ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເລະ ແກ້ວທະວີ - ຢາກບອກວ່າຮັກ


ເລະ ແກ້ວທະວີ
ເລະ ແກ້ວທະວີ
ສະບາຍດີແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກ​ຂອງ VOA ແລະກໍຂໍບອກອີກແລະຈະບອກ
ຕະຫຼອດໄປວ່າວັນນະສອນດີໃຈແລະຕັ້ງໃຈໃນທຸກໆຄັ້ງທີ່ໄດ້ມາ
ຈັດເພງກ່ອມທ່ານຜູ້ຟັງໃນທຸກໆຄໍ່າຄືນຂອງວັນອາທິດ ວັນນະ
ສອນ ຕ້ອງຂໍສັນລະເສີນແຟນລາຍການທີ່ມີຄວາມຕັ້ງໃຈແລະ
ກ້າວທັນໂລກ ໂດຍທີ່ໄດ້ຂໍຟັງເພງຈາກລາຍການເຮົາຜ່ານທາງ
Facebook ຊຶ່ງເມື່ອກ່ອນ​ໄດ້ສົ່ງເປັນ ຈ.ມ. ແລະຂໍເພງເນື່ອງ
ໃນເທດສະການຕ່າງໆນັ້ນ ແຕ່ກວ່າຈ.ມ. ຈະມາຮອດ ເທດສະ
ການກໍຜ່ານໄປແລ້ວ ​ແຕ່ດຽວນີ້ ທຸກຢ່າງປ່ຽນໄປ ເຮັດໃຫ້ໂລກ
ແຄບລົງ ຕິດຕໍ່ຫາກັນໄດ້ໄວຂຶ້ນສະດວກສະບາຍ ເພງຂອງ​
ເລະ ​ແກ້ວ​ທະວີ ສິນລະປິນ ຈາກ​ລັດ Florida ທີ່ທັງຮ້ອງເອງ
ແຕ່ງເອງ ພ້ອມທັງເຮັດທໍານອງເອງ ຊຶ່ງເປັນເພງທີ່ປະສົມປະສານ
ທີ່ມີນໍ້າສຽງແປກໃໝ່ ຈັດໃຫ້ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ​ຜ່ານ​ທາງ
Facebook ກົງແສງ ແກ້ວວົງກົດ​ ທີ່ບອກມາວ່າຟັງ VOA
ເປັນປະຈໍາ ຈຶ່ງຂໍຟັງເພງ ຢ່າລືມກັນແຕ່ກໍບໍ່ໄດ້ລະບຸວ່າເປັນເພງຂອງສິນລະປິນທ່ານໃດ
ເພາະສະນັ້ນ ຈຶ່ງຫາຈັດໃຫ້ໄດ້ລໍາບາກ ວັນນະສອນ ກໍເລີຍຈັດເພງ ນີ້ໃຫ້ແທນຫວັງວ່າ
ກົງແສງ ພ້ອມດ້ວຍທ່ານຜູ້ຟັງທີ່ມີຫົວໃຈຮັກເພງລາວທັງຫຼາຍຄົງຈະໄດ້ຂຽນເຂົ້າມາຫາ
ທາງເຮົາອີກ ຫຼັງຈາກທີ່ໄດ້ຟັງເພງນີ້.
ລິງໂດຍກົງ


ມີຫຼາຍໆຂໍ້ຄວາມຈາກຊາວລາວໃນທົ່ວໂລກ ບໍ່ວ່າຈະເປັນຊາວລາວໃນ Switzerland
ທັງລາວໃນແລະລາວນອກ ທີ່ຂຽນເຂົ້າມາກ່ຽວກັບກຸ່ມສິນລະປິນຝຣັ່ງທີ່ຫົວໃຈລາວ
ວົງ ULUVUS ວັນນະສອນ ກໍເລີຍຖືໂອກາດນີ້ ຈັດເພງມ່ວນໆສະໄຕລ໌ ວົງ ULUVUS
ທີ່ທຸກໆທ່ານຊື່ນຊອບ ເອົາໄປຟັງພ້ອມໆກັນເລີຍ ໃນບົດເພງ​“ສູ້ຕໍ່ໄປ ທີ່ໄດ້ສິນລະປິນ
ສາວ ນິ່ງນ່ອງມາຮ້ອງຮ່ວມກັນ. ຢ່າລືມຂຽນເຂົ້າມາສະແດງຄວາມຮູ້ສຶກໃຫ້ພວກເຮົາຟັງ
ອີກດ້ວຍ…



ສ່ວນຜູ້ຟັງ ຄໍາເດີນ ທອງສະຫວັນ​ ທີ່ສົ່ງເພງໃຫ້ທາງເຮົາພິ ຈາລະນານັ້ນແມ່ນວ່າ ຄຸນນະ
ພາບຂອງການອັດສຽງຍັງບໍ່ດີພໍ ຫັວງວ່າຖ້າໄດ້ມີການອັດຢູ່ໃນຫ້ອງອັດເປັນຢ່າງດີແລ້ວນັ້ນ
ກໍຢ່າລືມສົ່ງໃຫ້ທາງເຮົາດ້ວຍ ຈະໄດ້ຟັງຮ່ວມກັນ ວັນນະສອນຕ້ອງຂໍອະໄພດ້ວຍ​ ກໍເລີຍ
ຂໍຈັດເພງຫວານໆນີ້ຕອບແທນຄວາມມີນໍ້າໃຈ​ ເປັນເພງຮັກອໍາມະຕະຂອງ ສີລາວົງ
ແກ້ວ
ທີ່ວັນນະສອນວ່າ​ໄດ້ຟັງເພງນີ້ແລ້ວ...ທຸກໆທ່ານຕ້ອງເຄີ້ມໄປຕາມເພງພຸ້ນລະ…
ແລະຂໍມອບໃຫ້ທຸກໆທ່ານທີ່ກໍາລັງຕົກຢູ່ໃນຫ້ວງຮັກ​ ເພາະວ່າ​ “ເຫັນພຽງຊາຍຄາ​”
ດັ່ງຊື່ຂອງເພງນີ້ ແລ້ວ…ກໍພໍໃຈ ຍິ້ມນ້ອຍຍິ້ມໃຫຍ່ໄດ້,

ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.
ລິງໂດຍກົງ
XS
SM
MD
LG