ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດວາງແຜນຮັບມື ກັບບັນຫາຕ່າງໆ ທີ່ມີຜົນກະທົບຈາກ ໄວຣັສ Zika


ດຣ.Thomas Frieden ຜູ້ອຳນວຍການສູນ​ກາງ​ຄວບຄຸມ​​ແລະ​ປ້ອງ​ກັນ ​​ພະຍາດສະຫະລັດ ຖະແຫຼງຕໍ່ກອງປະຊຸມສື່ມວນຊົນ ກ່ຽວກັບໄວຣັດ Zika, 1 ເມສາ, 2016, ໃນ Atlanta.
ດຣ.Thomas Frieden ຜູ້ອຳນວຍການສູນ​ກາງ​ຄວບຄຸມ​​ແລະ​ປ້ອງ​ກັນ ​​ພະຍາດສະຫະລັດ ຖະແຫຼງຕໍ່ກອງປະຊຸມສື່ມວນຊົນ ກ່ຽວກັບໄວຣັດ Zika, 1 ເມສາ, 2016, ໃນ Atlanta.


ສະຫະລັດກຳລັງ​ຕຽມເຂົ້າ​ສູ່​ລະດູຍຸງ​ ​ແລະ​ມີຄວາມ​ເປັນ​ໄປ​ໄດ້​ວ່າ​ ຈະມີການລະບາດ​ຂອງ​ໄວຣັສ Zika ສູນ​ກາງຄວບຄຸມ​ພະ​ຍາດ​ຂອງ​ສະຫະລັດ ໄດ້ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ປະຈຳລັດໃນ​ກອງ​ປະຊຸມ​ກ່ຽວ​ກັບ​ເລື້ອງ ໄວຣັສ Zika ຊຶ່ງນັກ​ຂ່າວ​ຂອງ VOA Carol Pearson ລາຍ​ງານ​ມານັ້ນ ​ກໍແມ່ນວ່າ ບັນດາ​

ລັດ​ທັງຫຼາຍ​ທີ່​ມີ​ຊາຍ​ແດນຝັ່ງທະ​ເລ​ ​ທາງ​ຕອນ​ໃຕ້​ຂອງ​ສະຫະລັດ ທີ່​ເຊື່ອມ​ໂຍງ​ເຂົ້າ​ກັບ​ບັນດາ​ປະ​ເທດ​ເຂດ​ອາ​ເມຣິກາ​ລາ​ຕິນ ​ແລະ ​Caribbean ພວກປະຊາຊົນ​ທີ່​ບໍ່​ຄຸ້ນ​ເຄີຍ​ກັບ ໄວຣັສ Zika ​ແລະ​ຍັງ​ບໍ່​ທັນ​ເຂົ້າ​ໃຈ​ເຖິງພວກ​ຍຸງ​ທັງຫຼາຍ​ທີ່ສາມາດ​ເປັນ​ພາຫະນະ​ນຳພາ ໄວຣັສ Zika ​​ນີ້ ຊຶ່ງວັນນະ​ສອນ ຈະ​ນຳ​ມາສະ​ເຫນີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ພວກຊ່ຽວຊານດ້ານ​ສາທາລະນະ​ສຸກ ກ່າວ​ວ່າ ສະຫະລັດ ບໍ່​ໜ້າ​ຈະມີ​ຄວາມ​ເປັນ​ຫວ່ງ​ເປັນ​ໃຍກ່ຽວກັບ ໄວຣັສ Zika ​ ​ເພາະວ່າ ມີການ​ໃຊ້​ເຄື່ອງປັບ​ອາກາດ​ຫຼືອາຍເຢັນຢ່າງແຜ່ຫຼາຍ​ ​ແຕ່​ວ່າ ມັນ​ຍັງ​ມີ​ຄວາມ​ຮູ້ສຶກ ບໍ່​ສະບາຍ​ໃຈປານ​ໃດ​ຢູ່ໃນ​ເຂດ​ເມືອງ ຝັ່ງທະ​ເລ​ ​ທາງ​ຕອນ​ໃຕ້​ຂອງ​ສະຫະລັດ​ເຊັ່ນ​ຂົງ​ເຂດ​ນະຄອນ Houston, ລັດ Texas ​ນັ້ນເປັນ​ຕົ້ນ.

ທ່ານໝໍ James Versalovic ຈາກ​ມະຫາວິທະຍາ​ໄລການ​ແພດ Baylor Houston ກ່າວ​ວ່າ “ຢ່າງ​ທີ່​ເຫັນ​ໄດ້​ຊັດ​ນັ້ນ​ລະ ພວກ​ເຮົາ​ເປັນ​ຫ່ວງ​ເປັນ​ໃຍ ກໍເພາະວ່າ ພວກ​ເຮົາ​ຮູ້​ເຫດການ​ເກີດ​ຂຶ້ນຢູ່​ໃນ Brazil ແລະໃນຂົງ​ເຂດ ລາ​ຕິນ ອາ​ເມຣິກາ.”

​ໃນ​ການ​ສຳພາດ ຜ່ານ​ທາງ Skype ກັບ ​ດຣ. Versalovic ກ່າວ​ວ່າ​ພວກ​ຍຸງ​ທັງຫຼາຍ
​ທີ່​ສາມາດ​ນຳພາ​ໄວຣັສ Zika ຈະ​ອາ​ໄສ​ຢູ່ກັບ​ປະຊາ​ຄົມທາງ​ຝັ່ງ​ທະ​ເລ ​ແລະ​ບ່ອນ​ທີ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ຢ່າງ​ຫຼວງ​ຫຼາຍ ຊຶ່ງ​ຈະ​ເລີ້ມ​ໃນ​ເດືອນ​ເມສາ​ນີ້.

​ດຣ. Versalovic ກ່າວ​ວ່າ ບັນ​ດາລັດທັງຫຼາຍທີ່​ກ່າວ​ມາ​ນີ້ ຈຳ​ເປັນ​ຈະຕ້ອງໄດ້ຮັບ​
ຄວາມ​ຊ່ອຍ​ເຫຼືອ ຄື​ກັນ​ກັບ​ພວກ​ປະ​ເທດ​ອາ​ເມຣິກາລາ​ຕິນ ​ແລະ Caribbean ຊ່ອຍ​ໃນ​ການ​ຄວບ​ຄຸມ​ພວກ​ຍຸງ ຊ່ອຍ​ໃນ​ການກວດ​ສອບ​ທັງ​ພວກ​ຍຸງ​ແລະ​ຜູ້​ຄົນ ທີ່​ອາດ​ຕິດ ໄວຣັສ Zika​ ແລະ​ຊ່ອຍ​ໃນ​ການ​ກຳຈັດ​ຊາກ​ຫັກ​ພັງ ຕົ້ນ​ໝາກ​ຮາກ​ໄມ້​ທີ່​ຕາຍ ຢາງ​ລົດ​ເກົ່າ ​ແລະ ​ນ້ຳ​ຂັງ​ຕ່າງໆ.

ຄຳ​ຖາມ​ກໍ​ແມ່ນ​ວ່າ ສູນ​ກາງ​ຄວບຄຸມແລະ​ປ້ອງ​ກັນ ​ແລະ​ພະຍາດສະຫະລັດ ອົງການ​ສາທາລະນະ​ສຸກ​ແຫ່ງ​ຊາດ​ອື່ນໆ ​ຈະ​ສາມາດ​ຊ່ອຍ​ເຫຼືອ​ແລະ​ໃຫ້ບໍລິການໄດ້ຫຼາຍປານໃດ. ມັນ​ບໍ່​ໜ້າ​ຖາມ​ເລີຍ​ວ່າ ພວກ​ເຂົາ​ເຈົ້າ​ຕ້ອງການ​ການ​ຊ່ອຍ​ເຫຼືອ​ຢ່າງ​ປະຈຸ​ບັນ​ທັນ​ດ່ວນ.

​ດຣ. Versalovic ​ໄດ້​ກ່າວຜ່ານ​ທາງ Skype ​ວ່າ​ “ມັນ​ມີ​ຫຼັກ​ຖານ​ພຽງພໍ​ໃນ​ປະຈຸ​ບັນ​ນີ້​ທີ່ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງວ່າ ໄວຣັສ Zika ​ແມ່ນ​ມີ​ສ່ວນ​ພົວພັນ​ກັບ​ໂຣກຫົວ​ລີບ, ມັນ​ບໍ່​ພຽງ​ແຕ່​ຫົວ​ລີບ​ເທົ່າ​ນັ້ນ ​ແລະ​ມັນ​ຍັງ​ເຮັດ​ໃຫ້ການ​ພັດທະນາ​ຂອງ​ສະໝອງ​ຊ້າ​ລົງ​ອີກ ​ແລະ​ບໍ່​ເປັນ​ຈັ່ງບຸນ ພວກ​ເດັກນ້ອຍ​ເຫຼົ່າ​ນີ້ ຈະ​ຢູ່​ກັບ​ການ​ພິການ​ນີ້ຕະຫຼອດ​ຊີວິດ.”

ລັດຖະບານ​ຂອງ​ທ່ານ​ໂອ​ບາ​ມາ ຮ້ອງຂໍເອົາ​ເງິນ​ຈຳນວນ 2 ພັນ​ລ້ານ​ໂດ​ລ່າ ​ໃນ​ກອງ​ທຶນ​ພິ​ເສດ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້ ​ແຕ່​ວ່າ​ລັດຖະສະພາ ຍັງ​ບໍ່​ທັນ​ໄດ້​ຮັບ​ອະນຸ​ໝັດ​ເທື່ອ ​ແລະ ກອງ​ທຶນລັດ​ແມ່ນ​ມີຈຳນວນ​ຈຳກັດ.

ທ່ານ Stephen Morrison ຈາກ​ສູນ​ກາງ​ຍຸ​ດທະ​ສາດ​ແລະ​ການວາງ​ແຜນສຶກສາ​ນາໆ​ຊາດ ຫຼື Center for Strategic and International Studies ກ່າວ​ວ່າ “​ໃຫ້​ຄິດ​ເບິ່ງ​ວ່າ ​ໃນຊ່ວ​ງ​ ​ເສດຖະກິດ​ຖົດຖອຍ ຂອງ​ຊຸມ​ປີ 2008 ​ແລະ ​ຊຸມ​ປີ 2009 ​ໃນ​ສະຫະລັດ ປະມານ 25​ ເປີ​ເຊັນຂອງ​ພະນັກງານ​ຂອງ​ອົງການ​ສາທາລະນະ​ສຸກ​ທັງ​ໃນ​ລັດ ​ແລະ​ເຂດ​ທ້ອງ​ຖິ່ນ​ແມ່ນໄດ້​ຖືກ​ອອກ​ຈາກ​ວຽກ​ງານ. ງົບ​ປະມານ​ຂອງ​ພວກ​ເຂົາ​ເຈົ້າ​ຖືກ​ຕັດ​ລົງ​ແລະ​ພວກ​ເຂົາ​ເຈົ້າ​ໄດ້​ສູນ​ເສຍ​ຕຳ​ແໜ່​ງຂອງ​ພວກ​ເຂົາ​ເຈົ້າ​ ​ແລະຕຳ​ແໜ່​ງ​ເຫຼົ່າ​ນີ້ ຍັງ​ບໍ່​ໄດ້​ຈັດ​ເຂົ້າ​ບັນຈຸ​ຄືນເທື່ອ. ພວກ​ເຮົາ​ແມ່ນ​ປະຕິບັດ​ໜ້າ​ທີ່​ໃນ​ສະຖານະ​ພາບ​ທີ່​ຂາດ​ແຄນ.”

​ແຕ່​ວ່າ​ງົບປະມານ​ທີ່​ວ່າ​ນີ້ ຕ້ອງ​ມາ​ຈາກ​ບ່ອນ​ໃດ ບ່ອນ​ນຶ່ງ ​ເພາະວ່າການ​ຄວບ​ຄຸມພວກ​ຍຸງ​ເຫຼົ່າ​ນີ້​ແມ່ນ​ແພງ​ຫຼາຍ ການກວດ​ສອບກໍຕ້ອງໄດ້​ຈັດ​ໃຫ້​ມີ​ຂຶ້ນ ​ແລະ​ການ​ໂຄສະນາ​ໃຫ້​ຂໍ້​ມູນ​ກັບ​ປະຊາຊົນ​ນັ້ນ​ແມ່ນ​ສຳຄັນ ຄື​ກັນ​ກັບ​ບັນດາ​ປະ​ເທດ​ອາ​ເມຣິກາລາ​ຕິນ ທີ່​ຄວນເລີ້ມ​ໃນ​ການ​ປົກ​ປ້ອງ​ພວກ​ແມ່​ມານ​ທັງຫຼາຍ ​ແລະ​ພວກ​ລູກໆ​ຂອງ​ພວກ​ເຂົາ​ເຈົ້າ​ທີ່​ຍັງ​ຢູ່​ໃນ​ທ້ອງ.



ຂໍ້ມູນເພີ້ມຕື່ມກ່ຽວກັບໄວຣັສ Zika

XS
SM
MD
LG