ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປີ 2015 ແມ່ນປີ ແຫ່ງການທູດ ສຳລັບ ທ່ານ ໂອບາມາ


ປະທານາທິບໍດີ ບາຣັກ ໂອບາມາ ອ່ານບົດປາໄສຂອງທ່ານ ຕໍ່ບັນດານັກຖ່າຍຮູບ ຫຼັງຈາກການກ່າວຄຳປາໄສຜ່ານທາງໂທລະພາບ ຈາກທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ. 31 ສິງຫາ, 2010.
ປະທານາທິບໍດີ ບາຣັກ ໂອບາມາ ອ່ານບົດປາໄສຂອງທ່ານ ຕໍ່ບັນດານັກຖ່າຍຮູບ ຫຼັງຈາກການກ່າວຄຳປາໄສຜ່ານທາງໂທລະພາບ ຈາກທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ. 31 ສິງຫາ, 2010.

ສຳລັບການສະຫຼຸບວາລະ ໃນການດຳລົງຕຳແໜ່ງ ຂອງປະທານາທິ ບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ໃຊ້ເວລາໃນປີ 2015 ເພັ່ງເລັງໃສ່ການ​ເລີ່​ມຕົ້ນ ​ໃນນະໂຍບາຍການ ຕ່າງປະເທດ ທີ່ແນ ໃສ່​ເພື່ອປັບ​ປ່ຽນບົດບາດຂອງ ສະຫະລັດ ໃນພາກພື້ນທີ່ສຳຄັນໃນ ໂລກ. ນັກຂ່າວວີໂອເອ ປະຈຳທຳນຽບຂາວ Aru Pande ຈະ​ພາ​ທ່ານ​ສຳ​ຫຼວດ​ເບິ່ງສິ່ງທີ່ນັກວິເຄາະ ທັງຫຼາຍກ່າວວ່າ ແມ່ນຄວາມສຳ ເລັດຂອງປະທານາທິບໍດີ ໂອບາມາ ຈົນຮອດປະຈຸບັນນີ້ ແລະ ສິ່ງທ້າທາຍທີ່ ທ່ານຍັງ​ຈະ​ປະ​ເຊີນ​ຢູ່ໃນທົ່ວໂລກ. ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານ.

ນັບ​ແຕ່ການຊັກທຸງຊາດຂຶ້ນສູ່ຍອດເສົາຢູ່ສະຖານທູດ ສະຫະລັດ ໃນນະຄອນຫຼວງ ຮາວາຮາ ເປັນຄັ້ງທຳອິດໃນຮອບເຄິ່ງສັດຕະວັດ.

ປາທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ “ສະຫະລັດ ໄດ້ເຫັນດີທີ່ຈະສ້າງຕັ້ງສາຍພົວ ພັນທາງການທູດຢ່າງເປັນທາງການກັບສາທາລະນະລັດ ຄິວບາ ຄືນ​ໃໝ່, ແລະ ເປີດຄືນສະຖານທູດໃນບັນດາປະເທດຂອງພວກເຮົາ.”

ຕະຫລອດ​ຈົນ​ນຳພາຄວາມພະຍາຍາມໄປສູ່ການເຈລະຈາຂໍ້ຕົກລົງນິວເຄລຍ ທີ່ມີ​ຄວາມສຳ ຄັນປະຫວັດສາດກັບ ອີຣ່ານ.

ທ່ານ ບາຣັກ ໂອບາມາ ກ່າວວ່າ “ຂໍ້ຕົກລົງນີ້ ໄດ້ສະແດງໃຫ້ເຫັນວ່າການທູດ ອາເມຣິ ກາ ສາມາດກໍ່ໃຫ້ເກີດການປ່ຽນແປງທີ່ເປັນຈິງ ແລະ ມີຄວາມໝາຍ, ການປ່ຽນ ແປງທີ່ເຮັດໃຫ້ ປະເທດຂອງພວກເຮົາ ແລະ ຂອງໂລກ, ມີຄວາມປອດໄພ ຂຶ້ນຕື່ມ ແລະ ໝັ້ນຄົງຫຼາຍຂຶ້ນ.”

ມັນແມ່ນລະດູຮ້ອນແຫ່ງການທູດສຳລັບປະທານາທິບໍດີ ໂອບາມາ.

ທ່ານ Bruce Jones ຈາກສະຖາບັນ Brookings ກ່າວວ່າ “ຖ້າປີໜ້າພວກເຮົາເຫັນສິ່ງ ຕ່າງໆທີ່ເປັນໄປໃນແງ່ບວກ ກ່ຽວກັບ ອີຣ່ານ, ກ່ຽວກັບ ຄິວບາ, ກ່ຽວກັບ ຢູເຄຣນ ແລ້ວຂ້າ ພະເຈົ້າຄິດວ່າພວກເຮົາຈະຕ້ອງຫຼຽວຫຼັງ ແລະ ເວົ້າວ່າ ທ່ານ ໂອບາມາ ໄດ້ພິສູດໃຫ້ເຫັນ​ເຖິງ ຈຸດຢືນຂອງທ່ານ ທີ່ວ່າ ການເຄື່ອນໄຫວທາງການເມືອງ ແລະ ທາງການທູດຂອງ ອາເມຣິກາ ແມ່ນສາມາດສ້າງຄວາມແຕກຕ່າງໄດ້ແທ້ໆ.”

ມັນຈະເປັນເວລາຫຼາຍເດືອນ, ຖ້າບໍ່ແມ່ນຫຼາຍປີ,​ ກ່ອນຄວາມສຳເລັດຂອງຂໍ້ຕົກລົງກ່ຽວກັບ ຄິວບາ,​ ອີຣ່ານ ແລະ ພາຄີຂ້າມມະຫາສະມຸດປາຊີ​ຟິກ ຈະສາມາດປະເມີນໄດ້.

ເຖິງຢ່າງໃດກໍດີ, ທ່ານ Jones ກ່າວວ່າ ຄວາມພະຍາຍາມຂອງທ່ານ ໂອບາມາ ເພື່ອປຸກລະ ດົມທົ່ວໂລກ ໃນການຮັບມືກັບສະພາບດິນຟ້າອາກາດປ່ຽນແປງ, ພ້ອມກັບເກືອບ 200 ປະ ເທດ ໄດ້ຮັບຮອງເອົາຂໍ້ຕົກລົງສະພາບອາກາດທີ່ມີຄວາມສຳຄັນໃນນະຄອນຫຼວງ ປາຣີ, ລວມ ທັງການເຈລະຈາຂໍ້ຕົກລົງສະບັບໜຶ່ງກັບ ຈີນ ເພື່ອລະງັບການປ່ອຍຄວັນພິດ ເຊິ່ງມີ ຜົນບັງຄັບ ໃຊ້ໂດຍທັນທີ.

ທ່ານ Bruce Jones ໄດ້ກ່າວວ່າ “ເພື່ອນຳເອົາ ສະຫະລັດ ແລະ ຈີນ, ເຊິ່ງເປັນສອງ ປະເທດ ທີ່ປ່ອຍຄວັນພິດຫຼາຍທີ່ສຸດໃນໂລກ ໃຫ້ຕົກລົງກັນກ່ຽວກັບ ການຈັດການ ແກ້ໄຂບັນຫາສອງ ຝ່າຍ ເພື່ອເລີ່ມການຫຼຸດຜ່ອນ, ປ່ຽນແປງການເຈລະຈາສາກົນ ແລະ ສະແດງໃຫ້ເຫັນຄວາມ ໝາຍຂອງມັນ ເມື່ອສອງມະຫາອຳນາດທີ່ໃຫຍ່ທີ່ ສຸດຂອງໂລກສາມາດເປັນຜູ້ນຳໜ້າຮ່ວມ ກັນ.”

ແຕ່ໃນຂະນະທີ່ທ່ານ ໂອບາມາ ໄດ້ຖື​ເອົາປີນີ້ ​ເປັນຂີດໝາຍ ທີ່ແນໃສ່ດ້ານການທູດ, ​ແຕ່ພາກ ຕາເວັນອອກກາງກໍຍັງສືບຕໍ່ເປັນສິ່ງທ້າທາຍທີ່ຮ້າຍແຮງທີ່ສຸດຕໍ່ມໍລະດົກ ທາງດ້ານນະໂຍ ບາຍ ການຕ່າງປະເທດຂອງທ່ານ.

ທ່ານ Vikram Singh ຈາກສູນກາງເພື່ອຄວາມກ້າວໜ້າຂອງຊາວ ອາເມຣິກັນ ກ່າວວ່າ “ມັນແມ່ນການແຕກແຍກຂອງບັນດາປະເທດ ໃນທົ່ວພາກພື້ນທີ່ມີຄວາມສຳຄັນ ທາງດ້ານ ຍຸດທະສາດນັ້ນ ແລະ ວິທີທີ່ ສະຫະລັດ ແລະ ທົ່ວໂລກຕອບຮັບຕໍ່ສິ່ງ ນັ້ນ, ແມ່ນບາງຢ່າງທີ່ມີການປ່ຽນແປງຢູ່ເລື້ອຍໆ ແລະ ເປັນສີ່​ງທີ່ຂ້າພະເຈົ້າບໍ່ ຄິດວ່າມີຜູ້ໃດໄດ້ຄິດອອກສູດທີ່ພິເສດນັ້ນ​ເທື່ອ.”

​ຈາກຄວາມບໍ່ສະຫງົບໃນ ລີເບຍ ແລະ ເຢເມນ ຕະຫລອດ​ຈົນ​ການເຕີບໂຕຂຶ້ນຂອງກຸ່ມພວກ ຫົວຮຸນແຮງ ລັດອິສລາມໃນ ອີຣັກ ແລະ ຊີເຣຍ, ປະທານາທິບໍດີ ​ໂອ​ບາ​ມາ ທີ່ຂຶ້ນກຳອຳ ນາດ ພ້ອມດ້ວຍເປົ້າໝາຍທີ່​ຈະຍຸຕິສົງຄາມໃນພາກຕາເວັນອອກກາງ, ຕອນນີ້ໄດ້ຮູ້ສຶກຕົນຢ່າງ ເລິກເຊິ່ງແລ້ວວ່າໄດ້ເຂົ້າໄປມີສ່ວນຮ່ວມໃນຄວາມຂັດແຍ້ງຂອງພາກພື້ນ ເຊິ່ງຍັງຈະດຸ ເດືອດຕໍ່ ໄປເມື່ອທ່ານອອກຈາກການດຳລົງຕຳແໜ່ງ​ແລ້ວ.

Obama on Cuba: This is What Change Looks Like
please wait

No media source currently available

0:00 0:01:49 0:00

For an American president wrapping up his time in office, Barack Obama has spent 2015 focused on foreign policy initiatives aimed at re-shaping the U.S. role in key regions of the world.VOA White House correspondent Aru Pande takes a look at what analysts say are Obama's achievements thus far and his remaining challenges around the globe.

((NARRATOR))
From raising the American flag at the U.S. Embassy in Havana for the first time in half a century…

((PRESIDENT BARACK OBAMA))
"The United States has agreed to formally re-establish diplomatic relations with the Republic of Cuba, and re-open embassies in our respective countries."

((NARRATOR))
… to leading efforts to negotiate a landmark nuclear agreement with Iran.

((BARACK OBAMA, U.S. PRESIDENT))
"This deal demonstrates that American diplomacy can bring about real and meaningful change, change that makes our country, and the world, safer and more secure."

((NARRATOR))
It was a summer of diplomacy for President Obama.

Brookings Institution's Bruce Jones.

((BRUCE JONES, BROOKINGS INSTITUTION))
"If in the next year we see things moving in a positive direction on Iran, on Cuba, on Ukraine, then I think we will look back and say that Obama proved his point: that American political moves and diplomacy can really make a difference."


((NARRATOR))
It will be months, if not years, before the success of the Cuba, Iran, and Trans-Pacific Partnership deals can be gauged.

Yet Jones says Obama's efforts to mobilize the world in confronting climate change, including negotiating a deal with Beijing to curb emissions, has had a more immediate effect, with nearly 200 nations approving a landmark climate agreement in Paris.

((BRUCE JONES, BROOKINGS INSTITUTION))
"To get the United States and China, the two biggest emitters in the world to agree on a bilateral approach to begin reductions, transformed the global negotiations and showed what it means when the two biggest players can lead together."

((NARRATOR))
But as Obama marks a year focused on diplomacy, the Middle East continues to pose the most serious challenge to his foreign policy legacy.

Vikram Singh is with the Center for American Progress.

((VIKRAM SINGH, CENTER FOR AMERICAN PROGRESS))
"It's really the disintegration of countries across that strategically vital region and how the United States and the world respond to that, is something that is in flux and something where I do not think anyone has figured out the magic formula."

((STANDUP/ NARRATOR))
((ARU PANDE, VOA NEWS))
From turmoil in Libya and Yemen to the rise of the Islamic State militant group in Iraq and Syria, a president who came to power with the goal of ending wars in the Middle East now finds himself deeply embroiled in regional conflicts that will still be simmering when he leaves office.

XS
SM
MD
LG