ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ຕຽມຍິງຈະຫຼວດ ໄລຍະໄກ​ ໃນເດືອນຕຸລາ ທ້າຍປີນີ້


ຮູບພາບຖ່າຍ ຈາກວີດີໂອເກົາຫລີເໜືອ ຈະຫລວດ Unha-3 ກຳລັງຍິງຂື້ນ ຈາກຖານຍິງ Sohae ທີ່ປະເທດເກົາຫລີເໜືຶອ.
ຮູບພາບຖ່າຍ ຈາກວີດີໂອເກົາຫລີເໜືອ ຈະຫລວດ Unha-3 ກຳລັງຍິງຂື້ນ ຈາກຖານຍິງ Sohae ທີ່ປະເທດເກົາຫລີເໜືຶອ.

ອົງການ​ຂ່າວ Yonghap ຂອງເກົາຫລີໃຕ້ ກ່າວ​ວ່າ ​ເກົາຫລີ
​ເໜືອ ກຳລັງ​ຕຽມ​ຍິງ ລູກ​ຈະ​ຫລວດ​ໄລຍະໄກຊະນິດໃໝ່ ​ໃນ
​ທ້າຍ​ປີ​ນີ້.

ອົງການ​ຂ່າວ Yonghap ທີ່ອ້າງ​ຄຳ​ເວົ້າ​ຂອງເຈົ້າໜ້າທີ່ ທີ່​ບໍ່​
ບອກ​ຊື່ຄົນນຶ່ງຂອງ​ລັດຖະບານເກົາຫລີ​ໃຕ້ ກ່າວ​ວ່າ ​ເກົາຫລີ
​ເໜືອ ​ໄດ້​ສຳ​ເລັດ​ການຍົກ​ລະດັບ ຢູ່​ຖານຍິງຈະຫຼວດ Soha
ຕັ້ງ​ຢູ່​ໃກ້​ກັບ​ຊາ​ຍ​ແດນ​ຈີນ. ການ​ຍົກ​ລະດັບດັ່ງກ່າວ ແມ່ນ
​ຮວມທັງການ​ຕິດ​ຕັ້ງ​ຫໍສົ່ງທີ່ສູງ​ 67 ​ແມັດ ທີ່ສາມາດ​ຮັບ​ມື​
ການກັບຈະ​ຫຼວດ ​ໃຫຍ່​ສອງ​ເທົ່າ​ ຂອງລູກ​ຈະ​ຫລວດ Unha-
3 ຂອງ​ເກົາຫລີ​ເໜືອ ທີ່​ໄດ້ສົ່ງດາວ​ທຽມຂຶ້ນ​ສູ່ວົງ​ໂຄຈອນ ​ໃນ​
ເດືອນ​ທັນວາ ປີ 2012.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຕົນ​ໄດ້​ຮັບ​ຂໍ້ລັບ ທີ່​ຜູ້ນຳເກົາຫລີ​ເໜືອ ທ່ານ Kim Jong-un
ໄດ້​ສັ່ງ​ໃຫ້​ຍິງລູກ​ສອນໄຟ​ລະຍະ​ໄກ​ ໃນ​ເດືອນ​ຕຸລານີ້ ​ເພື່ອ​ເປັນ​ຂີີດ​ໝາຍ​ຄົບຮອ​ບ 70 ປີ
​ ຂອງແຮງ​ງານ​ເກົາ​ຫລີ​ເໜືອ ທີ່ປົກຄອງປະເທດຢູ່ໃນ ເວລານີ້.

ອົງການ​ຂ່າວ Yonghap ກ່າວ​ວ່າ ຕົນ​ໄດ້​ຮູ້ຈັກເລື້ອງນີ້​ຈາກ​ເຈົ້າ​ໜ້າ​ທີ່ອີກ​ຄົນ​ນຶ່ງວ່າ ລັດ
ຖະບານ​ໄດ້ “ເຫັນ​ຮ່ອງ​ຮອຍ​ໃນອັນ​ທີ່​ປາກົດ​ວ່າ ​ເປັນ​ກາ​ນສ້າງ​ຈະ​ຫລວດ​ລະ​ຍະ​ໄກ ຢູ່ໂຮງງານ​ອາວຸດ​ແຫ່ງນຶ່ງ ໃກ້​ກັບ​ພຽງ​ຢາງ.”

​ເກົາຫລີ​ເໜືອ ​ໄດ້​ຖືກ​ຫ້າມພາຍ​ໃຕ້ມະຕິຂອງສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ບໍ່
ໃຫ້ທຳການທົດ​ລອງ​ ທີ່​ໃຊ້​ເທັກ​ໂນ​ໂລ​ຈີລູກ​ສອນ​ໄຟ​ຂີປະນາວຸດ.

Koreas Nuclear
please wait
Embed

No media source currently available

0:00 0:01:14 0:00

XS
SM
MD
LG