ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານ 9 ຄົນ ເສຍຊີວິດ ໃນການໂຈມຕີ ຢູ່ເຢເມນ


ແຜນທີ່ເຢເມນ ສະແດງທີ່ຕັ້ງຂອງເມືອງ Shuqra ເມືອງ Abyan ແລະເມືອງເອເດັນ.
ແຜນທີ່ເຢເມນ ສະແດງທີ່ຕັ້ງຂອງເມືອງ Shuqra ເມືອງ Abyan ແລະເມືອງເອເດັນ.
ເຈົ້າໜ້າທີ່ເຢເມນກ່າວວ່າ ກຸ່ມທີ່ສົງໄສວ່າເປັນພວກຫົວຮຸນແຮງໄດ້
ສັງຫານທະຫານ ຢ່າງນ້ອຍ 9 ຄົນ ໃນການໂຈມຕີສະຫຼະຊີບ ຕໍ່ຄ້າຍ
ທະຫານແຫ່ງນຶ່ງ ໃນພາກໃຕ້ຂອງປະເທດເຢເມນ ໃນວັນສຸກມື້ນີ້.

ເຈົ້າໜ້າທີ່ ລາຍງານວ່າ ພວກຫົວຮຸນແຮງໄດ້ຂັບລົດ ທີ່ບັນທຸກລະ
ເບີດເຂົ້າໄປເຖິງປະຕູຂອງຄ້າຍ ຊຶ່ງຕັ້ງຢູ່ ໃກ້ໆກັບເມືອງ Shakra
ແລ້ວກໍບີບຄະນວນລະ ເບີດໃຫ້ແຕກຂຶ້ນ.

ການໂຈມຕີ ທີ່ແຂວງ Abyan ໃນວັນສຸກມື້ນີ້ ມີຂຶ້ນນຶ່ງມື້ຫຼັງຈາກ
ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງເຢເມນກ່າວວ່າ ການໂຈມ
ຕີທີ່ສົງໄສວ່າ ມາຈາກເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດໄດ້ສັງ
ຫານພວກຫົວຮຸນແຮງທີ່ເປັນເຄືອຂ່າຍຂອງກຸ່ມກໍ່ການຮ້າຍອາລ
ກາອີດາຢ່າງນ້ອຍ 7 ຄົນ ຢູ່ໃນພາກໃຕ້ຂອງປະເທດເຢເມນ.

ເຂດດັ່ງກ່າວເປັນທີ່ໝັ້ນຂອງກຸ່ມກໍ່ການຮ້າຍອາລກາອີດາ ຈົນເທົ່າກອງທັບເຢເມນໄດ້ບຸກ
ເຂົ້າໂຈມຕີໃນຕົ້ນປີນີ້ ເພື່ອຍາດເອົາເຂດພາກໃຕ້ຂອງປະເທດທີ່ຖືກພວກຫົວຮຸນແຮງຢຶດ ໄປນັ້ນຄືນມາ.

ກຸ່ມກໍ່ການຮ້າຍອາລກາອີດາໄດ້ເຂົ້າຄວບຄຸມຫຼາຍໆເຂດໃນພາກໃຕ້ເຢເມນປີກາຍນີ້ໃນລະ
ຫວ່າງການລຸກຮືຂຶ້ນຂັບໄລ່ປະທານາທິບໍດີ Ali Abdullah Saleh.

ກຸ່ມທີ່ສົງໄສວ່າ ເປັນພວກຫົວຮຸນແຮງໄດ້ທຳການໂຈມຕີສະຫຼະຊີບແລະການໂຈມຕີອື່ນໆ ທີ່ແນເປົ້າໝາຍໃສ່ພວກເຈົ້າໜ້າທີ່ລັດຖະບານ.

ກ່ຽວຂ້ອງກັນ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG