ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອະດີດປະທານາທິບໍດີ ເຢເມນ ຫຼົບໜີຈາກ ນະຄອນຫຼວງ ຫລັງຈາກຖືກປ່ອຍໂຕ


ອະດີດປະທານາທິບໍດີເຢເມນ ທ່ານ Abd Rabbuh Mansour Hadi.
ອະດີດປະທານາທິບໍດີເຢເມນ ທ່ານ Abd Rabbuh Mansour Hadi.

ບັນດາ​ຜູ້ຊ່ວຍ ​ອະ​ດີດ​ປະທາ​ນາ​ມິ​ບໍດີ​ເຢ​ເມນ ທ່ານ Abed
Rabbo Mansour Hadi ກ່າວ​ວ່າ ທ່ານ​ໄດ້ເດີນທາງອອກ​
ຈາກນະຄອນຫລວງ Sana’a ຫຼັງ​ຈາກ ພວກ​ກະບົດ Shi’ites
ປ່ອຍ​ໂຕ​ທ່ານ​ໄປ ລຸນຫລັງ​ທີ່​ໄດ້​ຖືກ​ກັກ​ບໍລິ​ເວນ​ ​ມາ​ໄດ້​ຫລາຍ
​ອາທິດ.

ບັນດາ​ຜູ້​ຊ່ວຍ ກ່າວ​ຕໍ່​ສື່​ມວນຊົນຕາ​ເວັນ​ຕົກ​ໃນ​ວັນ​ເສົາ​ມື້​ນີ້​ວ່າ
ທ່ານ Hadi ​ໄດ້​ມຸ້ງໜ້າ​ໄປ​ສູ່ເມືອງ Aden ຢູ່ໃນພາກໃຕ້ຂອງ
ປະເທດ ຊຶ່ງເປັນ​ບ້ານ​ເກີດຂອງ​ທ່ານ.

ອະດີດ​ປະທານາທິບໍດີ ​ໄດ້​ຖືກ​ກັກ​ບໍ​ລິ​ເວນ​ຫລັງ​ຈາກ​ໄດ້​ຖືກຈັບ
ກຸມ​ໃນ​ເດືອນ​ແລ້ວ​ນີ້ ພ້ອມດ້ວຍ​ບັນດາ​ລັດຖະມົນຕີ​ຂອງ​ທ່ານ ​ເວລາພວກ​ກະບົດ Houthi ຂອງ ຊາວຊີໄອທ໌ ໂຄ່ນ​ລົ້ມລັດຖະບານ​ເຢ​ເມນ.

With Yemen Near Civil War, UN Envoy Hails Talks Breakthrough
please wait

No media source currently available

0:00 0:03:08 0:00

ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໄດ້​ຮັບ​ເອົາ​ມະຕິໃນ​ຕົ້ນ​ອາທິດ​ແລ້ວ​ນີ້ ຮຽກຮ້ອງ
​ໃຫ້ພວກກະບົດ Houthis ຟື້ນຟູລັດຖະບານເຢເມນຄືນ​ໃໝ່ ​ແລະ ທ່ານ Hadi ແມ່ນຜູ້​ທີ່
​ໄດ້ຮັບການໜູນ​ຫລັງ​ໂດຍສະຫະລັດ.

ປະ​ເທດ​ເຢ​ເມນ​ ​ໄດ້​ປະສົບ​ກັບ​ຄວາມ​ວຸ້ນວາຍທາງ​ດ້ານ​ການເມືອງ ນັບ​ແຕ່ພວກ​ກະບົດ
Houthi ​ໄດ້ເຂົ້າ​ຍຶດ​ເອົາ​ນະຄອນ​ຫລວງ Sana’a ​ໃນ​ເດືອນ​ກັນຍາ ປີ ກາຍນີ້.

​ໃນ​ວັນ​ສຸກ​ວານ​ນີ້ ທູດ​ພິ​ເສດ ສະຫະ​ປະຊາ​ຊາດປະຈຳ​ເຢ​ເມນ ກ່າວ​ວ່າ ບັນດາ​ພັກ​ການ​
ເມືອງທີ່ເປັນປໍລະປັກ ຮວມທັງພວກ​ກະບົດ Shi’ites ທີ່​ໄດ້​ເຂົ້າຍຶດອຳ ນາດ ຢູ່​ໃນ​ປະ​ເທດ
ຊຶ່ງປະຊາຊົນສ່ວນ​ໃຫຍ່​ເປັນ​ຊາວ Sunni ນັ້ນ ໃກ້ຈະ​ບັນລຸການ​ຕົກລົງກັນແລ້ວ ທີ່​ອາດ​ຈະ
ປ້ອງ​ກັນ​ບໍ່​ໃຫ້​ປະ​ເທດດັ່ງກ່າວ​ກ້າວເຂົ້າສູ່ສົງຄາມ​ກາງ​ເມືອງ.

ທ່ານ Jamal Benomar ​ໄດ້ໃຫ້ຄວາມເຫັນດັ່ງກ່າວ ຜ່ານ​ໜ້າ Facebook ຂອງທ່ານ ໃນ​
ວັນ​ສຸກ​ວານ​ນີ້ວ່າ “ພວກ​ເຮົາ​ໄດ້​ເອົາບາດກ້າວ​ທີ່​ສຳຄັນ​ໃນມື້​ເຊົ້າ​ນີ້ ​ໄປ​ສູ່ການບັນລຸ​ຂໍ້​ຕົກ
ລົງທາງ​ການ​ເມືອງ​ເພື່ອ​ຍຸດຕິ​ວິ​ກິດ​ການ​ໃນ​ປັດຈຸບັນນີ້.”

YEMEN VO
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG