ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກະບົດ Houthi ຍຸບສະພາ ແລະເຂົ້າຍຶດ ອຳນາດ ໃນ ເຢເມນ


ພວກກະບົດ Houthi ຂອງຊາວຊີໄອທ໌ ໃສ່ເຄື່ອງແບບທະຫານ ລາດຕະເວນ ຢູ່ນອກທຳນຽບປະທານາທິບໍດີ
ໃນນະຄອນຫຼວງ Sanaa. (6 ກຸມພາ 2015)
ພວກກະບົດ Houthi ຂອງຊາວຊີໄອທ໌ ໃສ່ເຄື່ອງແບບທະຫານ ລາດຕະເວນ ຢູ່ນອກທຳນຽບປະທານາທິບໍດີ ໃນນະຄອນຫຼວງ Sanaa. (6 ກຸມພາ 2015)

ພວກກະບົດຊີໄອທ໌ ທີ່ມີອິດທິພົນ ໄດ້ເຂົ້າຍຶດອຳນາດ ຂັ້ນສຸດ
ທ້າຍຢູ່ໃນປະເທດເຢເມນໃນວັນສຸກວານນີ້ ໂດຍປະກາດວ່າ
ຕົນຈະຍຸບສະພາແຫ່ງຊາດ ແລະຈະສ້າງຕັ້ງສະພາປະທານາ
ທິບໍດີຂຶ້ນມາໃໝ່.

ກຸ່ມທະຫານບ້ານ Houthi ຂອງຊາວຊີໄອທ໌ ກ່າວໃນຖະແຫຼງ
ການສະບັບນຶ່ງ ທີ່ອອກທາງໂທລະພາບວ່າ ສະພາປະທານາ
ທິບໍດີທີ່ປະກອບດ້ວຍສະມາຊິກ 5 ຄົນຈະປົກຄອງເຢເມນຊຶ່ງ
ເປັນປະເທດທີ່ປະຊາຊົນສ່ວນໃຫຍ່ ນັບຖືສາສະໜາອິສລາມ
ນິກາຍຊຸນນີ່ນັ້ນ ເປັນເວລາດົນເຖິງ 2 ປີ. ກຸ່ມດັ່ງກ່າວ ເວົ້າວ່າ ຕົນຈະປະກອບສະພາແຫ່ງ ຊາດໃໝ່ທີ່ມີສະມາຊິກ 551 ຄົນ
ແທນສະພາເກົ່າແລະສະພາໃໝ່ນີ້ ຈະເລືອກເອົາສະພາປະທານາທິບໍດີ.

ສະຫະລັດ ໄດ້ປະຕິເສດຕໍ່ແຜນການ ຂອງພວກກະບົດ Houthi ໃນວັນສຸກວານນີ້ ໂດຍ ເວົ້າວ່າ ມັນບໍ່ໄດ້ມາດຕະຖານ ອີງຕາມການແກ້ໄຂ ທີ່ເປັນເອກກະສັນ ຕໍ່ວິກິດການທາງ ດ້ານການເມືອງຢູ່ໃນເຢເມນ.

ໂຄສົກກະຊວງຕ່າງປະເທດສະຫະລັດ ທ່ານນາງ Marie Half ກ່າວຕໍ່ພວກນັກຂ່າວ ໃນ ວັນສຸກວານນີ້ວ່າ ສິ່ງທີ່ພວກເຮົາຊຸກຍູ້ ກໍແມ່ນຂັ້ນຕອນ ທີ່ອີງຕາມລັດຖະທຳມະນູນຂອງ ເຢເມນ ປະທານາທິບໍດີທີ່ຖືກຕ້ອງຕາມກົດໝາຍພຽງຜູ້ດຽວ ໃນເວລານີ້ກໍແມ່ນປະທານາ ທິບໍດີ Adb Rabbuh Mansour Hadi ຈຶ່ງສາມາດອອກຄຳປະກາດ ຕາມລັດຖະທຳມະ ນູນໄດ້ ແລະຄວາມຈິງແລ້ວ ທ່ານກໍຍັງເປັນປະທານາທິບໍດີ ຈົນກວ່າທ່ານລາອອກ ໂດຍ ການຮັບເອົາຂອງສະພາແຫ່ງຊາດ.

ທີ່ນະຄອນນິວຢອກ ໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban
Ki-moon ກ່າວວ່າ ທ່ານເລຂາທິການໃຫຍ່ມີຄວາມວິຕົກກັງວົນຢ່າງໃຫຍ່ຫລວງ ໃນອັນ
ທີ່ທ່ານເອີ້ນວ່າ ຊ່ອງຫວ່າງທາງອຳນາດຢູ່ໃນເຢເມນ.

ຄວາມວຸ້ນວາຍທາງການເມືອງ ເປັນເວລາຫຼາຍໆເດືອນ ໄດ້ຜັກດັນໃຫ້ເຢເມນກ້າວເຂົ້າ
ສູ່ຄວາມໂກລາຫົນວຸ້ນວາຍ. ຄວາມບໍ່ທຸ່ນທ່ຽງດັ່ງກ່າວ ທີ່ເກີດຂຶ້ນຍ້ອນການມີໜ້າ ຂອງ ພວກກໍ່ການຮ້າຍອາລກາອີດາໃນແຫຼມອາຣາເບຍເຮັດໃຫ້ສະຖານະການຊຸດໂຊມລົງຕື່ມ.

ການເຈລະຈາລະຫວ່າງພວກກະບົດ Houthi ແລະພັກການເມືອງຕ່າງໆຂອງເຢເມນໄດ້ ສິ້ນສຸດລົງໃນວັນພຸດຜ່ານມານີ້ ໂດຍບໍ່ສາມາດບັນລຸການຕົກລົງກັນໄດ້.

YEMEN CNPK
please wait
Embed

No media source currently available

0:00 0:01:26 0:00

XS
SM
MD
LG