ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຊິມບັບເວ ລົງປະຊາມະຕິ ເອົາລັດຖະທຳມະນູນ ສະບັບ ໃໝ່


ປະຊາຊົນຊາວຊິມບັບເວ ເຂົ້າແຖວເພື່ອປ່ອນບັດ ໃນການລົງປະຊາມະຕິ ຮັບຮອງເອົາລັດຖະທຳມະນູນ ສະບັບໃໝ່ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນນະຄອນຫຼວງ Harare (16 ມີນາ 2013)
ປະຊາຊົນຊາວຊິມບັບເວ ເຂົ້າແຖວເພື່ອປ່ອນບັດ ໃນການລົງປະຊາມະຕິ ຮັບຮອງເອົາລັດຖະທຳມະນູນ ສະບັບໃໝ່ ທີ່ໜ່ວຍປ່ອນບັດແຫ່ງນຶ່ງ ໃນນະຄອນຫຼວງ Harare (16 ມີນາ 2013)
ປະຊາຊົນຊາວຊິມບັບເວພາກັນໄປປ່ອນບັດໃນການລົງປະຊາ
ມະຕິເພື່ອຮັບລັດຖະທຳມະນູນສະບັບໃໝ່ ຊຶ່ງນັບເປັນເທື່ອທຳ ອິດທີ່ໄດ້ຈຳກັດສະໄໝການດຳລົງຕຳແໜ່ງຂອງປະທານາທິບໍດີ.

ລັດຖະທຳມະນູນສະບັບໃໝ່ທີ່ໄດ້ມີການນຳສະເໜີດັ່ງກ່າວ ອະ ນຸຍາດໃຫ້ປະທານາທິບໍດີ ເຂົ້າຮັບຕຳແໜ່ງໄດ້ພຽງແຕ່ສອງສະ
ໄໝ ຊຶ່ງສະໄໝນຶ່ງໆມີກຳນົດ 5 ປີ.

ປະທານາທິບໍດີ Robert Mugabe ທີ່ມີອາຍຸ 89 ປີໄດ້ປົກຄອງ ຊິມບັບເວມາເປັນເວລາດົນກວ່າ 3 ທົດສະວັດແລ້ວ ແລະແມ່ນ ແຕ່ພາຍໃຕ້ລັດຖະທຳມະນູນສະບັບໃໝ່ທ່ານຍັງຈະສາມາດກຳ
ຕຳແໜ່ງປະທານາທິບໍດີໄດ້ອີກ 10 ຖ້າທ່ານຫາກຖືກເລືອກໃຫ້
ເຂົ້າກຳຕຳແໜ່ງຕື່ມ.

ທ່ານ Mugabe ແລະຄູ່ແຂ່ງຂອງທ່ານ ຄືນາຍົກລັດຖະມົນຕີ
Morgan Tsvan girai ຕ່າງກໍໃຫ້ການສະໜັບສະໜຸນຕໍ່ຮ່າງ
ລັດຖະທຳມະນູນສະບັບດັ່ງກ່າວ ແລະເປັນທີ່ຄາດກັນວ່າຈະ
ໄດ້ຮັບການອະນຸມັດຢ່າງງ່າຍດາຍ.

ບຸກຄົນທັງສອງໄດ້ຕົກລົງ ເພື່ອຄອງອຳນາດຮ່ວມກັນ ໃນການປົກຄອງປະເທດຊິມບັບ
ເວຫຼັງຈາກໄດ້ເກີດຄວາມຮຸນແຮງຢ່າງຮ້າຍກາດທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ການ ເລືອກຕັ້ງ ໃນປີ 2008 ແຕ່ພວກທ່ານທັງສອງ ແມ່ນຍັງສືບຕໍ່ ຜິດຂ້ອງຕ້ອງຖຽງກັນຢູ່. ຄວາມຮຸນແຮງຢ່າງກະຈັດກະຈາຍໄດ້ເກີດຂຶ້ນກ່ອນການລົງປະຊາມະຕິໃນວັນເສົາມື້ນີ້.

ກ່ຽວຂ້ອງກັນ

XS
SM
MD
LG