ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການຂ່າວ Yonhap ລາຍງານ ເກົາຫຼີເໜືອ ຮ້ອງພວກລູກເຕົ້າ ນັກການທູດ ກັບປະເທດ


ຮູບພາບທ່ານ Thae Yong Ho ນັກການທູດເກົາຫລີເໜືອ ທີ່ ໂຕນໜີ (ຖ່າຍຈາກວິດີໂດ).
ຮູບພາບທ່ານ Thae Yong Ho ນັກການທູດເກົາຫລີເໜືອ ທີ່ ໂຕນໜີ (ຖ່າຍຈາກວິດີໂດ).

ອົງການ​ຂ່າວ Yonhap ​ຂອງເກົາຫລີ​ໃຕ້​ກ່າວ​ວ່າ ​ຕົນໄດ້​ຊາບຈາກ​ແຫ​ລ່ງສືບ​ລັບ​ວ່າ ເກົາຫລີເໜືອ ຫວ່າງ​ມໍ່ໆ​ມາ​ນີ້​ໄດ້​ສັ່ງ​ໃຫ້​ພວກ​ລູກເຕົ້າທີ່​ໃຫຍ່​ແລ້ວ ຂອງ​ພວກນັກ​ການ​ທູດກັບ​ຄືນ​ປະ​ເທດ.

​ແຫ​ລ່ງຂ່າວແຈ້ງ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ຈາກ​ໜ່ວຍ​ສືບ​ລັບ​ເກົາຫລີ​ໃຕ້ ອົງການ​ສືບ​ລັບ​ແຫ່ງ​ຊາດ ​ໄດ້​ກ່າວ​ຕໍ່​ຄະນະ​ກຳມະການ​ສະພາ ທີ່​ກຳກັບ​ນຳ​ເລື້ອງນີ້ ຢູ່​ໃນ​ກອງ​ປະຊຸມ​ປິດ​ລັບ​ວ່າ ພຽງ​ຢາງ​ໄດ້​ອອກຖະ​ແຫລ​ງການ ສັ່ງ​ໃຫ້​ພວກ​ລູກ​ເຕົ້າ​ຂອງ​ນັກ​ການ​ທູດ ທີ່​ມີ​ອາຍຸ 25 ປີ​ຂຶ້ນ​ໄປກັບ​ຄື​ນປະ​ເທດ ​ອັນ​ເປັນ​ພາກສ່ວນນຶ່ງ ​ໃນອັນ​ທີ່​ປາກົດ​ວ່າ​ເປັນ​ຄວາມ​ພະ​ຍາ​ຍາມເພື່ອ​ຢຸດ​ເຊົາ​ບໍ່​ໃຫ້​ມີ​ການ​ໂຕນ​ໜີ​ທີ່​ອາດ ຈະ​ເກີດ​ຂຶ້ນ.

​ແຕ່​ແຫ​ລ່ງຂ່່າ​ວສະພາ​ກ່າວ​ຕໍ່​ອົງການ​ຂ່າວ Yonhap ວ່າ ​ຕົນ​ເຊື່ອວ່າ​ຄຳ​ສັ່ງດັ່ງກ່າວບໍ່​ ໄດ້
​ເປັນສາ​ເຫດ​ພາ​ໃຫ້ການ​ໂຕນ​ໜີ​ຫວ່າງ​ມໍ່ໆ​ມາ​ນີ້ ​ຂອງ​ທ່ານ Thae Yong Ho ​ເຈົ້າ​ໜ້າ​ທີ່​ໝາຍ​ເລກ​ສອງ​ຂອງ​ເກົາ​ຫລີ​ເໜືອປະ​ຈຳ​ອັງ​ກິດ. ​ແຫ​ລ່ງ ຂ່າວ​ກ່າວ​ວ່າ ເປັນ​ໄປ​ໄດ້​ທີ່​ທ່ານ Thae “​ໄດ້ຊອກ​ຫາໂອກາດ​ໂຕນ​ໜີມາ​ໄດ້​ຊົ່ວໄລຍະ​ນຶ່ງ​ແລ້ວ.”

ປະທານ​າທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Guen-hye ​ກ່າວ​ຕໍ່​ສະພາ​ຄວາ​ມ ໝັ້ນຄົງ​ຂອງ​ທ່ານ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ການ​ໂຕນ​ໜີ​ຂອງ ທ່ານ Thae ​ເປັນ​ຮ່ອງ​ຮອຍຂອງ​ການ “​ແຕກ​ແຫງ​ທີ່​ຮ້າຍ​ແຮງ” ຢູ່ໃນຄະນະປົກຄອງຂັ້ນສູງຂອງ ເກົາຫລີເໜືອ.

ພຽງຢາງ ໄດ້ປະນາມທ່ານ Thae ວ່າ “ເປັນມະນຸດຊົ່ວຊ້າ” ແລະກ່າວຫາ ທ່ານວ່າກະທຳ ຜິດຫລາຍຢ່າງ ຮວມທັງສຳເລົາເດັກນ້ອຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG