ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

UN ຈະລົງສຽງ ຕໍ່​ຮ່າງຍັດຕິ ຫ້າມສົ່ງອາວຸດ ໃຫ້ພວກ Houthi


A halo around the sun is seen near the Israeli kibbutz of Nahsholim.
A halo around the sun is seen near the Israeli kibbutz of Nahsholim.

ສະພາ​ຄວາມ​ໝັ້ນຄົງ ອົງການ​ສະຫະ​ປະຊາ​ຊາດ ​ແມ່ນ​ມີ​ກຳນົດ
​ຈະ​ລົງ​ສຽງ​ໃນ​ວັນ​ອັງຄານ​ມື້​ນີ້ ຕໍ່​ຮ່າງຍັດຕິ​ ທີ່​ຈະ​ວາງ​ມາດຕາ​ການ​
ຫ້າມ​ສົ່ງ​ອາວຸດ​ຕ່າງໆ ​ແກ່ບັນດາ​ຜູ້ນຳພວກ​ກະບົດ Houthi ຂອງ
​ເຢ​ເມັນ ​ແລະ ຮຽກຮ້ອງ​ໃຫ້​ກຸ່ມ​ດັ່ງ​ກ່າວ ຖອນ​ກຳລັງ​ ອອກ​ຈາກ​
ນະຄອນຫລວງ Sana’a ​ແລະ ​ໃນ​ບໍລິ​ເວນ​ອື່ນໆ ທີ່​ພວກ​ຕົນ
ໄດ້ຢຶດ​ເອົານັ້ນ.

ມາດ​ຕະການ​ດັ່ງກ່າວ ຖືກຮ່າງຂຶ້ນມາ ​ໂດຍ ຈໍ​ແດນ ​ແລະ ບັນດາປະ​ເທດອາຣັບ​ ໃນ​ອ່າວ
​ເປີ​ເຊຍ ທີ່​ຈະ​ຫ້າມການ​ເດີນທາງ ​ແລະ ຈະ​ກັກ​ຊັບ​ສິນ ​ຜູ້ນຳ​ກະບົດ ນາຍ Abdul-Malik
al-Houthi ລວມທັງ ນາຍ Ahmed Ali Abdullah Saleh ຊຶ່ງ​ເປັນ​ລູກ​ຊາຍ ​ຂອງ​ອະດີດ​
ປະທານາທິບໍດີ​ ຜູ້​ທີ່​ສະໜັບສະໜຸນ ພວກ Houthi.

ສະພາດັ່ງກ່າວ ​ໄດ້​ວາງ​ມາດ​ຕະການເຫຼົ່ານັ້ນ​ ໄປ​ແລ້ວ​ຕໍ່​ອະດີດ​ປະທານາທິບໍດີ ​ແລະ ຜູ້ນຳ​
Houthi ອະວຸ​ໂສ​ອີກ ສອງ​ຄົນ. ຍັດຕິ​ໃໝ່​ນີ້ ຈະ​ນຳ​ໃຊ້​ການ​ຫ້າມ​ສົ່ງ​ອາວຸດ​ຕ່າງໆ ຕໍ່ພວກ​
ກະບົດ​ທັງ​ໝົດ 5 ຄົນ.

ກ່ອນ​ໜ້າ​ຈະ​ມີ​ການ​ລົງ​ສຽງ ຍັງບໍ່​ເປັນທີ່​ຈະ​ແຈ້ງ​ເທື່ອ​ວ່າ ຣັດ​ເຊຍ ຈະ​ໃຊ້​ສິດ​ຢັບຢັ້ງຂອງ​ຕົນ
ຫຼືບໍ່ ຂະນະ​ທີ່ ນຶ່ງ​ໃນ​ຫ້າ ສະມາຊິກຖາວອນສະ ພາ​ ຄວາມ​ໝັ້ນຄົງ​ ທີ່ໃຊ້​ສິດຢັບຢັ້ງ ຈຶ່ງ​ຈະ​
ສາມາດ​ກີດ​ກັນ ​ມາດຕາ​ການ​ດັ່ງກ່າວ​ໄດ້. ຣັດ​ເຊຍ​ໂຕ້​ຖຽງ​ວ່າ ການ​ຫ້າມ​ສົ່ງ​ອາວຸດ​ຕ່າງໆ​
ນັ້ນ ຄວນ​ໃຊ້​ກັບ​ທຸກ​ພັກ​ຝ່າຍ ​ໃນ​ບັນຫາຂັດ​ແຍ້​ງທີ່​ມີ​ການ​ຕໍ່ສູ້​ກັນ​ລະຫວ່າງ ພວກ Houthi ​
ແລະ ກອງ​ກຳລັງ​ຂອງ ປະທານາທິບໍດີ Abd-Rabbu Mansour Hadi ທີ່​ນານາ​ຊາດ​
ຮັບຮູ້ ​ແລະໃຫ້ການສະໜັບສະໜຸນ​ນັ້ນ.

The United Nations Security Council is due to vote Tuesday on a draft resolution that would impose an arms embargo on the leaders of Yemen's Houthi rebels and demand the group withdraw from Sana'a and other areas it has captured.

The measure drafted by Jordan and Arab Gulf countries would also impose a travel ban and an asset freeze on rebel leader Abdul-Malik al-Houthi as well as Ahmed Ali Abdullah Saleh, the son of Yemen's former president who supports the Houthis.

The council has already imposed those bans against the former president and two senior Houthi leaders.The new resolution would place the arms embargo on all five men.

It was not clear ahead of the vote whether Russia would use its veto power as one of the five permanent Security Council members in order to block the measure.Russia argued that the arms ban should apply to all parties in the conflict that has pitted the Houthis against forces backing the internationally recognized President Abd-Rabbu Mansour Hadi.

XS
SM
MD
LG