ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ້າວ Snowden ກ່າວວ່າ ຈີນ ແລະຣັດເຊຍ ບໍ່ໄດ້ຮັບຂໍ້ມູນລັບ (ວີດີໂອ)


ທ້າວ Snowden ກ່າວ​ວ່າ ມີ​ສູນ​ເປີ​ເຊັນ​ທີ່​ວ່າຣັດ​ເຊຍ ຫຼືຈີນ​ເອກະ
ສານ​ລັບ​ຂອງ​ອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ
ທ້າວ Snowden ກ່າວ​ວ່າ ມີ​ສູນ​ເປີ​ເຊັນ​ທີ່​ວ່າຣັດ​ເຊຍ ຫຼືຈີນ​ເອກະ ສານ​ລັບ​ຂອງ​ອົງການ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ
ອະດີດ​ພະນັກງານສັນຍາ​ຈ້າງ​ຝ່າຍ​ສືບ​ລັບ​ສະຫະລັດ ທີ່​ເປີດ​
ເຜີຍ​ວ່າ ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ ​ທຳ​ການ​ສອດ​ແນມ
​ພົນລະ​ເມືອງ​ອາ​ເມຣິກາ​ນັ້ນ ກ່າວ​ວ່າ ມີ​ສູນ​ເປີ​ເຊັນ​ທີ່​ວ່າຣັດ​ເຊຍ
ຫຼືຈີນ​ ໄດ້ເອກະສານ​ລັບ​ຂອງອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ
ຫຼື NSA ໄປ. ​ໃນ​ການ​ໃຫ້​ສໍາພາດ​ຕໍ່​ໜັງສືພິມ New York
Times ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ພະຫັດ​ວານ​ນີ້ ນາຍ Edward
Snowden ກ່າວ​ວ່າ ລາວ​ໄດ້ມອບ​ເອກະສານລັບ​ທັງ​ໝົດ​ທີ່​
ລາວ​ມີ ​ໃຫ້​ພວກ​ນັກ​ຂ່າວ​ຢູ່ຮົງ​ກົງ.

ນາຍ Snowden ກ່າວ​ຕື່ມ​ວ່າ ການ​ເອົາ​ແຟ້ມ​ເອກະສານ​ຕິດ​
ໂຕ​ໄປ​ນຳ ​ເວລາ​ລາວ​ຫຼົບໜີ​ໄປ​ຢູ່​ກຸງ​ມອສກູ​ນັ້ນ ຈະ​ບໍ່​ສ້າງ​ຜົນ
​ປະ​ໂຫຍ​ດ​ໃດໆ​ໃຫ້​ແກ່​ປະຊາຊົນ.

ອະດີດ​ສັນຍາ​ຈ້າງ​ຄົນ​ນີ້ ຍັງ​ກ່າວ​ຕື່ມ​ວ່າ ລາວຄຸ້ນ​ເຄີຍດີກັບ
​ການຕໍ່ຕ້ານການ​ສືບ​ລັບ​ທາງ​ຄອມ​ພີ​ວ​ເຕີ​ຂອງຈີນ ແລະ​ວ່າ​
ອົງການ​ຄວາມໝັ້ນຄົງ​ແຫ່ງ​ຊາດ​ຮູ້ຈັກ​ວ່າ ລາວປົກ​ປ້ອງ​ຂ່າວ
​ລັບ​ຈາກ​ພວກ​ນັກ​ສືບ​ຈີນ​.

ນາຍ Snowden ​ເປີດ​ເຜີຍ​ຂ່າວ​ໃນ​ຕົ້ນ​ປີ​ນີ້​ວ່າ ອົງການ NSA
​ເກັບ​ກຳ​ຂໍ້​ມູນ​ຂອງ​ການສື່ສານ​ຕິດ​ຕໍ່​ກັນຂອງ​ພົນລະ​ເມືອງ​ອາ​ເມຣິກາ​.

ນາຍ Snowden ກ່າວ​ວ່າ ລາວ​ໄດ້​ຕັດສິນ​ໃຈ​ເປີດ​ເຜີຍ​ເລື້ອງ​ນີ້ ຫຼັງ​ຈາກ​ພົບ​ເຫັນ​ຢູ່​ໃນ
ລາຍ​ງານ​ສະບັບ​ນຶ່ງ​ຂອງ​ອົງການ NSA ກ່ຽວ​ກັບ​ການ​ລັກ​ດັກ​ຟັງ​ໂທລະສັບ​ຂອງ​ປະຊາຊົນ
ໂດຍເຈົ້າ​ໜ້າ​ທີ່​ໃນສະໄໝ​ລັດຖະບານ​ອະດີດ​ປະທານາທິບໍດີ​ບຸ​ຊ ​ໂດຍ​ບໍ່​ມີ​ຄຳ​ສັ່ງ​ຈາກ​ສານ​.

ນາຍ Snowden ກ່າວ​ວ່າ ​ໂຄງການ​ດັ່ງກ່າວ​ໄດ້​ຫລີກ​ລ້ຽງ​ກົດໝາຍ​ກວດກາ​ຫຼື​ເຝົ້າ​ລະວັງ
ທີ່​ມີ​ຢູ່​ໃນ​ປັດຈຸບັນນີ້.

ນາຍ Snowden ກ່າວ​ຕໍ່​ໜັງສືພິມ New York Times ວ່າ ຖ້າ​ພວກ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ
​ສຸດ​ໃນ​ວົງ​ການ​ລັດຖະບານ​ສາມາດ​ທຳລາຍ​ກົດໝາຍ​ໄດ້​ໂດຍ​ບໍ່​ມີ​ການ​ລົງ​ ​ແລ້ວ​ກໍ​ແປ​ວ່າອຳ
ນາດ​ລັບ ກໍ​ກາຍ​ເປັນ​ສິ່ງ​ອັນຕະລາຍ​ຢ່າງ​ຫຼວງ​ຫຼາຍ.

ນາຍ Snowden ​ໄດ້​ຫຼົບໜີ​ໄປ​ຢູ່​ຮອງ​ກົງ ​ແລະ​ຫຼັງ​ຈາກ​ນັ້ນ​ຫຼົບ​ໄປ​ຢູ່​ກຸງ​ມອສກູ ຫຼັງຈາກ​ເປີດ​
ເຜີຍ​ໂຄງການ​ສືບ​ລັບ​ຂອງ​ອົງການ NSA ​ແລ້ວ. ທ່ານ Vladimir Putin ປະທານາທິບໍດີຣັດ
​ເຊຍ​ອະນຸຍາດ​ໃຫ້​ລາວ​ລີ້​ໄພ​ໃນ​ກຸງ​ມອສກູ​ເປັນ​ເວລາ​ນຶ່ງ​ປີ ​ ຊຶ່ງ​ສ້າງຄວາມໂມ​ໂຫ​ໂກດແຄ້ນ​
ໃຫ້ແກ່​ສະຫະລັດ ທີ່​ຕ້ອງການ​ໂຕ​ຜູ້ກ່ຽວ​ມາ​ດຳ​ເນີນ​ຄະດີ​ໃນ​ສານ.

ອົງການ NSA ບໍ່​ໄດ້​ກ່າວ​ຖ້ອຍ​ຖະ​ແຫຼ​ງ​ໃດ​ໆອອກ​ມາກ່ຽວ​ກັບ​ຄຳ​ເວົ້າຂອງ​ນາຍ Snowden
ຕໍ່​ໜັງສືພິມNew York Times ​ແຕ່​ກ່າວ​ປ້ອງ​ກັນ​ໂຄງການ​ສິ້ງ​ຊອມ ຫຼືເຝົ້າ​ລະວັງ​ຂອງ​ຕົນ
​ໂດຍ​ກ່າວ​ວ່າໂຄງການ​ດັ່ງກ່າວ​ໄດ້​ຊ່ອຍສະກັດ​ກັ້ນ​ແຜນການ​ທຳ​ລ້າຍຂອງ​ພວກ​ກໍ່​ການ​ຮ້າຍ
​ຄັ້ງ​ສຳຄັນ​ໄວ້​ໄດ້​ຫຼາຍ​ຄັ້ງ.

Snowden
please wait
Embed

No media source currently available

0:00 0:00:36 0:00


XS
SM
MD
LG