ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ໄປ​ພົບ ຄະ​ນະ​ປົກ​ຄອງ ທະ​ຫານ ທີ່​ຍຶດ​ອຳ​ນາດ (ສະ​ໄລ​ດ໌​/ວີ​ດີ​ໂອ)


ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ຖະ​ແຫຼງ​ຕ​ໍ່​ສື່ມວນ​ຊົນ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ນັກ​ຂ່າວ ​ທີ່​ບາງກອກ (7 ພຶດ​ສະ​ພາ 2014)
ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ຖະ​ແຫຼງ​ຕ​ໍ່​ສື່ມວນ​ຊົນ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ນັກ​ຂ່າວ ​ທີ່​ບາງກອກ (7 ພຶດ​ສະ​ພາ 2014)
ທ່ານນາງຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທໄດ້ໄປ
ສະເໜີໂຕ ທີ່ຄ້າຍທະຫານແຫ່ງນຶ່ງ ໃນບາງກອກ ໃນວັນສຸກ ມື້ນີ້
ຫລັງຈາກທ່ານນາງ ແລະພວກນັກການເມືອງອື່ນໆ ອີກຫຼາຍຄົນ ໄດ້ຖືກຮຽກໂຕໃຫ້ໄປພົບກັບຄະນະປົກຄອງທະຫານຂອງໄທ.

ກອງທັບໄທ ໄດ້ເຂົ້າຍຶດອຳນາດ ໃນການເຮັດລັດຖະທະປະຫານ
ແບບບໍ່ມີ ການນອງເລືອດ ໃນວັນພະຫັດວານນີ້ ໂດຍທີ່ ນາຍພົນ
ປຣະຍຸດ ຈັນໂອຊາກ່າວວ່າ ການເຄື່ອນໄຫວດັ່ງກ່າວແມ່ນແນໃສ່
ເພື່ອຟື້ນຟູ ຄວາມເປັນລະບຽບຮຽບຮ້ອຍ ແລະ ທຳການປະຕິຮູບ
ທາງດ້ານການເມືອງ. ນອກນັ້ນແລ້ວ ທາງກອງທັບ ຍັງໄດ້ສັ່ງໃຫ້
ລະງັບການໃຊ້ ລັດຖະທຳມະນູນ ເປັນ​ການຊົ່ວຄາວ ແລະ ຫ້າມ
ອອກນອກເຮືອນໃນຍາມກາງຄືນແຕ່ 10 ໂມງກາງຄືນຫາ 5 ໂມງເຊົ້າ ແລະສັ່ງໃຫ້ອັດສື່ມວນ ຊົນຫລາຍສະບັບ.

ສະຫະລັດ ແລະບັນດາລັດຖະບານຕາເວັນຕົກອື່ນໆ ກ່າວວ່າ ການກໍ່ລັດຖະປະຫານທີ່ວ່ານີ້ ແມ່ນບໍ່ມີຄວາມຈຳເປັນ. ທ່ານນາງ Kristie Kenney ເອກອັກຄະລັດຖະທູດສະຫະລັດ ປະ ຈຳປະເທດໄທ ກ່າວຕໍ່ຜູ້ສື່ຂ່າວວິໂອເອ Steve Herman ໃນວັນສຸກມື້ນີ້ວ່າ ວໍຊິງຕັນມີຄວາມ ວິຕົກກັງວົນ ກ່ຽວກັບສະຖານະການ ດ້ານສິດທິມະນຸດ ຂອງໄທ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ໄທ ທ່ານ​ນາງ Kristie Kenney ກ່າວ​ຕໍ່​ນັກ​ຂ່າວ​ວີ​ໂອ​ເອ Steve Herman ທີ່​ບາງກອກ 23 ພຶ​ດສະ​ພາ 2014
ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ຫລ ປະ​ຈຳ​ໄທ ທ່ານ​ນາງ Kristie Kenney ກ່າວ​ຕໍ່​ນັກ​ຂ່າວ​ວີ​ໂອ​ເອ Steve Herman ທີ່​ບາງກອກ 23 ພຶ​ດສະ​ພາ 2014

ທ່ານນາງ Kenney ເວົ້າວ່າ “ຊາວໄທ ແນ່ນອນ ຈະເປັນຜູ້ກຳນົດ
ເສັ້ນທາງຂອງພວກເຂົາເຈົ້າເອງ. ແຕ່ດັ່ງທີ່ ລັດຖະມົນຕີການຕ່າງ
ປະເທດສະຫະລັດ ທ່ານ John Kerry ໄດ້ກ່າວໄວ້ ພວກເຮົາແທ້
ຈິງແລ້ວ ຂໍຮຽກຮ້ອງ ໃຫ້ມີການກັບຄືນໃນທັນທີ ໄປສູ່ລັດຖະບາ
ພົນລະເຮືອນ ຍົກເລີກ ການຈຳກັດຮັດແຄບ ໃນດ້ານການຂ່າວ
ແລະໃຫ້ການເຄົາລົບຕໍ່ການນັບ​ຖືສິດທິມະນຸດ ແລະເສັ້ນທາງໄປ
ສູ່ການເລືອກຕັ້ງ.”

ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ ໃນວັນສຸກວານນີ້
ກອງທັບໄທກ່າວ ວ່າ ບຸກຄົນສຳຄັນໆ 155 ທ່ານຮວມທັງພວກຜູ້ ນຳລັດຖະບານທີ່ຖືກປົດ ແມ່ນໄດ້ຖືກຫ້າມບໍ່ໃຫ້ອອກເດີນທາງໄປຕ່າງປະເທດ ໂດຍບໍ່ໄດ້ຮັບ ອະນຸຍາດ.

ການກໍ່ລັດຖະປະຫານໃນວັນພະຫັດວານນີ້ ມີຂຶ້ນຫລັງຈາກໄດ້ມີການປະກາດໃຊ້ກົດໄອຍະ ການເສິກ ແລະການເຈລະຈາຫາທາງແກ້ໄຂວິກິດການ ເປັນມື້ທີສອງ ລະຫວ່າງພັກຝ່າຍທີ່ ເປັນປໍລະປັກ. ພວກທີ່ເຫັນເຫດການເວົ້າວ່າ ບັນດາຜູ້ທີ່ເຂົ້າຮ່ວມ ໃນການເຈລະຈາດັ່ງກ່າວ ໄດ້ຖືກພວກທະຫານນຳໂຕໄປ ຫລັງຈາກການເຈລະຈາ ບໍ່ສາມາດບັນລຸການປະນີປະນອມ ລະຫວ່າງພັກຝ່າຍຄ້ານ ແລະພວກສະໜັບສະໜຸນ ອະດີດນາຍົກລັດຖະມົນຕີທັກສິນ ຊິນນະ ວັດ. ເປັນທີ່ເຊື່ອກັນວ່າ ພວກເຂົາເຈົ້າຍັງຖືກພວກທະຫານ ຄວບຄຸມໂຕໄວ້ຢູ່.
THAILAND POLITICS CNPK
please wait

No media source currently available

0:00 0:01:56 0:00

ທ່ານນິວັດທຳຣົງ ບຸນຊົງໄພສານ ນາຍົກລັດຖະມົນຕີຮັກສາການຊົ່ວຄາວຂອງໄທ ບໍ່ໄດ້ຮວມ ຢູ່ໃນຈຳນວນພວກທີ່ໄປຮ່ວມການເຈລະຈາ. ທ່ານເອງ ແລະຄະນະລັດຖະບານຂອງທ່ານກໍ ໄດ້ມີຄຳສັ່ງ ໃຫ້ໄປສະເໜີໂຕ ຕໍ່ພວກທະຫານ.

ວິກິດການ ທາງດ້ານການເມືອງຂອງໄທ ໄດ້ກ້າວສູ່ຈຸດແຕກຫັກ ໃນຕົ້ນເດືອນນີ້ ເວລານ້ອງ ສາວຂອງທ່ານທັກສິນ ຄືທ່ານນາງຍິ່ງລັກແລະສະມາຊິກໃນຄະນະລັດຖະບານອີກຫຼາຍຄົນ ໄດ້ ຖືກປົດ ໂດຍສານລັດຖະທຳມະນູນຂອງປະເທດ ຍ້ອນ ໃຊ້ອຳນາດເກີນຂອບເຂດ.

ໄດ້ມີການແຕ່ງຕັ້ງນາຍົກລັດຖະມົນຕີຮັກສາການຊົ່ວຄາວທີ່ຈົງຮັກພັກດີ ຕໍ່ທ່ານທັກສິນ ແຕ່ ພວກປະທ້ວງຝ່າຍຄ້ານ ທວງໃຫ້ຄະນະລັດຖະບານທັງໝົດລາອອກ.

ມີເກືອບ 30 ຄົນໄດ້ເສຍຊີວິດ ໃນລະຫວ່າງການປະທ້ວງ ຕໍ່ຕ້ານລັດຖະບານ ທີ່ດຳເນີນມາ ເປັນເວລາ 6 ເດືອນແລ້ວນັ້ນ.
XS
SM
MD
LG