ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວເຢເມນ ພາກັນ ປະທ້ວງ ຢູ່ສະຖານທູດ ສະຫະລັດ (ສະໄລດ໌ກັບວີດີໂອ)


ພວກປະທ້ວງເຢເມນ ຢູ່ນອກສະຖານທູດສະຫະລັດ ທີ່ນະຄອນຫຼວງ Sanaa.
ພວກປະທ້ວງເຢເມນ ຢູ່ນອກສະຖານທູດສະຫະລັດ ທີ່ນະຄອນຫຼວງ Sanaa.
ພວກ​ປະ​ທ້ວງ​ຊາວ​ເຢ​ເມນຫຼາຍຮ້ອຍ​ຄົນທີ່​ພາກັນ​ໂກ​ດແຄ້ນ​ກ່ຽວ​ກັບ​ຮູບ​ເງົາ ທີ່​ໝິ່ນປະໝາດ​ສາສະໜາ​ອີສລາມ ​ໄດ້​ບຸກລຸກເຂົ້າ​ໄປ​ ໃນ​ບໍລິ​ເວນເດີ່ນສະຖານທູດ​ສະຫະລັດ​ ທີ່​ນະຄອນຫຼວງ Sana’a ຊຶ່ງ​ເປັນ​ການສືບ​ຕໍ່​ການ​ປະ​ທ້ວງ​ຕໍ່ຕ້ານ​ອະ​ເມຣິກັນ​ຢູ່​ທົ່ວ​ຂົງ​ເຂດ.

ພວກ​ປະ​ທ້ວງ​ໄດ້​ຈູດ​ລົດ​ນັກ​ການ​ທູດຈໍານວນ​ນຶ່ງ ​ເມື່ອ​ວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ ທີ່​ພວກ​ຍາມຮັກສາ​ຄວາມ​ປອດ​ໄພ​ໄດ້ໃຊ້​ທໍ່​ສີດນໍ້າ​ ສີດ​ໃສ່ແລະ​ຍິງ​ຂູ່ເພື່ອ​ພະຍາຍາມຈະ​ຂັບ​ໄລ່​ພວກ​ປະ​ທ້ວງ​ໜີ​ອອກໄປຈາກ​ບໍລິ​ເວນສະຖານ ທູດ​ທີ່ມີ​ການ​ຮັກສາ​ການ​ຢ່າງ​ແຂງແຮງໜາແໜ້ນ​ນັ້ນ. ມີລາຍ​ງານ​ວ່າ ມີ​ຜູ້​ຄົນ​ຈໍານວນ​ນຶ່ງໄດ້​ຮັບ​ບາດ​ເຈັບ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາ​ລີ​ເ​ບຍ ​ແລະ​ພະນັກງານ​ການ​ທູດ ຂອງ​ທ່ານ​ອີກ​ສາມ​ຄົນໄດ້ເສຍ​ຊີວິດ​ເມື່ອ​ວັນ​ອັງຄານ​ວານ​ນີ້ ຫຼັງຈາກ​ພວກ
​ທີ່ສົງໄສ​ວ່າ ​ເປັນພວກມຸສລິ​ມ​ຫົວ​ຮຸນ​ແຮງ​ໄດ້​ບຸກ​ໂຈມ​ຕີ​ສະຖານ​ກົງສຸນ​ສະ ຫະລັດ ​ທີ່​ເມືອງ​ເບັ​ງກາ​ຊີ ປະ​ເທດ​ລີ​ເບຍ​ນັ້ນ.

​ໃນເວລາ​ນີ້ ການ​ປະ​ທ້ວງ​ຍັງດໍາ​ເນີນຕໍ່​ໄປ ​ຢູ່​ນອກ​ບໍລິ​ເວນ​ສະຖານທູດ​ສະ ຫະລັດ​ທີ່​ນະຄອນຫຼວງ​ໄຄ​ໂຣຂອງ​ອິຈີບ​ໃນ​ວັນ​ພະຫັດ​ມື້​ນີ້ ​ໃນ​ຂະນະ​ທີ່ຕໍາ ຫຼວດ​ໄດ້​ຍິງ​ລະ​ເບີດ​ນໍ້າຕາໃສ່ກຸ່ມເຍົາວະ​ຊົນ​ປະມານ 200 ຄົນ​ນັ້ນ. ​ເຫດ ການ​ຄວາມ​ຮຸນ​ແຮງ​ດັ່ງກ່າວ​ແມ່ນ​ຕໍ່ຕ້ານ​ໂດຍ​ກົງ​ຕໍ່​ຮູບ​ເງົາ​ສະໝັກຫຼິ້ນທີ່ເຮັດ​ໂດຍ​ຊາວ​ອະ​ເມ​ຣິກັນ ທີ່​ໝິ່ນປະໝາດ​ພະ​ສາດສະດາມູຮໍາ​ມັດ​ ຂອງ​ສາສະ ໜາອີ​ສລາມນັ້ນ.

ໃນ​ລະຫວ່າງການ​ຢ້ຽມຢາມ​ຢ່າງ​ເປັນທາງ​ການ​ທີ່ນະຄອນຫຼວງ Brussels ປະ​ເທດ​ເບ​ລຢ້ຽມນັ້ນທ່ານ Mohamed Morsi ປະທານາທິບໍດີ​ພັກສາ​ສະ ໜາອີສລາມ​ຂອງ​ອິຈິບ ໄດ້​ຕໍ່​ວ່າ​ ຮູບ​ເງົາ​ດັ່ງກ່າວ ​ໂຈມ​ຕີພະ​ສາດສະດາ​ມູ ຮໍາ​ມັດຂອງ​ສາສະໜາ​ອິສລາມ ແລະກໍ​ປະນາມການ​ກໍາ​ຄວາມ​ຮຸນ​ແຮງ​ເຊັ່ນ​ກັນ. ​ທ່ານ​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ​ຈະປົກ​ປ້ອງ​ຊາວ​ຕ່າງປະ​ເທດໃຫ້​ປອດ​ໄພ​ດີ​ຢູ່​ໃນ​ອີ​ຈິບ.

ກ່ອນ​ໜ້າ​ນັ້ນ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແລະ​ປະທານ​ສະພາ​ແຫ່ງ ຊາດ​ລີ​ເບຍ ທ່ານ Mohamed Magarief ໄດ້​ຕົກລົງ​ກັນ​ເມື່ອ​ວັນ​ພຸດ​ວານ ນີ້ ​ເພື່ອ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ ​ໃນ​ການ​ສືບສວນ​ສອບ​ສວນ​ເຫ​ດການ​ໂຈມ​ຕີ ສະຖານ​ກົງສຸນ​ສະຫະລັດ​ທີ່​ເມືອງ​ເບັງກາ​ຊີຢ່າງ​ນອງ​ເລືອດ​ນັ້ນ. ຜູ້ນໍາລີ​ເບຍ​ໄດ້​ຂໍ​ຂະ​ມາ​ໂທດ​ຕໍ່​ສະຫະລັດ​ ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງກ່າວ.



ການ​ໂຈມ​ຕີສະຖານ​ກົງສຸນ​ສະຫະລັດ​ທີ່​ເມືອງ​ເບັງກາ​ຊີ ​ໄດ້​ສ້າງ​ຄວາມຕື່ນ​ຕົກ​ໃຈ​ແກ່​ປະທານາທິບໍດີ​ໂອ​ບາ​ມາຫຼາຍ ທີ່​ປະນາມ​ຄວາມ​ຮຸນ​ແຮງຢ່າງ ​ໂຫດຮ້າຍ​ປ່າ​ເຖື່ອນ​ນັ້ນ ​ແລະ​ປະຕິຍານ​ວ່າ​ຈະ​ນໍາ​ເອົາ​ຜູ້​ຮັບຜິດຊອບ​ໃນ ​ເລຶ່ອງນີ້ມາ​ລົງ​ໂທດ​ໃຫ້​ໄດ້ ​ແລະ​ກ່າວ​ວ່າ:

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ “ຂໍໃຫ້ແນ່ໃຈວ່າ ພວກ​ເຮົາ​ຈະ​ປະຕິບັດ​ງານ​ກັບ​ລັດຖະບານ​ລີ​ເບຍ ​ເພື່ອ​ນຳ​ເອົາ​ພວກ​ມື​ສັງຫານທີ່​ໂຈມ​ຕີ​ປະຊາຊົນ​ຂອງ​ພວກ​ເຮົາມາ​ລົງ​ໂທດ. ນັບ​ຕັ້ງ​ແຕ່​ໄດ້​ສ້າງ​ຕັ້ງ​ຂື້ນມາ ສະ​ຫະລັດ​ເປັນ​ປະ​ເທດທີ່​ເຄົາລົບ​ຄວາມ​ເຊື່ອ​ຖື​ຕ່າງໆ ພວກ​ເຮົາ​ປະຕິ​ເສດຕໍ່​ຄວາມ​ພະຍາຍາມທັງ​ໝົດ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ຄວາມ​ເຊື່ອຖືໃນສາສະໜາ​ຂອງ​ຄົນ​ອື່ນ ​ແຕ່ແນ່ນອນ​ທີ່​ສຸດ ບໍ່​ມີເຫດຜົນ​ໃດໆທີ່ມາອ້າງເປັນຂໍ້ແກ້ ຕົວໄດ້ ສໍາລັບ​ການກໍ່​ຄວາມ​ຮຸນ​ແຮງ​ ທີ່​ໄຮ້​ສະຕິແບບ​ນີ້. ບໍ່​ມີ​ເລີຍ.”


XS
SM
MD
LG