ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາ ປະຕິເສດ ບໍ່ຮັບເອົາ ການລາອອກ ຂອງ ປ. ເຢເມນ ຍ້ອນຄວາມບໍ່ສະຫງົບ


ສະພາ​ເຢ​ເມນ ​ໄດ້​ປະຕິ​ເສດ​ບໍ່ຮັບເອົາການ​ລາ​ອອກ​ ຂອງປະທາ
ນາທິບໍດີ ທ່ານ Abd Rabbuh Mansour Hadi.

ສະພາ ​ກຳລັງ​ປະຊຸມ​ສຸກເສີນ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ຮັບມືກັບເຫດ
ການ ທີ່ເກີດຂຶ້ນ ຢ່າງບໍ່ຄາດຝັນທາງການ​ເມືອງ​.

ປະທານາທິບໍດີ ​ແລະ​ຄະນະ​ລັດຖະບານ​ຂອງ​ທ່ານ ​ໄດ້​ຍື່ນ​ໃບ
​ລາ​ອອກ​ໃນ​ວັນ​ພະຫັດ​ວານ​ນີ້.

ການ​ເຄື່ອນ​ໄຫວ​ດັ່ງກ່າວນີ້ ເກີດຂື້ນທ່າມກາງການຕໍ່ສູ້ທາງດ້ານ​
ການ​ເມືອງ ​ລະຫວ່າງປະທານາທິບໍດີ ​ແລະ​ພວກທະຫານບ້ານ
Houthi ທີ່ໄດ້ເຂົ້າຄວບຄຸມ​ປະ​ເທດ ​ນັບ​ແຕ່​ວັນ​ຈັນແລ້ວ​ເປັນ​ຕົ້ນ​ມາ.

​ໂຄສົກ​ລັດຖະບານ​ເຢ​ເມນ ທີ່ວໍ​ຊິງ​ຕັນ ທ່ານ Mohammed Albasha ​ໄດ້​ປະ ກາດ​ວ່າ ປະທານາທິບໍດີ ຄົນ​ປັດ​ຈຸ​ບັນ​ໄດ້​ລາ​ອອກ​ຈາກ​ຕຳແໜ່​ງ ໂດຍຜ່ານ​ທາງ​ຕາໜ່າງສື່ສັງຄົມ
​ໃນ​ວັນ​ພະຫັດ​ວານ​ນີ້.

ໂດຍອີງຕາມການລົງຂ່າວທາງ Facebook ຂອງນາຍົກລັດຖະມົນຕີ Khaled Bahah
ອົງການ​ຂ່າວ Reuters ອ້າງ​ຄຳ​ເວົ້າຂອງ​ທ່ານທີ່​ກ່າວ​ວ່າ ລັດຖະບານ​ບໍ່​ຕ້ອງການພົວພັນ
ກັບ “ການ​ເມືອງສັບສົນ​ທີ່​ບໍ່​ມີການ​ສ້າງ​ສັນ.”

ໃນການຖະແຫຼງ​ຈາກນະຄອນຫຼວງ Sana’a ​ໃນ​ວັນ​ພະຫັດ​ວານ​ນີ້ ທູດ​ພິ​ເສດ ສະຫະ​ປະ
ຊາ​ຊາດ ທ່ານ Jamal Benomar ກ່າວ​ວ່າ ວິ​ກິດ​ການທາດ້ານການ​ເມືອງຈະໄດ້ຮັບການ​
ແກ້​ໄຂ​ ກໍຕໍ່ເມືອ່ບັນດາກຸ່ມທີ່ເປັນ​ປໍ​ລະ​ປັກ ​ໃຫ້​ກຽດ​ຕໍ່ຂໍ້​ຕົກລົງ​ຕ່າງໆ​ກ່ອນໜ້ານັ້ນ ທີ່ຮຽກ
​ຮ້ອງ​ໃຫ້ມີການຄອງອຳນາດຮ່ວມກັນ ​ແລະ​ຍຸດຕິຄວາມ​ຮຸນ​ແຮງ.

YEMEN CNPK
please wait
Embed

No media source currently available

0:00 0:01:54 0:00

XS
SM
MD
LG