ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສຍຊີວິດ 35 ຄົນ ໃນການວາງລະເບີດ ສະຫຼະຊີບ ທີ່ເຢເມັນ


ຊາຍຄົນນຶ່ງກໍາລັງເກັບມ້ຽນເສື້ອຜ້າຂອງຜູ້ເສຍຊີວິດໃນເຫດການລະເບີດສະຫຼະຊີບທີ່ເມືອງ Jaar ຂອງເຢເມັນ ໃນມື້ນີ້, ວັນທີ 5 ສິງຫາ, 2012
ຊາຍຄົນນຶ່ງກໍາລັງເກັບມ້ຽນເສື້ອຜ້າຂອງຜູ້ເສຍຊີວິດໃນເຫດການລະເບີດສະຫຼະຊີບທີ່ເມືອງ Jaar ຂອງເຢເມັນ ໃນມື້ນີ້, ວັນທີ 5 ສິງຫາ, 2012

ເຈົ້າໜ້າ​ທີ່​ເຢ​ເມັນ​ກ່າວ​ວ່າ ມື​ລະ​ເບີດ​ສະຫຼະຊີບ​ຄົນ​ນຶ່ງ ​ໄດ້​ສັງຫານ​ຢ່າງ​ໜ້ອຍ 35 ຄົນ ​ແລະເຮັດ​ໃຫ້​ບາດ​ເຈັບ​ອີກຫຼາຍສິບ​ຄົນ​ ​ເມື່ອ​ວັນ​ເສົາ​ວານ​ນີ້ ຢູ່ເມືອງ​ແຫ່ງ​ນຶ່ງ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ.

ມື​ລະ​ເ​ບີ​ດ ​ໄດ້​ທໍາ​ການ​ໂຈມ​ຕີ​ທີ່ເມືອງ Jaar ນຶ່ງ​ໃນຫຼາຍໆ​ຫົວ​ເມືອງ​ໃນ​ແຂວງ Abyan ທີ່​ຍຶດຄືນ​ໄດ້​ຈາກ​ກຸ່ມ​ອາ​ລ ກາ​ອີ​ດາ ​ໃນ​ການ​ບຸກລຸກ​ຄັ້ງ​ໃຫຍ່​ຂອງລັດຖະບານ​ໃນ​ເດືອນ​ມິ​ຖຸນາ​ຜ່ານ​ມາ.

ອົງການ​ຂ່າວ​ຣອຍ​ເຕີ ກ່າວ​ວ່າ ປາກົດ​ວ່າ ມື​ລະ​ເບີດ​ໄດ້​ແນ​ເປົ້າ​ໃສ່​ພວກ​ປະຊາຊົນ​ທີ່​ສະ​ໜັບສະ​ໜຸນ​ຝ່າຍ​ທະຫານ ​ໃນ​ລະຫວ່າງ​ການ​ບຸກ​ໂຈມ​ຕີ​ພວກ​ມຸສລິ​ມຫົວ​ຮຸນ​ແຮງ​ນັ້ນ.

ພວກ​ຫົວ​ຮຸນ​ແຮງ​ທີ່​ເຊຶ່ອມ​ໂຍງ​ກັບ​ກຸ່ມ​ອາລຄາ​ອີ​ດາ ​ໄດ້​ຍຶດ​ເອົາຫຼາຍໆ​ຫົວ ​ເມືອງ​ໃນ​ແຂວງ Abyan ​ເມື່ອປີຜ່ານມາ ​ໃນ​ຂະນະ​ທີ່​ລັດຖະບານຫຍຸ້ງ​ຢູ່ ກັບການ​ຮັບ​ມື​ກັບ​ການ​ລຸກ​ຮື​ເພື່ອ​ປະຊາທິປະ​ໄຕ ​ຕໍ່ຕ້ານປະທານາທິບໍດີ Ali Abdullar Seleh ​ໃນ​ເວລາ​ນັ້ນ.

ປະທານາທິບໍດີ Abed Rabbo Mansour Hadi ຜູ້​ສື​ບຕໍາ​ແໜ່​ງ​ແທນ ທ່ານ Saleh ​ໄດ້​ສັ່ງ​ໃຫ້ທໍາ​ການ​ບຸກ​ໂຈມ​ຕີ​ຄືນ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ ແລະ​ຍຶດ​ບາງ​ເຂດ​ເຫຼົ່ານັ້ນຄືນ​ມາ​ໄດ້.

XS
SM
MD
LG