ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວໜຸ່ມ ໄດ້ຮັບສິດ ໃຫ້ສະແດງ ຄວາມຄິດເຫັນ ກ່ຽວກັບບັນຫາໂລກ ທີ່ເກາະບາຫຼີ


ທ່ານ Babatunde Osotimehin ຜູ້ອໍານວຍການ UNFPA ມີຄວາມເຫັນຕໍ່ ກອງປະຊຸມຊາວໜຸ່ມໂລກ ທີ່ເກາະບາຫຼີ, ອິນໂດເນເຊຍ, ວັນທີ 4 ທັນວາ 2012.
ທ່ານ Babatunde Osotimehin ຜູ້ອໍານວຍການ UNFPA ມີຄວາມເຫັນຕໍ່ ກອງປະຊຸມຊາວໜຸ່ມໂລກ ທີ່ເກາະບາຫຼີ, ອິນໂດເນເຊຍ, ວັນທີ 4 ທັນວາ 2012.
​ໂດຍ​ທົ່ວ​ໄປ​ແລ້ວ ພວກຊາວໜຸ່ມ​ແມ່ນບໍ່ຄ່ອຍມີຕົວແທນຢູ່ໃນ
ລະດັບສູງສຸດຂອງຖານອໍານາດ ແຕ່ໃນຂະນະທີ່ຈໍານວນປະ
ຊາກອນຄົນໜຸ່ມເພີ່ມຂຶ້ນນັບມື້ ໂດຍສະເພາະໃນກຸ່ມປະເທດ
ພວມພັດທະນານັ້ນ ກອງປະຊຸມອະພິປາຍບັ້ນນຶ່ງຂອງອົງການ
ສະຫະປະຊາຊາດທີ່ເກາະບາຫຼີ ປະເທດອິນໂດເນເຊຍກໍກໍາລັງ
ໃຫ້​ໂອກາດພວກຊາວໜຸ່ມ ​ໄດ້​ມີ​ຫາງ​ສຽງ ເພື່ອພະຍາຍາມຊັກ​
ຈູງ​ແນວ​ຄິດ​ຂອງບັນດາຜູ້ນໍາອາວຸໂສທັງຫຼາຍ.

"Hello Everybody....
ນັ້ນ​ຄື​ສຽງ​ນາງ Agnes Monica ທີ່ເວົ້າວ່າ: “ສະບາຍດີທຸກໆທ່ານ ຂ້າພະເຈົ້າຮູ້ສຶກ ເປັນກຽດຢ່າງສູງ ທີ່ໄດ້ມາທີ່ນີ້ ເພື່ອໃຫ້ກຽດແກ່ບັນດາຜູ້ນໍາຊາວໜຸ່ມຈາກ ທົ່ວ ໂລກ ພວກທີ່ ບໍ່ພຽງ​ແຕ່ຈະສາມາດປ່ຽນແປງໂລກ​ໄດ້ເທົ່ານັ້ນ ແຕ່ຈະປ່ຽນແປງ ໂລກ ໃຫ້ເປັນບ່ອນຢູ່ອາ​ໄສທີ່ດີຂຶ້ນນໍາ​ອີກ.”

ນາງ Agnes Monica ອາຍຸ 26 ປີ ເປັນນັກຮ້ອງນັກສະແດງຊາວອິນໂດເນເຊຍ ຊຶ່ງຄັ້ງນີ້ ນາງ​ໄດ້ມາປາກົດຕົວເທິງເວທີ ສໍາລັບເຫດຜົນທີ່ແຕກຕ່າງກັນຫຼາຍ ກັບ​ເທື່ອ​ກ່ອນໆ.

Agnes ເປັນຜູ້ນຶ່ງໃນຕົວແທນຊາວໜຸ່ມຈໍານວນ 900 ຄົນ ທີ່ມາຮ່ວມກອງປະຊຸມຊາວໜຸ່ມ
ສາມວັນ ທີ່​ເກາະຕາກອາກາດບາຫຼີ ຂອງອິນໂດເນເຊຍ ​ໃນ​ອາທິດ​ແລ້ວ​ນີ້.

ກອງປະຊຸມນີ້ ​ແມ່ນດໍາເນີນການໂດຍກອງທຶນປະຊາກອນ ຂອງອົງການສະຫະປະຊາ ຊາດ ຫລື UNFPA​ ແລະ​ມີ​ເປົ້າໝາຍ​ເພື່ອໃຫ້ພວກຊາວໜຸ່ມ ມີປາກມີສຽງ ສະແດງຄວາມຄິດເຫັນ
ຂອງ​ເຂົາ​ເຈົ້າ ອິງ​ຕາມ ດຣ. Babatunde Osotimehin ຜູ້​ອໍານວຍ​ການ​ບໍຣິ ຫານ​ຂອງ​ອົງການ UNFPA.

ດຣ. ບາບາຕຸນເດ ເວົ້າວ່າ: “ທີ່ພວກເຮົາໄດ້ເຮັດໄປນັ້ນ ກໍຄືພວກເຮົາປ່ອຍໃຫ້ ກຸ່ມ
ປະສານງານຊາວໜຸ່ມຈາກນານາຊາດ ເປັນຜູ້ກໍານົດວາລະກອງປະຊຸມ ແລະຫົວຂໍ້
ທີ່ພວກເຂົາ​ເຈົ້າ​ຢາ​ກຍົກເອົາຂຶ້ນມາເວົ້າກັນ ແລະ ພວກ​ເຮົາ​ຫວັງ​ວ່າ ເວລາກອງ
ປະຊຸມສິ້ນສຸດລົງ ພວກເຂົາເຈົ້າຈະກໍານົດ ອະນາຄົດຂອງໂລກ ແລະມັນຄວນຈະ
ອອກມາ​ເປັນແບບໃດ.”


ປະມານ 43 ເປີເຊັນຂອງປະຊາກອນໂລກແມ່ນພວກທີ່ມີອາຍຸຕໍ່າກວ່າ 25 ປີ ແລະຈໍານວນ ຊາວໜຸ່ມແມ່ນກໍາລັງເຕີບໂຕຂຶ້ນຢ່າງວ່ອງໄວທີ່ສຸດຢູ່ໃນໂລກພວມພັດທະນາ.

ໃນປະເທດອິນໂດເນເຊຍ ມີຫຼາຍກວ່າ 60 ລ້ານຄົນທີ່ມີອາຍຸ​ໃນ​ຊຸມ 20 ປີຕົ້ນໆ ສ່ວນ ໃນຂົງເຂດອາຟຣິກາ ຫລາຍ​ກ່ວາ 70 ເປີເຊັນຂອງປະຊາກອນ ມີອາຍຸຕໍ່າ ກວ່າ 30 ປີ.

ໃນຂະນະທີ່ນັກເສດຖະສາດທັງຫຼາຍຄຸຍໂອ້ອວດ​ ເຖິງ​ຜົນ​ປະ​ໂຫຍ​ດຈາ​ກການ​ມີກໍາລັງ ແຮງງານທີ່ກໍາລັງ​ຂະ​ຫຍາຍ​ໂຕ​ໃຫຍ່​ຂຶ້ນ​ນັບ​ມື້ ໃນພວກປະເທດພວມພັດທະນາ ເຊັ່ນອິນ ໂດເນເຊຍນັ້ນ ​ແຕ່ກໍປາກົດວ່າ ມີຊາວໜຸ່ມທີ່ຫວ່າງງານ ​ໃນຈໍານວນສູງກວ່າທີ່ຜ່ານມາ.

ທ້າວ Chernor Bah ອາຍຸ 27 ປີ ນັກເຄຶ່ອນໄຫວ​ເພື່ອຊາວໝຸ່ນ ຈາກ Sierra Leone ​ເປັນ​ຄົນ​ນື່ງ ທີ່​ຂຶ້ນກ່າວ​ຕໍ່ກອງປະຊຸມ.

ທ້າວ Bah ເວົ້າວ່າ ສໍາລັບບັນດາຊາວໜຸ່ມຫຼາຍຄົນນັ້ນ ການສຶກສາເປັນສິ່ງນຶ່ງທີ່ພວກ ເຂົາເຈົ້າ​ໄດ້​ແຕ່ຝັນເຖິງ ແລະໃນລະດັບການຮ່າງນະໂຍບາຍແລ້ວ ​ແທບ​ບໍ່​ມີ​ຕົວ​ແທນ​ຂອງພວກຊາວໜຸ່ມ​ເລີຍ.

ແຕ່ກອງປະຊຸມອະພິປາຍ ທີ່ເກາະບາຫຼີຄັ້ງນີ້ ມັນແຕກຕ່າງ​ໄປ.

ຄຽງຂ້າງກັບບັນດາຜູ້ຮ່າງນະໂຍບາຍນັ້ນ ພວກຊາວໜຸ່ມຫຼາຍຮ້ອຍຄົນ ຈາກ 150 ປະເທດ ພາກັນ​ເຮັດ​ວຽກ ໃຫ້ຄໍາແນະນໍາກ່ຽວກັບສຸຂະພາບ ການສຶກສາ ແລະສິດທິ​ໃນ​ດ້ານ​ການ​ສືບ​ພັນ.

ທ້າວ Chernor Bah ມີ​ຄວາມ​ເຫັນດັ່ງ​ນີ້ ກ່ຽວ​ກັບກອງປະຊຸມ:

“ພວກຊາວໜຸ່ມໄດ້​ເປັນ​ຜູ້ນໍາຂັ້ນ​ຕອນນີ້ ໂດຍການຮ່ວມ ມືກັນໄດ້ດີຫຼາຍ ​ແລະ​ໃນແນວທາງທີ່ເປີດກວ້າງແລະຊື່ສັດຫລາຍ ຊຶ່ງຂ້າພະເຈົ້າ ຄິດວ່າ ເມື່ອໃດພວກເຮົາ ປຸ້ມລຸມອອກສຽງຮ່ວມກັນ ແລະວັດ ທະນະທໍາຂອງ ພວກເຮົາຜະສົມຜະສານເຂົ້າກັນ ແລະສິ່ງກີດກັ້ນທັງຫຼາຍທີ່ ພວກເຮົາພົບເຫັນ ແລະມີການເວົ້າ​ເຖິງໃນສື່ມວນຊົນ ​ແມ່ນບໍ່ໄດ້ສະແດງ ອອກ​ໃຫ້​ເຫັນ​ໃນທີ່ນີ້. ພວກເຮົາຄືຊາວໜຸ່ມ ທີ່ຕ້ອງການຈະເປັນ
ເຈົ້າຂອງ ອະນາຄົດຂອງພວກເຮົາ​ເອງ ແລະກໍານົດມັນເອງ ແລະເປັນພາກສ່ວນຂອງ ຂັ້ນຕອນຂອງການເຮັດມັນຂຶ້ນມາ ໄດ້.”


ຜົນການປະຊຸມດັ່ງກ່າວນີ້ ຈະໄດ້ນໍາສະເໜີຕໍ່ເລຂາທິການໃຫຍ່ອົງການສະຫະປະຊາ ຊາດ ​ແລະ​ນໍາ​ໄປ​ພິຈາລະນາໂດຍອົງກອນອື່ນໆຂອງສະຫະປະຊາຊາດ ໃນການວາງ ແຜນການພັດທະນາໃນອະນາຄົດຂອງພວກເຂົາເຈົ້າ.

ມັນກໍຟັງມີເຫດຜົນດີ ໃນແງ່ທິດສະດີ ແຕ່ມັນມີທາງຈະເກີດເປັນຈິງ ໄດ້ຫຼື ບໍ່? ທ້າວ Chernor Bah ກໍຫວັງວ່າ ມັນ​ຈະ​ເກີດ​ຂຶ້ນ​ໄດ້.

ສໍາລັບພວກຊາວໜຸ່ມທີ່ບໍ່ໄດ້ເຂົ້າຮ່ວມໃນກອງປະຊຸມ ທີ່ເກາະບາຫຼີນັ້ນ ທາງກອງ ປະຊຸມກໍໄດ້ຈັດຕັ້ງໃຫ້ມີກອງປະຊຸມທາງອິນເທີເນັດຂື້ນ ທີ່ເອີ້ນວ່າ Word Café ຫລື​ສະພາກາ​ເຟ​ໂລກ ຊຶ່ງ​ໄດ້ມີຊາວໜຸ່ມຫຼາຍກວ່າ 2,000 ຄົນ ຈາກ 26 ປະເທດ ເຂົ້າ​ໄປຮ່ວມອະພິປາຍ​ໃນໃນເວັບໄຊ້ນີ້ແລ້ວ.
XS
SM
MD
LG