ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Hadi ສາບານໂຕ ເປັນປະທານາທິບໍດີຄົນໃໝ່ ຂອງເຢເມນ


ປະທານາທິບໍດີທີ່ຫາກໍໄດ້ຮັບເລືອກໃໝ່ຂອງເຢເມນ ທ່ານ Abd-Rabbu Mansour Hadi ໂບກມືໃຫ້ຂະນະທີ່ ທ່ານໄປຮອດສະພາແຫ່ງຊາດ ທີ່ນະຄອນຫຼວງ Sana'a (25 ກຸມພາ 2012)
ປະທານາທິບໍດີທີ່ຫາກໍໄດ້ຮັບເລືອກໃໝ່ຂອງເຢເມນ ທ່ານ Abd-Rabbu Mansour Hadi ໂບກມືໃຫ້ຂະນະທີ່ ທ່ານໄປຮອດສະພາແຫ່ງຊາດ ທີ່ນະຄອນຫຼວງ Sana'a (25 ກຸມພາ 2012)

ທ່ານ Abd-Rabbu Mansour Hadi ຮອງ​ປະທານາທິບໍດີ​ ທີ່​ເຂົ້າກຳ​ຕຳ​ແໜ່​ງມາ​ເປັນ
ເວລາ​ດົນ​ນານ​ຂອງ​ເຢ​ເມນ ​ໄດ້​ສາບານ​ໂຕ​ຢ່າງ​ເປັນ​ທາງ​ການ​ເຂົ້າ​ເປັນ​ຜູ້ນຳ​ຄົນ​ໃໝ່​ຂອງ​ປະ​
ເທດ​ແທນ​ທ່ານ Ali Abdullah Saleh ​ໃນ​ການ​ຕົກລົງ​ໂອນອຳນາດ​ທີ່​ແນ​ໃສ່​ເພື່ອ​ເຮັດ​ໃຫ້
ການ​ບໍ່​ມີ​ສະຖຽນ​ລະ​ພາບ​ຢູ່​ໃນ​ປະ​ເທດ​ດັ່ງກ່າວ​ສິ້ນສຸດ​ລົງ.

ທ່ານ Hadi ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ໃນ​ພິທີ​ທີ່​ຈັດ​ຂຶ້ນຢູ່ທີ່​ສະພາ​ແຫ່ງ​ຊາດຂອງ​ເຢ​ເມນ.

ໃນການ​ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ຂອງ​ທ່ານ​ນັ້ນ ທ່ານ Hadi ​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​
ສືບ​ຕໍ່​ການ​ປາບ​ປາມ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​ດາ​ແລະ​ນຳ​ເອົາ​ພວກທີ່​ຕ້ອງອົ​ບພະຍົບຫຼົບ​ໄພ
ຍ້ອນ​ວິ​ກິດ​ການ​ໃນ​ເຢ​ເມນ ກັບ​ຄືນ​ໄປ​ຍັງ​ເຮືອນ​ຊານບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Hadi ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາຍກວ່າ 99% ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງປະທານາ
ທິບໍດີ ​ທີ່​ມີ​ຜູ້​ສະມັກ​ແຕ່​ພຽງ​ຄົນ​ດຽວ ຊຶ່ງ​ທ່ານ​ຈະ​ເປັນ​ຜູ້​ກຳກັບ​ນຳ​ການປົກຄອງໃນ​ໄລຍະ​
ຂ້າມ​ຜ່ານ​ເປັນ​ເວລາ​ສອງ​ປີ. ການ​ມອບ​ໂອນທີ່​ວ່າ​ນີ້​ເປັນການເຮັດ​ໃຫ້​ເປັນຄວາມ​ຈິງຂໍ້​ຕົກ
ລົງ​ໂອນ​ອຳນາດ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ສະຫະລັດ​ແລະ​ບັນດາ​ປະ​ເທດ​ໃນ​ເຂດ​ອ່າວ​ເປີ
ເຊຍ ຊຶ່ງ​ພາຍ​ໃຈ​ຕ້ຂໍ້​ຕົກລົງ​ດັ່ງກ່າວ​ນີ້ ທ່ານ Saleh ຍິນ​ດີ​ທີ່​ຈະ​ສະລະ​ອຳນາດ​ເພື່ອ​ເປັນ
ການ​ແລກປ່ຽນ​ກັບ​ການ​ບໍ່​ເອົາ​ໂທດ​ທ່ານ.

ທ່ານ Saleh ​ໄດ້​ເດີນທາງ​ກັບ​ຄືນ​ໄປ​ເຖິງ​ນະຄອນຫຼວງ Sana’a ​ໃນ​ຕອນ​ເຊົ້າຂອງ​ວັນ
ເສົາ​ມື້ນີ້ ຫຼັງຈາກ​ໄດ້​ມາ​ຮັບ​ການ​ປິ່ນປົວ​ຢູ່​ທີ່​ສະຫະລັດ ຍ້ອນ​ບາດ​ແຜ​ທີ່ທ່ານ​ໄດ້​ຮັບ​ໃນ​ລະ
ຫວ່າງ​ການ​ລອບ​ສັງຫານທ່ານນັ້ນ​. ​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ​ຈະ​ທຳ​ພິທີ​ມອບ​ອຳນາດ​ຢ່າງ
ເປັນ​ທາງ​ການ ​ໃນ​ພິທີ​ທີ່​ຈັດ​ຂຶ້ນຢູ່​ທຳນຽບປະທານາທິບໍດີ​ໃນ​ມື້ວັນ​ຈັນ​ຈະ​ມານີ້.

XS
SM
MD
LG