮງເຮົາມີພື້ນຖານດົນຕີສາກົນຢູ່ແລ້ວ ແຮງງ່າຍ'</description>
ທ່າມ​ກາງ​ພາ​ວະ​ເງິນ​ເຟີ້ ລາ​ຄາ​ເບຍ​ໄດ້​ເພີ່ມ​ຂຶ້ນ ແຕ່​ປະ​ຊາ​ຊົນກໍ​ຍັງ​ດື່ມຫຼາຍ​ຢູ່
            <description>ຄົນ​ ອາ​ເມ​ຣິ​ກັນ ມັກ​ດື່ມ​ເບຍ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄປ​ຊົມ​ການ​ແຂ່ງ​ຂັນ​ກິ​ລາ ແລະ ເວ​ລາ​ທີ່​ມີ​ການ​ຊຸມ​ແຊວ​ກັບ​ໝູ່​ເພື່ອນ​ຢູ່​ບ້ານ</description>