ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕໍາຫຼວດດູໄບ ຢຶດປືນ ທີ່ຈະສົ່ງໄປເຢເມນ


ຮູບປືນສັ້ນ ທີ່ສາຍໃຫ້ພວກນັກຂ່າວແລະຕຳຫຼວດເບິ່ງ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຂອງຜູ້ບັນຊາການ ຕຳຫຼວດດູໄບ (24 ມີນາ 2011)
ຮູບປືນສັ້ນ ທີ່ສາຍໃຫ້ພວກນັກຂ່າວແລະຕຳຫຼວດເບິ່ງ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ຂອງຜູ້ບັນຊາການ ຕຳຫຼວດດູໄບ (24 ມີນາ 2011)

ຕໍາຫຼວດດູໄບ​ໃນສະຫະລັດອາຣັບເອເມີເຣັດກ່າວວ່າ ພວກ
ຕົນຢຶດປືນໄດ້ 16,000 ກະບອກ ທີ່​ຈະສົ່ງໄປຍັງເຢເມນ.

ຫົວໜ້າຕໍາຫຼວດດູ​ໄບ ທ່ານ Dahi Khalfan ກ່າວໃນວັນ
ພະຫັດມື້ນີ້ວ່າ ອາວຸດເຫຼົ່ານີ້ແມ່ນສົ່ງມາແຕ່ປະເທດເຕີກກີ.
ອົງການຂ່າວຝຣັ່ງລາຍງານວ່າອາວຸດທີ່ວ່ານີ້ແມ່ນຈະສົ່ງໄປ
ຍັງແຂວງ Saada ໃນພາກເໜືອຂອງເຢເມນ ຊຶ່ງເປັນທີ່
ໝັ້ນຂອງພວກນັບຖືສາສະໜາອິສລາມນິກາຍຊີໄອທ໌ນັ້ນ.

ການຄົ້ນພົບການພະຍາຍາມລັກລອບສົ່ງອາວຸດດັ່ງກ່າວ ມີ
ຂຶ້ນໃນຂະນະທີ່ກຸ່ມຝ່າຍຄ້ານໃນເຢເມນປະກາດວ່າຈະສືບຕໍ່
ການປະທ້ວງຂອງພວກເຂົາເຈົ້າທັງໆທີ່ສະພາແຫ່ງຊາດໄດ້ ປະກາດພາວະສຸກເສີນໃນເຢເມນ.

ພວກປະທ້ວງຕໍ່ຕ້ານລັດຖະບານ ໄດ້ຮຽກຮ້ອງໃຫ້ມີການ
ເດີນຂະບວນໄປຍັງທໍານຽບຂອງປະທານາທິບໍດີ Ali
Abdullah Saleh ທີ່ນະຄອນຫຼວງ Sana’a ໃນວັນສຸກມື້ອື່ນ. ພວກເຂົາເຈົ້າເວົ້າວ່າ ເຂົາ
ເຈົ້າຈະໂຮມຊຸມນຸມຮຽກຮ້ອງໃຫ້ທ່ານລາອອກ.

ອັງກິດໄດ້ຖອນພະນັກງານສະຖານທູດຂອງຕົນເກືອບທັງໝົດ ຍົກເວັ້ນແຕ່ຈຸນ້ອຍໆທີ່ສໍາຄັນ
ຈຸນຶ່ງ ອອກຈາກນະຄອນຫຼວງ Sana’a ກ່ອນໜ້າແຜນການປະທ້ວງດັ່ງກ່າວ. ນອກນັ້ນລັດ
ຖະບານອັງກິດຍັງໄດ້ຮຽກຮ້ອງໃຫ້ຊາວອັງກິດ ທີ່ອາໄສຢູ່ໃນປະເທດເຢເມນໃຫ້ຍົກຍ້າຍອອກ ຈາກປະເທດດັ່ງກ່າວໃນທັນທີ.

XS
SM
MD
LG