ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

WHO ກ່າວວ່າ ບໍ່ຄວນຮັບ ການບໍລິຈາກເລືອດ ຂອງພວກທີ່ ມາຈາກເຂດ ເຊື້ອໄວຣັສ Zika ລະບາດ


ຂົງເຂດທີ່ມີຍຸງລາຍ
ຂົງເຂດທີ່ມີຍຸງລາຍ

ອົງການ​ອະນາ​ໄມ​ໂລກ ຫຼື WHO ກຳ​ລັງ​ແນ​ະນຳ​ບັນດາ​ເຈົ້າໜ້າ
​ທີ່ ບໍ່​ໃຫ້​ຮັບ​ເອົາ​ການ​ບໍລິ​ຈາກ​ເລື​ອດ ຈາກຜູ້ຄົນ​ຜູ້​ທີ່ຫາ​ກໍ່​ກັບ​ຄືນ
​ມາ​ຈາກບັນ ດາປະທດ ທີ່ໄດ້​ຮັບ​ຜົນ​ກະທົບ​ຈາກ​ເຊື້ອ​ໄວ​ຣັສ Zika.

​ເຊື້ອ​ໄວ​ຣັສທີ່​ແຜ່ຜາຍ​ດ້ວຍຍຸງດັ່ງກ່າວ ​ແມ່ນ​ລະບາດຢ່າງ​ກວ້າງ
ຂວາງ​ຢູ່ໃນ​ເຂດລາ​ຕິ​ນອາ​ເມຣິກາ ​ໂດຍ​ສະ​ເພາະຢູ່​ໃນ​ປະ​ເທດ
​ບຣາຊິລ ​ແລະ ​ເປັນ​ໄພ​ອັນ​ຕະລາຍ​ຮ້າຍ​ແຮງ​ສຸດ​ແກ່​ບັນດາ​
ແມ່ຍິງ​ທີ່ຖືພາ​.

ອົງການ WHO ​ໄດ້​ກ່າວ​ຕໍ່ອົງການ​ຂ່າວ AFP ຂອງຝຣັ່ງ ​ໃນ​
ວັນ​ພະ ຫັດ​ວານ​ນີ້​ວ່າ “ຍ້ອນ​ການ​ສ່ຽງ ​ທີ່​ຈະ​ເກີດ​ການ​ຕິ​ດ​ແປດ​
ໃໝ່​ ຂອງ​ເຊື້ອ​ໄວຣັສ Zika ຢູ່​ໃນ​ຫລາຍໆ​ປະ​ເທດນັ້ນມັນຈຶ່ງ​ມີ​ການ​ຄາດ​ຄະ​ເນວ່າ​ ເປັນ​ການ​ເຕືອນໃຫ້​ລະມັດລະວັງ​ອັນເໝາະ​ສົມ ຕໍ່​ການ​ພິຈາລະນາ​ທີ່​ຈະ ​ໂຈະ​ການ​ຮັບ​ບໍລິຈາກ​ເລືອດ ຈາກ​ຜູ້ທີ່​ຫາ​ກໍກັບ​ມາ​ຈາກເຂດ ທີ່​ມີການລະບາດຂອງເຊື້ອ​ໄວຣັສ Zika.”

ບັນດາ​ນາຍ​ແພດ​ສົງ​ໄສ​ວ່າ ​ເຊື້ອ​ໄວຣັສ Zika ພົວພັນ​ກັບ​ສະພາບ​ການ​ທີ່ແປກໆກ່ຽວ​ກັບ
​ເສັ້ນ​ປະສາດ ທີ່ຮ້ອງ​ວ່າ microcephaly ທີ່​ເຮັດ​ໃຫ້​ພວກ​ທາລົກ​ເກີດ​ມາ​ມີ​ຫົວ​ນ້ອຍຜິດ
ປົກກະຕິ.

ບຣາຊິລລາຍ​ງານ​ວ່າ ມີຫຼາຍ​ກວ່າ 4,000 ກໍລະນີຂອງ​ໂຣກ micro-cephaly ນັບ​ແຕ່
​ເດືອນ​ຕຸລາ​ເປັນ​ຕົ້ນ​ມາ. ​ແຕ່​ບັນດາ​ຜູ້​ຊ່ຽວຊານ​ຍັງ​ສັບ ສົນ​ຢູ່​ວ່າ ​ເປັນ​ຫຍັງຈຶ່ງ​ເກືອບບໍ່​ມີ
ເລີຍຢູ່​ໃນ​ບັນດາປະ​ເທດລາ​ຕິນອາເມຣິ ກາອື່ນໆ ບ່ອນ​ທີ່​ເຊື້​ອ​ໄວຣັສ Zika ປາກົດ​ຢູ່​ນັ້ນ.

ປະ​ເທດສະ​ເປ​ນ ​ໃຫ້ການຢືນຢັນກ່ຽວ​ກັບເຊື້ອ​ໄວຣັສດັ່ງກ່າວ ​ໃນ​ວັນ​ພະ ຫັດ​ວາ​ນນີ້ ຢູ່​ກັບ
​ແມ່ຍິງ​ຖືພາ ຜູ້​ທີ່​ຫາ​ກໍ່ໄດ້ເດີ​ນທາງ​ໄປ​ປະ​ເທດໂຄລ​ອມ​ເບຍ. ນີ້ແມ່ນກໍລະນີທຳ​ອິດທີ່​ຮູ້​ກັນ
ກ່ຽວ​ກັບ​ແມ່ຍິງ​ຖືພາຕິດ​ເຊື້ອ​ໄວຣັສ Zika ​ໃນ​ຢູ​ໂຣບ.

ປັດຈຸບັນ​ນີ້​ບໍ່​ມີ​ຢາ​ປິ່ນປົວເຊື້ອ​ໄວຣັສດັ່ງກ່າວ​ເທື່ອ. ​ແຕ່​ວ່າບັນດາ​ບໍລິສັດ ​ຜະລິດ​ຢາຕ່າງໆ
ກຳລັງພາກັນເລັ່ງ​ເລັດ​ໃນ​ການ​ປະຕິບັດ​ງານ​ເພື່ອ​ຊອກ​ຫາຢາ​ວັກ​ຊີ​ນ.

ZIKA Virus
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG