ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

38 ຄົນເສຍຊີວິດ ໃນການປະທະກັນ ຮອບໃໝ່ໃນເຢເມນ


ພວກປະທ້ວງຕໍ່ຕ້ານລັດຖະບານພາກັນຈັບມືກັນໃນລະຫວ່າງການໂຮມຊຸມນຸມ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກຈາກຕໍາແໜ່ງທີ່ນະຄອນຫລວງ Sana'a, ວັນທີ 24, 2011
ພວກປະທ້ວງຕໍ່ຕ້ານລັດຖະບານພາກັນຈັບມືກັນໃນລະຫວ່າງການໂຮມຊຸມນຸມ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ Ali Abdullah Saleh ລາອອກຈາກຕໍາແໜ່ງທີ່ນະຄອນຫລວງ Sana'a, ວັນທີ 24, 2011

ການ​ປະ​ທະ​ກັນ​ຮອບໃໝ່ໄດ້​ເກີດ​ຂຶ້ນ​ໃນ​ເຢ​ເມນ​ລະຫວ່າງ​ກໍາ
ລັງ​ຮັກສາ​ຄວາມປອດ​ໄພ​ຂອງ​ລັດຖະບານ​ ແລະ​ພວກ​ຈົງ​ຮັກ
ພັກດີ​ຕໍ່​ຫົວໜ້າ​ຊົນ​ເຜົ່າ​ທີ່​ມີ​ອໍານາດ​ຫລາຍ​ຄົນນຶ່ງ.

ພວກ​ເຫັນ​ເຫດການ​ແຈ້ງ​ໃຫ້​ຊາບ​ວ່າ ​ໄດ້​ຍິນສຽງ​ປືນ​ດັງ​ຂຶ້ນ​
ໃນ​ນະຄອນຫລວງ Sana’a ​ໃນ​ວັນ​ພຸດ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ
​ມີ​ການ​ສູ້ລົບກັນ​ລະຫວ່າງ​ສອງ​ຝ່າຍ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 38ຄົນ​ນັ້ນ. ອົງການ​ຂ່າວ Reuters ອ້າງ​ຄໍາ​ເວົ້າ​ຂອງ​ປະທານາທິບໍດີ Ali Abdullah Saleh ທີ່ກ່າວວ່າ ທ່ານ​ຈະ​ບໍ່​ຖືກ​ແກ່ດຶງເຂົ້າ​ໄປສູ່ສົງ​ຄາມ​ກາງ​ເມືອງ ​ເຖິງ​ແມ່ນໄດ້​ມີ​ການ​ປະ​ທະ​ກັນ​ກັບ Sheikh Sadeq al-Ahmar ຫົວໜ້າ​ຊົນ​ເຜົ່າ Hashid ນັ້ນ​ກໍ​ຕາມ.

ໃນ​ວັນ​ອັງຄານ​ວານ​ນີ້ ພວກ​ກໍາລັງ​ທີ່ຈົງ​ຮັກ​ພັກດີ​ຕໍ່​ທ່ານ al-Ahmarໄດ້​ເຂົ້າ​ຄວບ​ຄຸມ​ຕຶກ​ອາຄານ​ຫລາຍ​ຫລັງ​ໃນ​ນະຄອນຫລວງ Sana’a ໃນ​ຂະນະ​ທີ່ກໍາລັງ​ຂອງ​ປະທານາທິບໍດີ ຊາ​ເລ ຍິງ​ປືນ​ຄົກ​ໃສ່​ບ້ານ​ພັກ​ຂອງ​ຫົວໜ້າຊົນເຜົ່າ​ຝ່າຍ​ຄ້ານ​ຄົນນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ​ກ່າວ​ວ່າ ພວກ​ຈົງ​ຮັກ​ພັກດີຕໍ່ຜູ້ນຳ​ຊົນ​ເຜົ່າ 24 ຄົນເສຍ​ຊີວິດ​ໃນ​ການ​ກໍ່​ຄວາມ​ວຸ້ນວາຍ​ຂຶ້ນ​ໃນ​ວັນ​ອັງຄານ​ວານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແຈ້ງ​ໃຫ້​ຊາບ​ວ່າ ທະຫານ 14 ຄົນ​ເສຍ​ຊີວິດ.

ການ​ຕັດສິນ​ໃຈ​ຂອງ​ຫົວໜ້າ​ຊົນ​ເຜົ່າ​ໃຫ້​ພວກ​ສະໜັບສະ​ໜຸນທ່ານເຂົ້າ ພົວພັນ​ໃນ​ການ​ສູ້​ລົບ
ກັບ​ກໍາລັງ​ຂອງຝ່າຍ​ລັດຖະບານ ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ໃນ
ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານມາ​ໄດ້​ເກືອບ 4 ​ເດືອນ​ແລ້ວໃນ​ເຢ​ເມນ​ນັ້ນ.

XS
SM
MD
LG