ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທະຫານເຢເມນຍິງ ພວກປະທ້ວງຕາຍ 2 ຄົນ


ພວກປະທ້ວງຕໍ່ຕ້ານລັດຖະບານ ຮຽກຮ້ອງໃຫ້ປະທານາທິບໍດີຊາເລ
ລາອອກຈາກຕໍາແໜ່ງ ທີ່ນະຄອນຫລວງຊານາ ຂອງເຢເມນ.
ວັນທີ 16 ຕຸລາ 2011.
ພວກປະທ້ວງຕໍ່ຕ້ານລັດຖະບານ ຮຽກຮ້ອງໃຫ້ປະທານາທິບໍດີຊາເລ ລາອອກຈາກຕໍາແໜ່ງ ທີ່ນະຄອນຫລວງຊານາ ຂອງເຢເມນ. ວັນທີ 16 ຕຸລາ 2011.

ພວກ​ທະຫານ​ເຢ​ເມນ​ທີ່​ຈົງ​ຮັກ​ພັກດີ ​ຕໍ່​ປະທານາທິບໍດີ Ali Abdullah Saleh ​ໄດ້​ເປີດ​ສາກ​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ​ວັນ​ອາທິດ​ມື້​ນີ້​ ໃນ​ນະຄອນຫລວງ Sana’a ​ເຮັດ​ໃຫ້​ປະຊາຊົນ​ຕາຍ​ໄປ​ຢ່າງໜ້ອຍ 2 ຄົນ.

ພວກ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ມີພວກ​ປະ​ທ້ວງ​ທີ່ບໍ່​ຮູ້​ຈໍານວນໄດ້​ຮັບ​ບາດ​ເຈັບ​ ໃນ​ການ​ເດີນ​ຂະ​ບວນປະ​ທ້ວງ​ເພື່ອ​ປະຊາທິປະ​ໄຕ ທີ່​ໄດ້​ດຶງດູດ​ເອົາ​ພວກ​ປະ​ທ້ວງ​ຫລາຍ​ໝື່ນ​ຄົນ​ ທີ່ພາກັນ​ຮຽກຮ້ອງ​ໃຫ້​ປະທານາທິບໍດີ ລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ.

ຄວາມ​ວຸ້ນວາຍ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ອາທິດ​ມື້​ນີ້ ມີ​ຂຶ້ນ 1 ມື້​ ຫລັງ​ຈາກ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຍິງ​ປືນ​ໃສ່​ພວກ​ຊຸມນຸມ​ປະ​ທ້ວງ​ໃນ​ນະຄອນຫລວງ Sana’a ໃນ​ວັນ​ເສົາ​ວານ​ນີ້ ເຮັດ​ໃຫ້​ພວກ​ປະ​ທ້ວງ​ຢ່າງ​ໜ້ອຍ 18 ຄົນ​ເສຍ​ຊີວິດ​ ແລະບາດ​ເຈັບ​ຕື່ມ​ອີກຫລາຍ​ສິບ​ຄົນ.

ພວກ​ເຫັນ​ເຫດການກ່າວ​ວ່າ ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ ຢ່າງ​ໜ້ອຍ 12 ຄົນແມ່ນ​ໄດ້​ຮັບ​ເຄາະ ​ເວລາ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ​ໃນ​ໃຈກາງ​ເມືອງ ຂະນະ​ທ່ີ​ພວກ​ຄົນ​ອື່ນ​ນັ້ນ​ແມ່ນ​ເສຍ​ຊີວິດ​ຢູ່​ໃນບ່ອນ​ອື່ນ​ໃນ​ນະຄອນຫລວງ​ ຂະນະ​ທ່ີ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຍິງຕໍ່ສູ້​ກັນກັບ​ພວກ​ສະໜັບສະໜຸນ​ຄະນະ​ນໍາພາ​ຊົນ​ເຜົ່າ​ແລະ​ພວກ​ທະຫານ​ຝ່າຍ​ຄ້ານນັ້ນ.

ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ເລີ້ມ​ຂຶ້ນ​ທີ່​ມະຫາວິທະຍາ​ໄລ Sana’a ​ບ່ອນ​ທີ່​ພວກ​ປະ​ທ້ວງ​ພາກັນໂຮ​ຮ້ອງ​ຄໍາ​ຂວັນ​ຕ່າງໆຕໍ່ຕ້ານ​ລັດຖະບານ​ ແລະ​ພາກັນ​ຖື​ປ້າຍ​ທີ່​ຮຽກຮ້ອງ​ໃຫ້​ປະທານາທິບໍດີ​ຊາ​ເລ ລາ​ອອກ​ຈາກ​ຕໍາ​ແໜ່​ງ.

ທ່ານ Abdou Janadi ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ​ກ່າວ​ວ່າ ເປັນ​ທີ່​ໜ້າ​ເສຍ​ໃຈທີ່​ມີ​ຜູ້​ບາດ​ເຈັບ​ລົ້ມ​ຕາຍ ແຕ່ທ່ານກ່າວ​ຫາ​ຝ່າຍ​ຄ້ານ​ວ່າ ​ເປັນ​ຜູ້​ກໍ່ກວນ​ໃຫ້​ເກີດ​ການ​ປະ​ທະ​ກັນ​ ​ແລະ​ໃຊ້ພວກ​ປະ​ທ້ວງ ເປັນ​ມະນຸດ​ກໍາ​ບັງ.

XS
SM
MD
LG