ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Yellen ວ່າ ອາກາດ ອາດເຮັດໃຫ້ ເສດຖະກິດ ຊ້າລົງ (ວີດີໂອກ່ຽວຂ້ອງ)


ທ່ານນາງ Janet Yellen ປະທານທະນາຄານກາງ ສຫລ
ທ່ານນາງ Janet Yellen ປະທານທະນາຄານກາງ ສຫລ
ຫົວໜ້າທະນາຄານກາງຂອງສະຫະລັດກ່າວວ່າ ສະພາບອາກາດ
ຮ້າຍແຮງຂອງລະດູໜາວເມື່ອໄວໆມານີ້ ອາດເປັນເຫດຜົນທີ່ສະ
ແດງຮ່ອງຮອຍບາງຢ່າງໃຫ້ເຫັນວ່າການເຕີບໂຕຂອງເສດຖະກິດ
ໄດ້ຊັກຊ້າລົງນັ້ນ.

ປະທານທະນາຄານກາງຂອງສະຫະລັດທ່ານນາງ Janet
Yellen ໄດ້ໃຫ້ການຕໍ່ຄະນະກຳມະການນຶ່ງທີ່ສຳຄັນຂອງສະພາ
ສູງ ໃນວັນພະຫັດວານນີ້. ທ່ານນາງເວົ້າວ່າ ເຈົ້າໜ້າທີ່ຂອງທະນາ
ຄານກາງ ຈະຕິດຕາມເບິ່ງຂໍ້ມູນໃໝ່ທາງດ້ານເສດຖະກິດຢ່າງໃກ້
ຊິດ ໃນຂະນະທີ່ພວກເຂົາເຈົ້າຕັດສິນໃຈວ່າ ຈະຫຼຸດການດຳເນີນ
ຄວາມພະຍາຍາມໃນການກະຕຸກຊຸກຍູ້ເສດຖະກິດລົງໄວສໍ່ າ ໃດ.

ມີການຖິ້ມໂທດໃສ່ວ່າຫິມະຕົກໜັກແລະສະພາບອາກາດໜາວຈັດຄືສາເຫດທີ່ພາໃຫ້ມີ
ການ ຂາຍເຮືອນຊານ ລົດແລະສິນຄ້າຊະນິດອື່ນໆຊ້າລົງ ໃນຂະນະທີ່ຜູ້ບໍລິໂພກພາກັນ ຢູ່ແຕ່ໃນບ້ານໃນເຮືອນ ບໍ່ຢາກອອກໄປຕາກອາກາດໜາວ.

ວີດີໂອ: ບັນດານັກຊ່ຽວຊານ ພາກັນພິຈາລະນາຜົນກະທົບ ຂອງອາກາດປ່ຽນແປງ
ຕໍ່ເສດຖະກິດ:


Experts Ponder Costs Of Climate Change
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ

ລາຍງານເສດຖະກິດອີກສະບັບນຶ່ງ ທີ່ພິມເຜີຍແຜ່ໃນວັນພະຫັດວານນີ້ ສະແດງໃຫ້ເຫັນວ່າ
ຊາວອາເມຣິກັນທີ່ໄປຂໍເງິນຫວ່າງງານໄດ້ເພີ້ມຂຶ້ນ 14,000 ຄົນເປັນທັງໝົດ 348,000 ຄົນ ໃນທົ່ວປະເທດ.

ໃນຂະນະທີ່ການເພີ້ມຂຶ້ນດັ່ງກ່າວນີ້ ແມ່ນລື່ນໂຕເລກທີ່ພວກນັກເສດຖະສາດໄດ້ທຳນາຍໄວ້
ແຕ່ຈຳນວນທັງໝົດກໍຍັງຕໍ່າ ຢູ່ທີ່ສະແດງໃຫ້ເຫັນວ່າ ຕະຫລາດແຮງງານພວມດີຂຶ້ນ ແບບ ຄ່ອຍເປັນຄ່ອຍໄປ.

ວີດີໂອ: ອັດຕາການຫວ່າງງານໃນສະຫະລັດລຸດຕໍ່າ ລົງ ແຕ່ການວ່າຈ້າງຄົນງານ ກໍຍັງຊັກຊ້າຢູ່:

US Unemployment Dips to 6.6 Percent, but Hiring Continues to Slow
please wait

No media source currently available

0:00 0:01:49 0:00
ລິງໂດຍກົງ
XS
SM
MD
LG