ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ al-Qaida ເຂົ້າຢຶດ ຄ້າຍທະຫານເຢເມນ ທີ່ເມືອງ Mukalla


ແຜນທີ່ເຢເມນ ທີ່ສະແດງທີ່ຕັ້ງເມືອງ Mukalla
ແຜນທີ່ເຢເມນ ທີ່ສະແດງທີ່ຕັ້ງເມືອງ Mukalla

ກຸ່ມຫົວຮຸນແຮງ al-Qaida ເຂົ້າຢຶດເອົາຄ້າຍທະຫານເຢເມນທີ່
ສຳຄັນແຫ່ງນຶ່ງ ໃນເມືອງ Mukalla ທາງພາກໃຕ້ ຂອງປະເທດ
ໃນມື້ວັນສຸກວານນີ້ ຫລັງຈາກໄດ້ເສີມຂະຫຍາຍ ການຄວບຄຸມ
ຂອງພວກເຂົາ ແລະຢຶດເອົາທ່າກຳປັ່ນ ຢູ່ໃນເມືອງດັ່ງກ່າວ.

ການເຄື່ອນໄຫວທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫລັງຈາກພວກເຂົາ ໄດ້ບຸກ
ເຂົ້າໄປໃນຄຸກ ແລະປ່ອຍພວກນັກໂທດ 300 ຄົນ. ເຈົ້າໜ້າທີ່ທະຫານເຢເມນ ກ່າວວ່າ ພວກຫົວຮຸນແຮງໄດ້ຮັບການຕ້ານຢັນແຕ່ພຽງເລັກນ້ອຍເທົ່ານັ້ນເວລາພວກເຂົາເຂົ້າຢຶດ ເອົາຄຸກແຫ່ງດັ່ງກ່າວ.

ຢູ່ທາງພາກຕາເວັນຕົກຂອງເຢເມນນັ້ນ ກຳລັງປະສົມພາຍໃຕ້ການນຳພາຂອງຊາອຸດີ ອາ ຣາເບຍ ທີ່ພວມຫາທາງຍຸດຕິການບຸກຄືບໜ້າໂດຍພວກກະບົດ Houthi ຂອງຊາວຊີໄອທ໌ ໄດ້ຖິ້ມອາວຸດລົງໃຫ້ພວກນັກລົບ ທີ່ພວມທຳການຕໍ່ສູ້ກັບກະບົດ Houthi ຢູ່ທີ່ເມືອງທ່າເອ ເດັນ ໃນພາກໃຕ້ຂອງປະເທດ.

ໂຄສົກຂອງກຳລັງປະສົມ ນາຍພົນ Ahmed Assiri ກ່າວວ່າ ການຖິ້ມອາວຸດໄດ້ຊ່ອຍໃຫ້ ສະຖານະການທາງພາກພື້ນດິນມີການປ່ຽນແປງ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ພວມປະຊຸມກັນໃນວັນເສົາມື້ນີ້ເພື່ອ
ທຳການປຶກສາຫາລືແບບບໍ່ເປັນທາງການກ່ຽວກັບເຢເມນ.

ປະຊາຊົນໃນເມືອງເອເດັນ ກ່າວວ່າ ໃນວັນສຸກວານນີ້ພວກກະບົດ Houthi ໄດ້ ຖອນກຳ ລັງອອກໄປ ຈາກທຳນຽບແຫ່ງນຶ່ງ ຂອງປະທານາທິບໍດີ Abd-Rabbu Mansour Hadi ທີ່ໄດ້ຮັບການໜຸນຫລັງຈາກນາໆຊາດນັ້ນ.

ການສູ້ລົບກັນຢູ່ຕາມຖະໜົນຫົນທາງໃນເມືອງເອເດັນໄດ້ເພີ້ມທະວີຄວາມຮຸນແຮງຂຶ້ນໃນ ວັນສຸກວານນີ້ ໂດຍທີ່ກຳລັງຈົງຮັກພັກດີຕໍ່ທ່ານ Hadi ພະຍາຍາມຕ້ານຢັນບໍ່ໃຫ້ພວກກະ
ບົດ Houthi ເຂົ້າຄວບຄຸມເມືອງເອເດັນ ຊຶ່ງເປັນທີ່ໝັ້ນແຫ່ງສຸດທ້າຍ ທີ່ຍັງເຫລືອຢູ່ ຂອງ ພວກສະໜັບສະໜຸນທ່ານ Hadi. ເຮືອບົນລົບຂອງກຳລັງປະສົມ ໄດ້ທຳການໂຈມຕີທາງ ອາກາດ. ເຈົ້າໜ້າທີ່ເວົ້າວ່າ ມີພວກກະບົດຢ່າງໜ້ອຍ 10 ຄົນ ໄດ້ຖືກຂ້າຕາຍໃນການສູ້ ລົບກັນ.

Yemen
please wait
Embed

No media source currently available

0:00 0:00:40 0:00

Al-Qaida militants captured a key Yemeni military base in the southern city of Mukalla on Friday, after consolidating their hold on the city and taking its port.

The move came a day after they stormed a prison there and freed 300 inmates. Yemeni military officials say the militants faced little resistance in capturing the prison.

To the west, the Saudi-led coalition trying to halt the advance of Houthi Shi'ite rebels airdropped weapons to fighters battling the Houthis in the southern port city of Aden.

A coalition spokesman, General Ahmed Assiri, said the airdrop helped change the situation on the ground.

The U.N. Security Council is meeting Saturday to hold "informal" discussions about Yemen.

Residents in Aden say the Houthis withdrew Friday from one of the palaces of internationally-backed President Abd-Rabbu Mansour Hadi.

Street battles also intensified Friday in Aden, with forces loyal to Mr. Hadi trying to keep the Houthis from capturing the city, the last remaining stronghold of Hadi supporters.Coalition warplanes carried out airstrikes. Officials say at least 10 rebels were killed in the fighting.

Also Friday, the Saudi Interior Ministry said two border guards on its frontier with Yemen were killed in a cross-border shootout.

Meanwhile, Pakistan evacuated nearly 200 of its citizens from Yemen Friday as Pakistani Prime Minister Nawaz Sharif traveled to Turkey for talks with the country's top leaders on the Yemen crisis.

Following discussions with Turkish Prime Minister Ahmet Davutoglu in Ankara, Mr. Sharif urged the parties in the Yemen conflict to find a peaceful resolution.

Pakistan has yet to decide whether to join a Saudi-led coalition that has been carrying out airstrikes for more than a week to halt the advance of Houthi Shi'ite rebels in Yemen.Largely Sunni Pakistan is a regional ally of Saudi Arabia.

The capture of Aden would mark a major setback for the Saudi-led coalition.

XS
SM
MD
LG