ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຟປ່າຢູ່ແຄມ ອຸດທະຍານແຫ່ງຊາດ Yosemite ກໍາລັງຄຸກຄາມ ແຊນ ແຟຣນຊິສໂກ (ວີດິໂອ)


香港争真普选全民抗争星期二进入第3天(美国之音图片/海彦拍摄)
香港争真普选全民抗争星期二进入第3天(美国之音图片/海彦拍摄)
ໄຟ​ປ່າຢູ່ແຄມ​ເຂດສວນ​ອຸດທະຍານ​ແຫ່ງ​ຊາດ Yosemite ຂອງ​ລັດແຄລິຟໍ​ເນຍ ພາ​ກ ຕາ​ເວັນ​ຕົກ​ສະຫະລັດ ກໍາລັງ​ທໍາລາຍ​ແນວ​ສາຍໄຟຟ້າ ທີ່​ສະໜອງ​ກະ​ແສ​ໄຟຟ້າ​ໃຫ້​ແກ່​ນະຄອນ San Francisco ທີ່​ຍັງຜົນ​ໃຫ້​ຜູ້​ວ່າການ​ລັດ​ແຄ​ລິ​ຟໍ​ເນຍ ທ່ານ Jerry Brown ປະກາດ​ພາວະ​ສຸກເສີນ​ໃນ​ເມືອງດັ່ງກ່າວ.

ທ່ານ Brown ​ໄດ້​ອອກ​ຄໍາ​ປະກາດ​ສຸກ​ເສີນ​ດັ່ງກ່າວ​ ເມື່ອ​ວັນ​ສຸກຜ່ານ​ມາ ​ໃນ​ຂະນະ​ທີ່​ໄຟ​ໄໝ້ກໍາລັງ​ລຸກລາມ​ໄປ ຢູ່​ຫ່າງ​ຈາກ​ຕົວ​ເມືອງ​ ປະມານ 300 ກິ​ໂລ​ແມັດ.

ສາຍ​ສົ່ງ​ກະ​ແສ​ໄຟຟ້າ​ບາງ​ແຫ່ງ​ໄດ້​ປິດ​ລົງ ຫຼັງຈາກ​ໄຟ​ໄດ້ໄໝ້​ທໍາລາຍ​ໂຄງ​ລ່າງ​ພື້ນຖານ ໄຟຟ້າ ທີ່ບໍລິການນະຄອນ San Francisco ​ແຕ່​ບໍ່​ເຫັນມີ
​ລາຍ​ງານ​ວ່າ ​ໄດ້​ມີ​ໄຟ ຟ້າມອດ​ຫຼືຂາດ​ແຕ່​ຢ່າງ​ໃດ.

ສວນ​ອຸດ​ທະຍານ​ແຫ່ງ​ຊາດ Yosemite ​ມີ​ຊື່​ສຽງຍ້ອນນໍ້າຕົກ​ອັນ​ສູງໆ​ແລະສວຍ​ງາມ ຫຼາຍໆ​ແຫ່ງ ທັງມີ​ໂງ່ນ​ຫິນ​ໃຫຍ່ ຕົ້ນໄມ້​ໃຫຍ່ ​ແລະ​ທິວ​ທັດ​ສວຍ​ງາມ ອື່ນໆອີກ.

ການ​ປະກາດ​ພາວະ​ສຸກ​ເສີນ​ດັ່ງກ່າວ ​ເປັນການ​ປ່ອຍ​ເງິນ​ງົບປະມານ​ແລະ​ຊັບພະຍາກອນ
ຕ່າງໆ​ ເພື່ອ​ຊ່ວຍ​ເຫຼືອ​ເມືອງ San Francisco ​ແລະ​ເຮັດ​ໃຫ້​ມີສິດ​ໄດ້​ຮັບ​ເງິນ​ຈາກ​ລັດຖະ
ບານ​ກາງ ​ເພື່ອ​ຊ່ວຍ​ຮັບ​ມື​ກັບການ​ຂາດ​ເຂີນ​ໄຟຟ້າ.

ອັກຄີ​ໄພດັ່ງກ່າວ ແມ່ນເປັນ​ນຶ່ງ​ໃນ​ໄຟ​ປ່າ 5​0 ​ແຫ່ງ ທີ່ກໍາລັງ​ໄໝ້​ຄຸກ​ຄາມ​ໄປ​ທົ່ວເຂດພາກ​
ຕາ​ເວັນ​ຕົກ ທີ່​ແຫ້ງ​ແລ້ງ​ຂອງ​ສະຫະລັດ.

ພວກ​ດັບ​ເພີງ ຫຼາຍພັນ​ຄົນ ກໍາລັງ​ປະຕິບັດ​ໜ້າ​ທີ່ ​ຕໍ່ສູ້​ກັບ​ໄຟ​ປ່າເຫຼົ່ານັ້ນ​ຢູ່ ໃນ​ຂະນະ​ນີ້.

ເບິ່ງວີດີໂອ:

US Wild Fires
please wait
Embed

No media source currently available

0:00 0:00:46 0:00
XS
SM
MD
LG