ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະຊາຊົນ ຈຳນວນຫຼາຍ ໃນ ເຢເມັນ ເດີນ ຂະບວນ ເພື່ອສະໜັບສະໜູນ ພວກກະບົດ


ຊາວ ເຢເມນ ເດີນຂະບວນ ເພື່ອສະແດງເຖິງການສຳໜັບ
ສະໜູູນ ຕໍ່ສະພາລັດຖະບານປະສົມໃໝ່ທີ່ພວກກະບົດ Shiite Houthi ແລະ ພັນທະມິດຂອງພວກເຂົາ, ອະດີດປະທານາ
ທິບໍດີ Abdullah Saleh, ໄດ້ປະກາດໃນເດືອນທີ່ຜ່ານມາ, ໃນນະຄອນຫຼວງທີ່ຖືກຄວບຄຸມໂດຍພວກກະບົດ, Sana'a, ເຢເມນ, 20 ສິງຫາ, 2016.
ຊາວ ເຢເມນ ເດີນຂະບວນ ເພື່ອສະແດງເຖິງການສຳໜັບ ສະໜູູນ ຕໍ່ສະພາລັດຖະບານປະສົມໃໝ່ທີ່ພວກກະບົດ Shiite Houthi ແລະ ພັນທະມິດຂອງພວກເຂົາ, ອະດີດປະທານາ ທິບໍດີ Abdullah Saleh, ໄດ້ປະກາດໃນເດືອນທີ່ຜ່ານມາ, ໃນນະຄອນຫຼວງທີ່ຖືກຄວບຄຸມໂດຍພວກກະບົດ, Sana'a, ເຢເມນ, 20 ສິງຫາ, 2016.

ໃນວັນເສົາວານນີ້ ພວກປະທ້ວງຊາວ ເຢເມນ ຫຼາຍສິບພັນຄົນທີ່ສະໜັບສະໜູນພວກກະ ບົດ Shi’ite Houthi ໄດ້ພາກັນເດີນຂະບວນໃນວັນເສົາວານນີ້ຢູ່ໃນນະນອນຫຼວງ ຊານາ ອາ ທີ່ພວກກະບົດຍຶດຄອງຢູ່ ເພື່ອສະແດງເຖິງການສະໜັບສະໜູນຕໍ່ ສະພາປົກຄອງໃໝ່ ທີ່ບໍ່ລົງລອຍກັນ ຊຶ່ງທັງ ສປຊ ແລະຫຼາຍໆລັດຖະບານຕາເວັນຕົກຄັດຄ້ານນັ້ນ.

ນອກນັ້ນ ພວກຈັດແຈງການໂຮມຊຸມນຸມດັ່ງກ່າວ ຍັງອ້າງວ່າການປະທ້ວງນີ້ ແມ່ນເພື່ອສະ ໜັບສະໜູນອະດີດປະທານາທິບໍດີ Ali Abdulah Saleh ຜູ້ນຳ Shi’ite ທີ່ຖືກຂັບໄລ່ລົງ ຈາກອຳນາດໃນປີ 2012 ລຸນຫຼັງການປົກຄອງມາໄດ້ດົນກວ່າ ສາມທົດສະວັດ.

ພວກທີ່ເຫັນເຫດການເວົ້າວ່າພ້ອມໆກັບການເດີນຂະບວນທີ່ພວມດຳເນີນໄປຢູ່ນັ້ນ ເຮືອ ບິນຮົບ ຊາອູດີ ອາເຣເບຍ ທີ່ ສະຫະລັດ ໜູນຫຼັງລັດຖະບານທີ່ສາກົນຮັບຮູ້ຂອງ ປະທາ ນາທິບໍດີ Abd Rabu Mansour Hadi ກໍໄດ້ຖິ້ມລະເບີດໃສ່ວັງປະທານາທິບໍດີ ທີ່ຢູ່ໄກ້ ຄຽງລວມທັງເປົ້າໝາຍອື່ນໆນຳ.

ການໂຈມຕີທາງອາກາດໃນວັນເສົາວານນີ້ ໄດ້ມີຂຶ້ນພຽງບໍ່ເທົ່າໃດມື້ ລຸນຫຼັງເຮືອບິນຮົບ ຂອງກຳລັງປະສົມ ໄດ້ຖິ້ມລະເບີດຖືກໂຮງພະຍາບານ ເຢເມນ ໃກ້ໆກັບຊາຍແດນ ຊາອູດີ ອາເຣເບຍ ເຮັດໃຫ້ຢ່າງໜ້ອຍ14 ຄົນເສຍຊີວິດ ລວມທັງທ່ານໝໍອາສາສະໝັກ ຈາກອົງ ການອະນາຖາແພດໝໍບໍ່ມີພົມແດນນຳ.

ການໂຈມຕີໃນ ຊາອູດີ ອາເຣເບຍ ບ່ອນນຶ່ງອີກໃນເຂດດຽວກັນໃນສັບດາແລ້ວນີ້ ໄດ້ເອົາ ຊີວິດຜູ້ຄົນໄປຢ່າງໜ້ອຍ 19 ຄົນ ຊຶ່ງພວກເຈົ້າໜ້າທີ່ກ່າວວ່າ ສ່ວນຫຼາຍແມ່ນເດັນນ້ອຍ ຈາກໂຮງຮຽນໃນເມືອງ ເຮດານ.

XS
SM
MD
LG