ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄວຣັສ Zika ສາມາດ ມີຊີວິດຢູ່ໄດ້ ໃນຕາ ແລະ ອາດເປັນໄປໄດ້ວ່າ ຢູ່ໃນນ້ຳຕາ


Disabled children cover each other in colored powder during Holi celebrations in Mumbai, India.
Disabled children cover each other in colored powder during Holi celebrations in Mumbai, India.

ເຊື້ອໄວຣັສ Zika ສາມາດມີຊີວິດຢູ່ໄດ້ໃນຕາ ແລະມີຫຼັກຖານສະ​ແດງ ​ໃຫ້​ເຫັນ​ວ່າ ​ໄດ້ພົບເຫັນເຊື້ອໄວຣັສນີ້ິ້ຢູ່ໃນນ້ຳຕາຂອງພວກສັດ. ບັນດານັກວິທະຍາສາດ ກ່າວວ່າ ພວກເພິ່ນຍັງບໍ່ທັນຮູ້​ເທື່ອວ່າ ເຊື້ອໄວຣັສນີ້ ສາມາດຕິດແປດກັນ ໂດຍຜ່ານທາງນ້ຳຕາ ລະຫວ່າງມະນຸດໄດ້ຫຼືບໍ່.

ປະມານ 1 ສ່ວນ 3 ຂອງທາລົກ ຜູ້ທີ່ເກີດມາ ພ້ອມກັບການຕິດເຊື້ອໄວຣັສ ແມ່ນຈະມີ ອາການຕາອັກເສບ ບາງຄັ້ງ ຈະເປັນຜົນເຮັດໃຫ້ຕາບອດໄດ້. ສ່ວນຢູ່ໃນກຸ່ມພວກຜູ້ໃຫຍ່ ບັນດານັກຊ່ຽວຊານ ກ່າວວ່າ ​ເຊື້ອ​ໄວຣັສ Zika ເປັນສາເຫດ ເຮັດໃຫ້ເກີດການຕິດ ພະຍາດ ເຊັ່ນ ການອັກເສບໃນແກ່ນຕາ ແລະ ການອັກເສບຂອງແຜ່ນເນື້ອເຫຍື່ອ ທີ່ປົກຄຸມແກ່ນຕາ ຢູ່ໃນຜູ້ຄົນ ຈຳນວນ ຫຼາຍເຖິງ 15 ເປີເຊັນ ທີ່ສະແດງອາການດັ່ງກ່າວ.

ບັນດານັກຄົ້ນຄວ້າ ໄດ້ສຶກສາເບິ່ງຕາຂອງໜູ ດ້ວຍຕົວແບບຂອງ​ເຊື້ອ Zika ເຊິ່ງໄດ້ ພົບເຫັນວ່າ ການຕິດເຊື້ອໄວຣັສ ຢູ່ໃນຕານັ້ນ ແມ່ນມີ​ກັນ​ຢ່າງແຜ່ກວ້າງ ອີງຕາມ ທ່ານ Michael Diamond ອາຈານດ້ານຈຸນ ລະຊີວະສາດ ທີ່​ໂຮງຮຽນ​ການ​ແພດ ມະຫາ ວິທະຍາໄລວໍຊິງຕັນ ໃນນະ ຄອນ St. Louis ລັດ Missouri.

ທ່ານ Diamond ໄດ້ລາຍງານ ໂດຍໃຫ້ການອະທິບາຍ ໃນເວລາ ທ່ານ ແລະຄູ່ຮ່ວມງານ ໄດ້ເລີ້ມຊອກຫາໄວຣັສ ຫຼື ເຊື້ອໄວຣັສ RNA ທີ່ສາມາດຄົ້ນຫາໄດ້ ຢູ່ໃນນ້ຳຕາ ວ່າ “ຫຼາຍພາກສ່ວນຕ່າງໆຂອງຕາ ເຊັ່ນ ແກ້ວຕາ ແກ່ນຕາດຳ ແລະ ຊັ້ນເນື້ອເຫຍື່ອ ຢູ່ດ້ານຫຼັງຂອງແກ່ນຕາ. ພາກສ່ວນທັງໝົດເຫຼົ່ານັ້ນ ປາກົດວ່າ ມີເຊື້ອໄວຣັສ ກ່ຽວ ພັນນຳດ້ວຍ ໂດຍສະເພາະ ຢູ່ໃນພວກແຊລ໌. ແລະແທ້ໆແລ້ວ ການກ່ຽວພັນນຳ ຂອງແຫຼວ ທີ່ຢູ່ໃນຕາ ເຊັ່ນກັນ.”

ພວກເພິ່ນ ໄດ້ພົບເຫັນສິ່ງທີ່ເປັນພັນທຸກຳໃນນ້ຳຕາ. ເຊື້ອໄວຣັສ RNA ແມ່ນຍັງມີຢູ່ ໃນນ້ຳຕາ ຂອງໜູ ເປັນເວລາ 28 ມື້ ຫຼັງຈາກທີ່ພວກນັກວິ ທະຍາສາດ ໄດ້ເຮັດໃຫ້ໜູ ຕິດເຊື້ອໄວຣັສ Zika.

ເວລາ ບັນດານັກສືບສວນ ​ໄດ້​ທົດລອງຂັ້ນຕໍ່ໄປ ທີ່ຈະເຮັດໃຫ້ພວກໜູ ກຸ່ມໜຶ່ງ ຕິດເຊື້ອ ໄວຣັສ Zika ດ້ວຍນ້ຳຕາ ທີ່ມີເຊື້ອໄວຣັສນັ້ນ ພວກເພິ່ນບໍ່ສາມາດເຮັດໄດ້. ອັນນັ້ນ ກໍບໍ່ ໝາຍຄວາມວ່າ ນ້ຳຕາຂອງມະນຸດ ບໍ່ສາມາດຕິດເຊື້ອໄວຣັສໄດ້. ທ່ານ Diamond ກ່າວ ວ່າ ມັນອາດເປັນໄປໄດ້ ແຕ່ອັນນັ້ນ ​ເປັນເລື່ອງທີ່ບັນດານັກວິທະຍາສາດ ຈະບໍ່ສາມາດ ຮຽນຮູ້ໄດ້ ຈົນກວ່າພວກເພິ່ນ ສຶກສາເບິ່ງນ້ຳຕາຂອງມະນຸດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG