ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. Mugabe ແລະ ທ. Tsvangirai ຕ່າງກໍກ່າວວ່າ ຕົນຈະ ເປັນຜູ້ຊະນະ (ວີດິໂອ/ສະໄລດ໌)


ຜູ້ຄົນຢືນລໍຖ້າເພື່ອລົງຄະແນນສຽງເລືອກຕັ້ງໃນເມືອງ Mbare ຂ້າງນອກເມືອງ Harare
ຜູ້ຄົນຢືນລໍຖ້າເພື່ອລົງຄະແນນສຽງເລືອກຕັ້ງໃນເມືອງ Mbare ຂ້າງນອກເມືອງ Harare
ປະທານາທິບໍດີ Zimbabwe ທ່ານ Robert Mugabe
ແລະນາຍົກ​ລັດຖະມົນຕີ Morgan Tsvangirai ຕ່າງກໍ​ທໍານາຍ​
ວ່າ ​ຕົນ​ຈະເປັນ​ຜູ້​ຊະນະ​ ໃນ​ຂະນະ​ທີ່​ຜູ້ມີ​ສິດ​ປ່ອນ​ບັດພາກັນອອກໄປ​
ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ເອົາ ​ປະທານາທິບໍດີ​ ແລະຜູ້​ແທນສະພາ​
ແຫ່ງ​ຊາດ ​ໃນ​ວັນ​ພຸດ​ມື້ນີ້.

​ຄູ່​ແຂ່ງທັງ​ສອງທ່ານນີ້ ​ແມ່ນ​ເປັນ​ຜູ​ສະໝັກ​ທີ່​ມີ​ຄະ​ແນນ​ນໍາ​ໜ້າ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ
ຮ່ວມ​ກັບຜູ້​ສະໝັກອີກ 5 ທ່ານ ທີ່ໄດ້​ດຶງ​ເອົາ​ປະຊາຊົນ​ອອກ​ມາຢືນ​ລຽນ​ແຖວ​ຍາວ​ຢຽດເປັນ​ຈໍານວນ
ຫຼວງຫຼາຍ ເພື່ອ​ລໍຖ້າ​ລົງ​ຄະ​ແນນ​ສຽງ ຢູ່​ຕາມ​ສະຖານ​ທີ່​ປ່ອນ​ບັດ​ແຫ່ງຕ່າງໆ​ນັ້ນ.

ການຫາສຽງ
ການຫາສຽງ
ນາຍົກ​ລັດຖະມົນຕີ Tsvangirai ກໍາລັງ​ພະຍາຍາມ​ເປັນ​ຄັ້ງ​ທີ 3 ​
ເພື່ອ​ຈະ​ຍາດ​ເອົາ​ຕໍາ​ແໜ່​ງຂອງທ່ານ Mugabe ​ແລະ​ໄດ້ກ່າວ​ຫາ
ພັກ​ຂອງປະທານາທິບໍດີວ່າ ພະຍາຍາມຈະ​ຂະ​ໂມ​ຍ​ເອົາການ​ເລືອກ
​ຕັ້ງ. ບັນດາກຸ່ມ​ປົກ​ປ້ອງສິດທິ​ມະນຸດ Human Rights Watch ​
ແລະ​ພວກ​ນັກ​ວິຈານ​ຫຼາຍຄົນ ກໍ​ໄດ້​ທໍາ​ການ​ກ່າວ​ຫາ ທໍານອງ​ດຽວ​ກັນ.

ທ່ານ Mugabe ໄດ້ປະຕິ​ເສດ​ທີ່​ຕໍ່​ການ​ມີ​ສ່ວນ​ກ່ຽວຂ້ອງໃດໆ ກັບ​ການ​
ລັກຄະ​ແນນສຽງ​ເລືອກ​ຕັ້ງ. ທ່ານ​ໄດ້​ປົກຄອງ​ປະ​ເທດມາຕັ້ງ​ແຕ່​ຊິ​ມ
ບາບ​ເວ ​ໄດ້​ຮັບ​ເອກ​ກະລາດ​ໃນ​ປີ 1980 ແລະ​ໄດ້​ສາບານ​ວ່າທ່ານ​ໃຫ້
​ຄວາມ​ເຄົາ​ລົບ​ນັບຖືຜົນ​ຂອງ​ການ​ປ່ອນ​ບັດ​ເລືອກ​ຕັ້ງ.


ຄະນະ​ກໍາມາ​ທິການ​ເລືອກ​ຕັ້ງ​ແມ່ນ​ມີ​ເວລາ​ເຖິງວັນທີ 5 ​ເດືອນ​ສິງຫາ​ໃນ​ການ​ທີ່​ຈະ​ປະກາດ​ຜົນ
​ຂອງການ​ເລືອກ​ຕັ້ງນັ້ນ.

ທັງ​ສອງທ່ານ​ແມ່ນ​ໄດ້ຮ່ວມ​ກັນ​ບໍລິຫານ​ປະ​ເທດ​ Zimbabweຜ່ານລັດຖະບານ​ແບ່ງປັນອໍາ​ນາດ
​ກັນທີ່ບອບ​ບາງ ທີ່​ໄດ້​ຈັດ​ຕັ້ງ​ຂຶ້ນ​ມາ ຫຼັງ​ຈາກ​ການ​ເລືອກ​ຕັ້ງ​ປີ2008 ຊຶ່ງທ່ານTsvangirai ໄດ້​ໂຕ້
​ແຍ້​ງຜົນ​ການ​ເລືອກ​ຕັ້ງ ແລະ​ການ​ກໍ່​ຄວາມ​ວຸ້ນວາຍ​ທີ່​ຕິດຕາມ​ມາ​ຫຼາຍໆ​ບັ້ນທີ່​ໄດ້​ຍັງ​ຜົນ​ໃຫ້​ມີ​
ພວກ​ທີ່​ສະໜັບສະໜູນ​ທ່າ​ນ ເສຍ​ຊີວິດ​ໄປ 200 ຄົນ.

ZIMBABWE ELECTION VOSOT.mov
please wait

No media source currently available

0:00 0:02:04 0:00
XS
SM
MD
LG