ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກະບົດ Houthi ຍຶດກອງບັນຊາການ ທະຫານເຢເມນ ທີ່ເມືອງ Taiz


ສະມາຊິກຄົນນຶ່ງ ຄະນະກຳມະການຕໍ່ຕ້ານຂອງມະຫາຊົນ ໃນຂະນະທີ່ປະທະກັນ ກັບພວກນັກລົບ Houthi.
ສະມາຊິກຄົນນຶ່ງ ຄະນະກຳມະການຕໍ່ຕ້ານຂອງມະຫາຊົນ ໃນຂະນະທີ່ປະທະກັນ ກັບພວກນັກລົບ Houthi.

ພວກ​ກະ​ບົດ Houthi ​ໄດ້​ເຂົ້າຍຶດ​ເອົາ​ກອງ​ບັນຊາ​ການ​ທະຫານ
​ໃນ​ເມືອງ Taiz ຊຶ່ງເປັນ​ເມືອງໃຫຍ່​ອັນດັບ​ສາມ​ຂອງ​ເຢ​ເມນ ​ໃນ​
ຂະນະ​ທີ່​ການ​ສູ້​ລົບທາງ​ພາກ​ພື້ນ​ດິນ ຍັງ​ດຳ​ເນີນ​ຕໍ່​ໄປ​ຢູ່​ທີ່​ນັ້ນ ​
ແລະ​ຢູ່ທີ່ເມືອງ Aden ຊຶ່ງເປັນເມືອງ​ທ່າ​ເຮືອທາງ ພາກໃຕ້ຂອງ
ປະເທດ ໃນວັນ​ພຸດ​ມື້​ນີ້.

ຫລັງ​ຈາກ​ພວກ​ກະບົດ​ໄດ້ເຂົ້າ​ຍຶດ​ເອົາຄ້າຍ​ທະຫານແຫ່ງນີ້ ຈາກ​
ກຳລັງ​ທີ່ສະໜັບສະ​ໜູນ​ ປະທານາທິບໍດີ Abd-Rabbu
Mansour Hadi ແລ້ວ ກໍໄດ້ມີການ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່ເຂດ
​ດັ່ງກ່າວ.

ຊາ​ອຸ​ດີ ອາ​ຣາ​ເບຍ ​ໄດ້​ປະກາດ​ຢຸດເຊົາການ​ຖິ້ມ​ລະ​ເບີດທີ່​ແນ່​ໃສ່ເພື່ອຍຸດຕິການ ບຸກ
ຄວາມ​ຄືບ​ໜ້າຂອງພວກກະບົດ Houthis ​ແຕ່​ໄດ້​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຈຸດ​ເນັ້ນ
​ໜັກໃໝ່​ຂອງ​ຕົນ​ນັ້ນ​ແມ່ນແນໃສ່​ເພື່ອໃຫ້ການ​ສະໜັບສະໜູນຕໍ່ການ ​ແກ້​ໄຂ​ທາງການ​
ເມືອງທີ່​ອາດ​ຈະ​ຮວມທັງມາດຕະການປ້ອງ​ກັນບໍ່ໃຫ້​ພວກ​ກະບົດ ໄດ້ຮັບ ຫລື​ນຳ​ໃຊ້​ອາ
ວຸດ​ຈາກ​ກອງທັບເຢ​ເມນ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຂອງຊາ​ອຸ​ດີ ຍັງ​ໄດ້​ໃຫ້​ຄວາມ​ສຳຄັນ ​ແກ່ການຟື້ນຟູ ການເຈລະ
ຈາສັນຕິພາບ​ ພາຍໃຕ້ການນຳພາຂອງສະຫະ​ປະຊາ​ຊາດ ຢູ່ໃນເຢ ເມນ​.

ທ່ານ Hadi ​ໄດ້​ຖະ​ແຫລ​ງຜ່ານ​ທາງ​ໂທລະພາບ ຈາກ ຊາ​ອຸ​ດີ ອາຣາ​ເບຍ ​ໃນ​ວັນ​ອັງຄານ
​ວານ​ນີ້ ໂດຍກ່າວ​ວ່າ ວິ​ກິດ​ການ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ ຈະ​ສີີ້​ນສຸດ ລົງໃນ​ “ບໍ່​ຊ້າ​ນີ້​.”
ທ່ານ​ຍັງໄດ້​ກ່າວ​ຂອບໃຈ ​ຕໍ່ກຳລັງປະສົມພາຍໃຕ້ການ​ນຳພາ​ ​ຂອງຊາ​ອຸ​ດີ ອາຣາ​ເບຍ
​ແລະ​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ຟື້ນ​ຟູ​ຄວາ​ມ ຫວັງ​ແກ່​ປະຊາຊົນຊາວ​ເຢ​ເມນ.

ປະທານທິບໍດີ Hadi ກ່າວ​ວ່າ “ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ ຢ່າງ​ເລິກ​ເຊີ່ງ ​ແລະ​
ຄວາມ​ນັບຖື​ມາ​ຍັງບັນດາອ້າ​ຍນ້ອງ​ປະ​ເທດ​ອາຣັບ ​ແລະ​ມຸສລິ​ມ ​ຕະຫລອດທັງບັນດາ
ເພື່ອນມິດ ​ທີ່ຢູ່​ໃນກຸ່ມພັນ​ທະ​ມິດ​ພິເສດນີ້ ​ໃນ​ນາມຂ້າພະ​ເຈົ້າ ​ແລະ​ໃນນາມປະຊາ​ຊົນຊາວ
​ເຢ​ເມນ.” ທ່ານ Hadi ກ່າວ​ຕື່ມວ່າ “ພັນທະ​ມິດ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນຕໍ່ລັດຖະບານ
​ທີ່​ຖືກຕ້ອງຊອບທຳ ທີ່ໄດ້ສະໜອງຕອບ ​ຕໍ່​ການ​ຮ້ອງ​ຂໍ​ເພື່ອໃຫ້ປົກປ້ອງຜົນ​ປະໂຫຍດຂອງ
ຊາວ​ເຢ​ເມນ. ປະຊາຊົນທີ່​ກຳ ລັງ​ສະ​ແຫວ​ງຫາການ​ມີ​ຊີວິດ​ຢູ່ ​ແລະ​ສ້າ​ງສາ​ປະ​ເທດຊາດ
ຂອງ​ເຂົາ​ເຈົ້າ ນີ້​ກໍ​ເປັນ​ເພາະວ່າ ​ມັນແມ່ນເປົ້າ​ໝາຍ​ຕົ້ນຕໍຂອງ​ປະຕິບັດ​ງານ​ຖະຫລົ່ມຂັ້ນ
ເດັດຂາດ ຫລື Operation Decisive Storm.

Yemen
please wait
Embed

No media source currently available

0:00 0:01:39 0:00

XS
SM
MD
LG