ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວໜຸ່ມອາຟຣິກາ 500 ຄົນ ເຂົ້າຮັບການເຝິກອົບຮົມ ເປັນຜູ້ນຳ ຢູ່ສະຫະລັດ (ວີດີໂອ)


Young Africans Arrive in US for Leadership Program
please wait

No media source currently available

0:00 0:02:53 0:00

ບັນດາຊາວໜຸ່ມ ຈາກອາຟຣິກາ ທີ່ເຂົ້າຮ່ວມ ກອງ​ປະ​ຊຸມ​ ຜູ້ນຳ​ເຍົາ​ວະ​ຊົນ​ອາ​ຟຣິກາ ຄັ້ງ​ທຳ​ອິດຂອງວໍ​ຊິງ​ຕັນ ຫຼື Washington Fellowship for Young African Leaders ຢູ່ທີ່ນະຄອນຫລວງວໍຊິງຕັນ.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວ​ວ່າ
ສະຖຽນ​ລະ​ພາບ​ຂອງ​ໂລກ ​ໃນອະນາຄົດ​ ​ແມ່ນຂຶ້ນກັບ ຄວາມ
​ຈະ​ເລີ​ນ ​ແລະ ການກຸ້ມ​ຕົນ​ເອງ ຂອງ​ບັນດາປະ​ເທດ​ໃນ​ອາຟຣິກາ.

ທ່ານໄດ້ກ່າວຄຳ​ປາ​ໄສຢູ່​ວໍ​ຊິງ​ຕັນ ​ໃນ​ວັນ​ຈັນ​ວານ​ນີ້​ ຕໍ່​ກຸ່ມ​
ຊາວ​ໜຸ່ມ​ຈຳນວນ 500 ຄົນ ທີ່​ໄດ້ເຂົ້າມາ​ຮ່ວມ ກອງ​ປະ​ຊຸມ​
ຜູ້ນຳ​ເຍົາ​ວະ​ຊົນ​ອາ​ຟຣິກາ ຄັ້ງ​ທຳ​ອິດຂອງວໍ​ຊິງ​ຕັນ ຫຼື
Washington Fellowship for Young African Leaders
ຊຶ່ງພວກມາ​ເຂົ້າ​ຮ່ວມ​ ​ແມ່ນຈະໄດ້​ຮັບ​ການ​ເຝິກ​ອົບ​ຮົມ​ວິຊາ
​ການເປັນ​ຜູ້ນຳ ລະຍະ 6 ອາ​ທິດຢູ່ໃນສະຫະລັດ.

ການ​ໂຮມ​ຊຸມນຸມຂອງ​ພວກ​ເຍົາວະຊົນ​ໃນ​ຄັ້ງ​ນີ້ ແມ່ນ​ມີ​ຂຶ້ນກ່ອນ​ໜ້າ ກອງ​ປະ​ຊຸມ​ສຸດ​ຍອດ
​ຂອງຜູ້ນຳຈາກສະຫະລັດ​ແລະອາ​ຟຣິກາ ຢູ່​ທີ່​ວໍ​ຊິງ​ຕັນ ​ໃນ​ອາ​ທິດ​ໜ້ານີ້ ​ຊຶ່ງຈະ​ມີ​ຜູ້ນຳ​ຈາກ
​ອາ​ຟຣິກາ​ ປະມານ 50 ຄົນ ​ ​ມາ​ຮ່ວມ​ນຳ.

​ໃນ​ຄຳ​ຖະ​ແຫລ​ງຂອງ​ທ່ານ​ນັ້ນ ທ່ານ​ໂອ​ບາ​ມາ ​ໄດ້ຊຸກ​ຍູ້​ ​ໃຫ້ຜູ້​ຮັບ​ຟັງ​ທັງ​ຫຼາຍ ຈົ່ງຢືນ​ຢັດ
ຕໍ່ສູ້​ເພື່ອ​ສິດທິ​ມະນຸດ ​ແລະ​ສິດທິ​ຂອງຜູ້ຍິງ. ທ່ານ​ຍັງຍົກຍ້ອງ​ ສິ່ງຕ່າງໆ​ທີ່ບັນດາຜູ້​ເຂົ້າ
ຮ່ວມ ​ໄດ້​ບັນລຸ​ຜົນ​ໄປ​ແລ້ວ ຢູ່​ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ.

ພວກ​ເຍົາວະ​ຊົນ ​ໄດ້​ພາກ​ກັນ​ຮ້ອງ​ໂຮ ​ໃນ​ເວລາທ່ານໂອ​ບາ​ມາ ​ໄດ້​ປະກາດ​ວ່າ ​ໂຄງການນີ້
​ໄດ້ປ່ຽນ​ຊື່​ ​ເພື່ອ​ໃຫ້​ເປັນ​ກຽດແກ່​ມື້​ລາງ​ຜູ້ນຳ ທີ່ຕໍ່ຕ້ານການ​ແບ່ງ​ແຍກຜິວພັນ ​ແລະ​ອະດີດ
ປະທານາທິບໍດີອາ​ຟຣິກາ​ໃຕ້ ທ່ານ Nelson Mandela. ທ່ານ​ໂອ​ບາ​ມາ​ກ່າວວ່າ ຈິດ​ໃຈ​
ຂອງ​ຊາວ​ໜຸ່ມກຸ່ມ​ນີ້ ສະທ້ອນ​ເຖິງ ການ​ເບິ່ງ​ຊີວິດໃນ​ແງ່ດີ ​ແລະ ການ​ຢຶດຖືອຸດົມ​ການ ຂອງ
ທ່ານ Mandela ຜູ້​ທີ່​ໄດ້ເສຍ​ຊີວິດໄປ​ເມື່ອເດືອນທັນ​ວາປີ​ກາຍ​ນີ້.

Obama Holds Town Hall Meeting with Aspiring Young Africans
please wait

No media source currently available

0:00 0:03:10 0:00

XS
SM
MD
LG