ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ al-Qaida ໂຈມຕີ ສໍານັກງານໜ່ວຍສືບລັບ ຂອງເຢເມນ


ລົດຄັນນຶ່ງ ທີ່ຖືກທໍາລາຍ ໃນການໂຈມຕີຂອງພວກ al-Qaida ທີ່ເຢເມນ ໃນວັນເສົາວານນີ້, ທີ 18 ສິງຫາ 2012.
ລົດຄັນນຶ່ງ ທີ່ຖືກທໍາລາຍ ໃນການໂຈມຕີຂອງພວກ al-Qaida ທີ່ເຢເມນ ໃນວັນເສົາວານນີ້, ທີ 18 ສິງຫາ 2012.
ພວກເຈົ້າໜ້າທີ່ເຢເມນເວົ້າວ່າ ພວກທີ່ສົງໄສວ່າ ເປັນສະມາຊິກ
ກຸ່ມຫົວຮຸນແຮງ al-Qaida ໄດ້ທໍາການໂຈມຕີສໍານັກງານໜ່ວຍ
ສືບລັບ ໃນເມືອງເອເດິນ (Aden) ທາງພາກໃຕ້ຂອງປະເທດ ຊຶ່ງ
ໄດ້ສັງຫານທະຫານ ແລະເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງ
ເຢເມນ ຢ່າງໜ້ອຍ 14 ຄົນ.

ແຫລ່ງຂ່າວຈາກໜ່ວຍສືບລັບ ແລະພວກເຫັນເຫດການເວົ້າວ່າ
ພວກຫົວຮຸນແຮງໄດ້ໂຈມ ຕີອາຄານດັ່ງກ່າວຈາກສອງຂ້າງ ໃນ
ວັນເສົາວານນີ້ ດ້ວຍລູກລະເບີດທີ່ໃຊ້ຈະຫລວດຍິງ ຫລືລະເບີດ
RPG ນັ້ນ ແລະອາວຸດປືນກົນ. ຢ່າງໜ້ອຍທະຫານ 7 ຄົນໄດ້ຮັບ
ບາດເຈັບ.

ພວກຫົວຮຸນແຮງດັ່ງກ່າວສາມາດລົບໜີໄດ້.

ເຄືອຂ່າຍຂອງ al-Qaida ທີ່ຕັ້ງຢູ່ໃນເຢເມນ ກໍຄືພວກ al-Qaidaໃນແຫລມອາຣັບ ແມ່ນ ຍັງມີການເຄື່ອນໄຫວຢ່າງຫ້າວຫັນຢູ່ຕໍ່ມາ ໃນພາກໃຕ້ຂອງເຢເມນ. ຄົນຮ້າຍທີ່ຕ້ອງສົງ ໄສວ່າ ເປັນພວກຫົວຮຸນແຮງດັ່ງກ່າວ ໄດ້ທໍາການວາງລະເບີດ ສະຫລະຊີບຫລາຍໆບັ້ນ ແລະ ກໍໄດ້ທໍາການລອບສັງຫານພວກເຈົ້າໜ້າທີ່ເຢເມນ ຫລາຍຄົນ.

ເຄືອຂ່າຍດັ່ງກ່າວ ຍັງຖືກສົງໄສວ່າ ພະຍາຍາມທໍາການໂຈມຕີຜົນປະໂຫຍດຕ່າງໆ ຂອງສະຫະລັດ ຫລາຍຄັ້ງ ລວມທັງການວາງແຜນທີ່ຈະລະເບີດຍົນຂົນສົ່ງສິນຄ້າ ໄປຍັງສະຫະລັດ ໃນປີ 2010 ໂດຍເຊື່ອງຊ້ອນວັດຖຸລະເບີດໄວ້ ຢູ່ໃນຫລອດນໍ້າມຶກ ໃສ່ຈັກພິມຫລາຍອັນ ແຕ່ບໍ່ປະສົບຜົນສໍາເລັດ.
XS
SM
MD
LG