ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝ່າຍ​ຄ້ານ​ ໃນຊິ​ມບັບ​ເວ ​​ຍື່ນ​ຟ້ອງ ຕໍ່ສານ ລັດຖະທຳມະນູນ (ວີດີໂອ)


ປະທານາທິບໍດີ ຊິຍບັບເວ ທ່ານ Robert Mugabe ກໍາລັງຖະແຫລງຕໍ່ກອງປະຊຸມ ພັກ ZANU-PF ຂອງທ່ານ
ປະທານາທິບໍດີ ຊິຍບັບເວ ທ່ານ Robert Mugabe ກໍາລັງຖະແຫລງຕໍ່ກອງປະຊຸມ ພັກ ZANU-PF ຂອງທ່ານ
ຝ່າຍ​ຄ້ານ​ທີ່​ສໍາຄັນສຸດ​ຂອງຊິ​ມບັບ​ເວ ​ໄດ້​ຍື່ນ​ຟ້ອງ ທ້າ​ທາຍ​ຕໍ່
ການ​ໄດ້​ຮັບໄຊຊະນະໃນການ​ເລືອກ​ຕັ້ງ ​ຂອງປະທານາທິບໍດີ
Robert Mugabe ແລະພັກ ZANU-PF ​ຂອງ​ທ່ານ.

ຂະ​ບວນການ​ປ່ຽນ​ແປງ​ເພື່ອ​ປະຊາທິປະ​ໄຕ ຫຼື MDC ​ໄດ້​ຍື່ນ​
ສຳນວນ​ຟ້ອງ ຕໍ່ ສານລັດ​ຖະ​ທໍາ​ມະນູນຂອງຊິ​ມບັບ​ເວ​ໃນ​ວັນ
​ສຸກ​ວານ​ນີ້ ​ໂດຍ​ກ່າວ​ວ່າການເລືອກຕັ້ງ​ໃນ​ວັນ​ທີ 31 ກໍລະກົດ​
ນັ້ນ​ ໄດ້​ມີ​ການ​ສໍ້​ໂກງ​ຄະ​ແນນ​ສຽງ ​ເພື່ອ​ຊ່ອຍປະທານາທິບໍດີ
​ອາຍຸ 89 ປີ. ຕັ້ງ​ໃໝ່ ພາຍ​ໃນ 90 ມື້.

​ໂຄສົກຂອງ​ພັກ ທ່ານ Douglas Mwonzora ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ຂະ​ບວນການ MDC ຕ້ອງ​ການ​ຢາກ​ໃຫ້ມີການ​ປະກາດ​ ໃຫ້ການ​ເລືອກ​ຕັ້ງນີ້​ເປັນ​ໂມ​ຄະ ​ແລະ​ຈັດການ​ເລືອກ​ໃໝ່ ພາຍໃນ 90 ມື້.

ການ​ຍື່ນ​ຟ້ອງ​ຕໍ່​ສານ ​ໄດ້​ມີຂື້ນນຶ່ງມື້ ​ຫລັງ​ຈາກຄະນະ​ກໍາມະການ​ເລືອກ​ຕັ້ງຂອງ ຊິມ​ບັບ​ເວ ກ່າວ​ວ່າ​ເກືອບ 305,000 ຄົນ ​ໄດ້​ຖືກຂັດຂວາງ​ບໍ່​ໃຫ້​ປ່ອນ​ບັດ​ໃນ​ວັນເລືອກຕັ້ງ ສາ​ເຫດ​ກໍ​ເພາະວ່າ ​ມີບັນຫາ​ກັບບັນຊີ​ລາຍ​ຊື່​ຜູ້​ທີ່​ມີ​ສິດ​ປ່ອນ​ບັດ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ປ່ອນ​ບັດ​ໄດ້ “​ໃຫ້ການ​ຊ່ວຍ​ເຫລືອ” ​ແກ່​ຄົນ​ອຶ່ນໆ​ຫລາຍ​ກວ່າ 200,000 ຄົນ.

ຢູ່​ໃນ​ການຖະ​ແຫລ​ງ​ຂ່າວ ເມື່ອວັນ​ພະຫັດ​ວານ​ນີ້ ຂະບວນການ MDC ກ່າວ​ວ່າ ຖະ​ແຫລ​ງການ​ຂອງຄະນະ​ກໍາມະການ​ເລືອກ​ຕັ້ງ “​ແກ້​ໂຕ” ​ກ່ຽວກັບການ​ໂຕ້​ຖຽງທີ່ວ່າ​ການ​ປ່ອນ​ບັດ ​ເປັນ​ “ການສະແດງລະຄອນ​ຕະຫລົກຄັ້ງໃຫຍ່” ນັ້ນ.

Zimbabewe
please wait
Embed

No media source currently available

0:00 0:01:20 0:00
XS
SM
MD
LG