ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກສອນສາສະໜາ ຫົວຮຸນແຮງ Awlaki ຖືກຂ້າຕາຍ ຢູ່ເຢເມນ (ເບິ່ງວີດີໂອ)


ນັກສອນສາສະໜາອິສລາມຫົວຮຸນແຮງ Anwar al Awlaki
ນັກສອນສາສະໜາອິສລາມຫົວຮຸນແຮງ Anwar al Awlaki

ກະຊວງປ້ອງກັນປະເທດເຢເມນກ່າວວ່າ ນັກສອນສາສະໜາຫົວຮຸນແຮງທີ່ເກີດຢູ່ອະເມຣິກາ
ນາຍ Anwar al-Awlaki ໄດ້ຖືກຂ້າຕາຍແລ້ວ.

ກະຊວງປ້ອງກັນປະເທດເຢເມນເວົ້າວ່ານາຍ Awlaki ທີ່ເປັນເຄືອຂ່າຍຂອງກຸ່ມກຳລັງກໍ່ການ
ຮ້າຍອາລກາຍດາຢູ່ໃນປະເທດດັ່ງກ່າວໄດ້ຖືກຂ້າຕາຍພ້ອມໆກັນກັບຜູ້ຕ້ອງສົງໄສເປັນພວກ
ຫົວຮຸນແຮງຈຳນວນຫຼາຍໆຄົນ.

ກະຊວງປ້ອງກັນປະເທດເຢເມນ ບໍ່ໄດ້ເປີດເຜີຍຂໍ້ມູນເພີ່ມຕື່ມໃດໆໃຫ້ຊາບກ່ຽວສະພາບໃນ ການຖືກຂ້າຕາຍຂອງຜູ້ກ່ຽວ.

ແຕ່ແຫຼ່ງຂ່າວຂອງພວກຊົນເຜົ່າແລະເຈົ້າໜ້າທີ່ຮັກສາຄວາມສະຫງົບເວົ້າວ່າ ນັກສອນສາສະ
ໜາທີ່ເກີດຢູ່ອະເມຣິກາຄົນນີ້ໄດ້ຖືກຂ້າຕາຍໃນຕອນເຊົ້າຂອງວັນສຸກມື້ນີ້ໃນການໂຈມຕີທາງ
ອາກາດ ທີ່ແນເປົ້າໝາຍໃສ່ຂະບວນລົດຂອງກຸ່ມກໍ່ການຮ້າຍອາລກາຍດາ ຢູ່ໃນເຂດພາກຕາ
ເວັນອອກຂອງປະເທດ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ໃຜເປັນຜູ້ທຳການໂຈມຕີດັ່ງກ່າວນີ້.

ທັງສະຫະລັດແລະເຢເມນ ຕ່າງກໍຕ້ອງການໂຕນາຍ Awlaki ຍ້ອນບົດບາດທີ່ໜ້າສົງໄສ
ຂອງຜູ້ກ່ຽວໃນການໂຈມຕີກໍ່ການຮ້າຍ ຮວມທັງການພະຍາຍາມທຳການໂຈມຕີດ້ວຍລະ ເບີດຕໍ່ສາຍການບິນສະຫະລັດໃນປີ 2009. ນອກນັ້ນ ຍັງເປັນທີ່ ເຊື່ອກັນວ່າຜູ້ກ່ຽວຍັງ
ຖືກສົງໄສເປັນທີ່ປຶກສາ ກ່ຽວກັບການຍິງສັງຫານແບບບໍ່ເລືອກໜ້າທີ່ຄ້າຍທະຫານແຫ່ງ
ນຶ່ງຂອງສະຫະລັດຢູ່ທີ່ລັດເທັກຊັສ ແລະການສັງຫານຊາວຝຣັ່ງຄົນນຶ່ງຢູ່ເຢເມນໃນປີກາຍ
ນີ້.

ເຈົ້າໜ້າທີ່ສະຫະລັດເຊື່ອວ່າ ນັກສອນສາສະໜາຄົນນີ້ ແມ່ນພົວພັນກັບກຸ່ມກໍໍ່ການຮ້າຍ
ອາລກາຍດາໃນແຫຼມອາເຣເບຍທີ່ມີຖານປະຕິບັດງານຢູ່ເຢເມນ.

ເບິ່ງວີດີໂອ ລາຍງານພາສາອັງກິດ:

XS
SM
MD
LG