ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ອາຟຣິກາໃຕ້ ເຫັນດີນໍາ ຜົນການ ເລືອກຕັ້ງ ປ. ຊິມບັບເວ (ວີດິໂອ)


ພວກປ່ອນບັດເລືອກຕັ້ງ ເບິ່ງຜົນການເລືອກຕັ້ງແຫ່ງຊາດ ຢູ່ນອກສະຖານທີ່ປ່ອນບັດແຫ່ງນຶ່ງໃນກຸງ Harare ໃນວັນທີ 1 ສິງຫາ 2013.
ພວກປ່ອນບັດເລືອກຕັ້ງ ເບິ່ງຜົນການເລືອກຕັ້ງແຫ່ງຊາດ ຢູ່ນອກສະຖານທີ່ປ່ອນບັດແຫ່ງນຶ່ງໃນກຸງ Harare ໃນວັນທີ 1 ສິງຫາ 2013.
ທ່ານ Jacob Zuma ປະທານາທິບໍດີອາຟຣິກາໃຕ້ສະແດງ
ຄວາມຊົມເຊີຍຕໍ່ທ່ານ Robert Mugabe ທີ່ໄດ້ຖືກເລືອກຕັ້ງ
ເປັນປະທານາທິບໍດີຂອງ Zimbabwe ຄືນອີກ ເຖິງແມ່ນວ່າ
ຈະມີຄວາມກັງວົນໃຈຂອງບັນດາປະເທດຕາເວັນຕົກແລະພັກ
ຝ່າຍຄ້ານຢູ່ກໍຕາມ.

ຜົນການເລືອກຕັ້ງຢ່າງເປັນທາງການສະແດງໃຫ້ເຫັນວ່າ ທ່ານ
Mugabe ໄດ້ຮັບ 61 ເປີເຊັນຂອງຄະແນນສຽງທັງໝົດໃນການ
ເລືອກຕັ້ງ ໃນວັນພຸດຜ່ານມາ ທຽບໃສ່ກັບ 34 ເປີເຊັນທີ່ນາຍົກ
ລັດຖະມົນຕີ Morgan Tsvangirai ຊຶ່ງເປັນຄູ່ແຂ່ງມາແຕ່ດົນ
ຂອງທ່ານໄດ້ຮັບນັ້ນ.

ໃນຖະແຫລງການທີ່ເຜີຍແຜ່ອອກມາໃນວັນອາທິດວານນີ້ ທ່ານ Zuma ໄດ້ສົ່ງ “ຄໍາຊົມ
ເຊີຍອັນແຮງກ້າ” ໄປຍັງທ່ານ Mugabe ແລະຊຸກຍູ້ໃຫ້ພັກການເມືອງ ທຸກຝ່າຍໃນ Zimbabwe ຮັບຮູ້ວ່າ ຜົນການລົງຄະແນນສຽງດັ່ງກ່າວແມ່ນ “ການສະແດງເຖິງຄວາມ
ປາດຖະໜາຂອງປະຊາຊົນ.”

ກົງກັນຂ້າມ ບັນດາປະເທດຕາເວັນຕົກ ໄດ້ສະແດງຄວາມສົງໄສຕໍ່ການເລືອກຕັ້ງ
ດັ່ງກ່າວໂດຍສະເພາະແມ່ນ ການຈົດຊື່ລົງທະບຽນຂອງພວກໄປປ່ອນບັດ ຊຶ່ງພວກ
ຕິດຕາມເບິ່ງການເລືອກຕັ້ງຢູ່ພາຍໃນປະເທດເວົ້າວ່າ ມີການສໍ້ໂກງ ເພື່ອບໍ່ໃຫ້
ປະຊາຊົນຫລາຍພັນຄົນສາມາດປ່ອນບັດໄດ້.

ທ່ານ Bobb Carr ລັດຖະມົນຕີກະຊວງການຕ່າງປະເທດອອສເຕຣເລຍ ໃນວັນອາທິດ
ຜ່ານມາ ໄດ້ຮຽກຮ້ອງໃຫ້ມີການຈັດການລົງຄະແນນສຽງເລືອກຕັ້ງໃໝ່ໂດຍອີງໃສ່ ສິ່ງທີ່
ທ່ານເອີ້ນວ່າ ລາຍຊື່ຂອງພວກປ່ອນບັດທີ່ໄດ້ຮັບການກວດ​ສອບ​ແລ້ວ.

ໃນວັນເສົາຜ່ານມາ ທ່ານ John Kerry ລັດຖະມົນຕີກະຊວງການຕ່າງປະເທດສະຫະ
ລັດເວົ້າວ່າ ສະຫະລັດ ບໍ່ເຊື່ອວ່າຜົນການເລືອກຕັ້ງທີ່ປະກາດອອກມາແມ່ນສະທ້ອນໃຫ້
ເຫັນເຖິງ “ການສະແດງອອກເຊິ່ງຄວາມປາດຖະໜາຂອງປະຊາຊົນ Zimbabwe ຢ່າ​ງ​ແທ້​ຈິງ.”

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Zimbabwe Election
please wait
Embed

No media source currently available

0:00 0:01:11 0:00
XS
SM
MD
LG