ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Yoshihiko Noda ວ່າທີ່​ນາຍົກ ລມຕ ຄົນ​ໃໝ່​ຂອງ​ຍີ່ປຸ່ນ​


Yoshihiko Noda ນາຍົກລັດຖະມົນຕີຄົນ​ຫລ້າ​ສຸດ​ຂອງ​ຍີ່ປຸ່ນ​
Yoshihiko Noda ນາຍົກລັດຖະມົນຕີຄົນ​ຫລ້າ​ສຸດ​ຂອງ​ຍີ່ປຸ່ນ​

ລັຖະມົນຕີການ​ເງິນ​ຍີ່ປຸ່ນ ທ່ານ Yoshihiko Noda ຜູ້ທີ່ຈະ​ໄດ້ຂຶ້ນ​ມາເປັນ​ນາຍົກ
ລັດຖະມົນຕີຄົນ​ຫລ້າ​ສຸດ​ຂອງ​ຍີ່ປຸ່ນ​ນັ້ນ ​ແມ່ນເປັນ​ຜູ້ທີ່ສະໜັບ​ສະ​ໜູນ ນາຍົກລັດ
ຖະມົນຕີ Naoto Kan ຢ່າງ​ແຂງ​ແຮງ ​ແລະ​ຄາດ​ຫວັງ​ວ່າ​ຈະ​ດໍາ​ເນີນ​ງານຕາມ​
ນະໂຍບາຍຂອງ​ທ່ານ ​Kan.

ແຕ່​ວ່າ ​ແຕກ​ຕ່າງ​ຈາກນາຍົກລັຖະມົນຕີຄົນ​ປະ​ຈຸ​ບັນທີ່​ປະຊາຊົນ​ບໍ່​ນິຍົມ​ນັ້ນ ທ່ານ
Noda ສະໜັບສະໜູນການປະຕິ​ຮູບພາສີ ຊຶ່ງຮວມທັງການເພີ່ມພາສີ ຊື້ສິນຄ້າຂຶ້ນ
2 ເທົ່າຕົວ​ ​ເພື່ອ​ເອົາ​ເງິນ​ມາ​ໃຊ້​ຈ່າຍສໍາລັບເງິນຊ່ອຍເຫຼືອດ້ານ​ສະ​ຫວັດ​ດີກາ​ນສັງຄົມ
ທີ່ເພີ່ມສູງຂຶ້ນນັ້ນ​ ແລະດໍາ​ເນີນ​ງານ​ເພື່ອຄວບ​ຄຸມໜີ້ສິນຂອງລັດຖະບານ.

ທ່ານ Noda ໄວ 54 ປີ​ ຈະເປັນນຶ່ງໃນບັນດາຜູ້ນໍາຂອງຍີ່ປຸ່ນ ທີ່ມີອາຍຸນ້ອຍທີ່ສຸດ​
ໃນຊ່ວງໄລຍະປະຈຸບັນນີ້, ແລະມີຄວາມຫວັງກັນວ່າ ​ໄວ​ໜຸ່ມຂອງທ່ານຈະຊ່ວຍ​ດຶງ
ເອົາ​ພວກ​ຄົນ​ໜຸ່​ມ​ ເຂົ້າ​ມາ​ປະກອບສ່ວນ​ໃນການເມືອງຂອງຍີ່ປຸ່ນ ຫລາຍ​ຂຶ້ນ.

XS
SM
MD
LG