ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍ ຈະກໍ່ສ້າງ ສຳເລັດ ແລະ ໃຊ້ການໄດ້ ໃນປີ 2019


ພາບແບບຈຳລອງ ຂອງເຂື່ອນໄຟຟ້າພະລັງນ້ຳ ເຊປຽນ ເຊນ້ຳນ້ອຍ ໃນເຂດເມືອງປາກຊ່ອງ ແຂວງຈຳປາສັກ
ພາບແບບຈຳລອງ ຂອງເຂື່ອນໄຟຟ້າພະລັງນ້ຳ ເຊປຽນ ເຊນ້ຳນ້ອຍ ໃນເຂດເມືອງປາກຊ່ອງ ແຂວງຈຳປາສັກ

ການກໍ່ສ້າງເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍ ຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ
ຈະແລ້ວສຳເລັດ ແລະເລີ່ມຜະລິດໄຟຟ້າ ໃນປີ 2019 ສ່ວນປະຊາຊົນ ໃນເຂດກໍ່ສ້າງ
ກໍໄດ້ຮັບການຊ່ວຍເຫຼືອເປັນຢ່າງດີ.

ທ່ານແສງເພັດ ສົມມະນີວົງ ຫົວໜ້າໂຄງການຍົກຍ້າຍຈັດສັນຂອງ ໂຄງການເຂື່ອນ
ໄຟຟ້າເຊປຽນ ເຊນ້ຳນ້ອຍ ຢູ່ເຂດເມືອງປາກຊ່ອງ ແຂວງຈຳປາສັກ ໃຫ້ການຢືນຢັນ
ວ່າ ການກໍ່ສ້າງເຮືືອນພັກອາໄສ ແລະພື້ນຖານໂຄງຮ່າງຕ່າງໆ ເພື່ອຮອງຮັບປະຊາ
ຊົນລາວ 2,500 ກວ່າຄົນ ຈາກ 8 ບ້ານທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ
ເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍ ຈະແລ້ວສຳເລັດທັງ 100 ເປີເຊັນ ໃນປີ 2017
ນີ້ ດັ່ງທີ່ທ່ານແສງເພັດ ໄດ້ໃຫ້ການຢືນຢັນວ່າ:

“ນອກຈາກວຽກປຸກເຮືອນ ແລະຊ້ອມແປງເຮືອນແລ້ວ ພວກເຮົາກະໄດ້ປຸກອາຄານ
ຕ່າງໆ ເປັນຕົ້ນວ່າ ສຸກສາລາ ໂຮງຮຽນມັດທະຍົມສົມບູນ 1 ຫລັງ ສະໂມສອນບ້ານ
4 ຫລັງ ນອກນັ້ນ ກະມີການເຈາະນ້ຳບາດານ ທັງໝົດມາຮອດປັດຈຸບັນນີ້ ສຳເລັດ
100 ເປີເຊັນ ແລ້ວ ມີຢູ່ 51 ບໍ່ ແລະດຽວນີ້ ວຽກກໍ່ສ້າງໂຄງຮ່າງທັງໝົດ ລະຖືວ່າ
ເກືອບ 100 ເປີເຊັນແລ້ວ ຍັງຕັ້ງແຕ່ເລື່ອງການປັບປຸງເສັ້ນທາງ ໃຫ້ມັນຖາວອນ
ຊຶ່ງມີຄວາມຍາວ 10 ກິໂລແມັດ ກັບ 778 ແມັດ ແລະ ຕະຫຼາດ ຖືວ່າທັງສອງຢ່າງ
ນີ້ ພວກເຮົາມີແຜນເຮັດພາຍໃນປີນີ້.”

ທ່ານແສງເພັດ ສົມມະນີວົງ ຫົວໜ້າໂຄງການຍົກຍ້າຍຈັດສັນຂອງ ໂຄງການເຂື່ອນ ໄຟຟ້າເຊປຽນ ເຊນ້ຳນ້ອຍ ຊ່ອຍເຫຼືອ ໃນການເຈາະນ້ຳບາດານ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນ
ທ່ານແສງເພັດ ສົມມະນີວົງ ຫົວໜ້າໂຄງການຍົກຍ້າຍຈັດສັນຂອງ ໂຄງການເຂື່ອນ ໄຟຟ້າເຊປຽນ ເຊນ້ຳນ້ອຍ ຊ່ອຍເຫຼືອ ໃນການເຈາະນ້ຳບາດານ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງເຂື່ອນ

ໂຄງການເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍ ເປັນການຮ່ວມທຶນ ລະຫວ່າງ
ບໍລິສັດ ວິສະວະກຳ ແລະກໍ່ສ້າງຂອງເອກກະຊົນລາວ ກັບລັດວິສາຫະກິດຖືຮຸ້ນ
ລາວ (Lao Holding) ພ້ອມດ້ວຍບໍລິສັດ Western Power ຈາກເກົາຫຼີໃຕ້ ແລະ
ກຸ່ມບໍລິສັດໄຟຟ້າຣາຊະບູຣີ ຈຳກັດ (ມະຫາຊົນ) ຂອງໄທ ດ້ວຍສັດສ່ວນການຮ່ວມ
ທຶນ 26 24 25 ແລະ 25 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ 1,020 ລ້ານໂດລາ
ໂດຍມີກຳນົດການກໍ່ສ້າງໃຫ້ແລ້ວສຳເລັດ ໃນປີ 2019 ມີກຳລັງຕິດຕັ້ງ 410 ເມກາວັດ
ຫຼື ຜະລິດພະລັງງານໄຟຟ້າໄດ້ເຖິງ 1,879 ລ້ານກິໂລວັດ/ໂມງຕໍ່ປີ ຊຶ່ງໃນນີ້ 90 ເປີເຊັນ
ຈະສົ່ງອອກໄປໄທຕະຫຼອດອາຍຸສຳປະທານ 27 ປີ ແລະ 10 ເປີເຊັນ ທີ່ເຫຼືອ ຈະຂາຍ
ໃຫ້ ລັດວິສາຫະກິດໄຟຟ້າລາວ ເພື່ອຕອບສະໜອງການຊົມໃຊ້ພາຍໃນລາວ ທີ່ເພີ່ມ
ຂຶ້ນທຸກປີ.

ໂຄງການເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍ ເປັນການຮ່ວມທຶນ ລະຫວ່າງ ບໍລິສັດ ວິສະວະກຳ ແລະກໍ່ສ້າງຂອງເອກກະຊົນລາວ ກັບລັດວິສາຫະກິດຖືຮຸ້ນ ລາວ (Lao Holding) ພ້ອມດ້ວຍບໍລິສັດ Western Power ຈາກເກົາຫຼີໃຕ້ ແລະ ກຸ່ມບໍລິສັດໄຟຟ້າຣາຊະບູຣີ ຈຳກັດ (ມະຫາຊົນ) ຂອງໄທ
ໂຄງການເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍ ເປັນການຮ່ວມທຶນ ລະຫວ່າງ ບໍລິສັດ ວິສະວະກຳ ແລະກໍ່ສ້າງຂອງເອກກະຊົນລາວ ກັບລັດວິສາຫະກິດຖືຮຸ້ນ ລາວ (Lao Holding) ພ້ອມດ້ວຍບໍລິສັດ Western Power ຈາກເກົາຫຼີໃຕ້ ແລະ ກຸ່ມບໍລິສັດໄຟຟ້າຣາຊະບູຣີ ຈຳກັດ (ມະຫາຊົນ) ຂອງໄທ

ໂດຍອີງຕາມລາຍງານຂອງລັດວິສາຫະກິດໄຟຟ້າລາວ ລະບຸວ່າ ການຊົມໃຊ້ພະລັງ
ງານໄຟຟ້າສູງສຸດພາຍໃນທົ່ວປະເທດໃນປີ 2015 ຢູ່ທີ່ລະດັບ 989 ເມກາວັດ ແລ້ວກໍ
ເພີ່ມຂຶ້ນເປັນ 1,180 ເມກາວັດ ໃນປີ 2016 ຄິດເປັນອັດຕາການເພີ່ມຂຶ້ນ 20 ເປີເຊັນ
ແຕ່ສຳລັບໃນປີ 2017 ນີ້ ກໍຄາດໝາຍວ່າ ຄວາມຕ້ອງການຊົມໃຊ້ພະລັງງານໄຟຟ້າ
ໃນລາວ ຈະເພີ່ມຂຶ້ນເປັນ 1,579 ເມກາວັດ ຄິດເປັນອັດຕາການເພີ່ມຂຶ້ນ ເກືອບ 60
ເປີເຊັນ ທຽບກັບປີ 2015 ຫຼືເກີນກວ່າ 33 ເປີເຊັນ ທຽບກັບປີ 2016 ພາຍໃຕ້ສະພາບ
ການດັ່ງກ່າວນີ້ ຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ພະລັງງານໄຟຟ້າໃນລາວ
ຈະເພີ່ມຂຶ້ນເປັນ 2,862 ເມກາວັດໃນປີ 2020 ກັບ 7,093 ເມກາວັດໃນປີ 2030
ຕາມລຳດັບ.

ໂດຍໃນປັດຈຸບັນ ປະເທດລາວມີແຫລ່ງຜະລິດໄຟຟ້າດ້ວຍພະລັງງານນ້ຳ 41 ແຫ່ງ
ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນ ຈາກຖ່ານລິກໄນຕ໌ 1 ແຫ່ງ ມີ
ກຳລັງຕິດຕັ້ງລວມ 6,300 ເມກາວັດ ຊຶ່ງສາມາດຜະລິດພະລັງງານໄຟຟ້າໄດ້ 33,315
ລ້ານກິໂລວັດ/ໂມງຕໍ່ປີ ເພີ່ມຂຶ້ນເຖິງ 200 ເທົ່າຕົວທຽບໃສ່ປີ 1975 ທັງກໍຍັງຈະປະກອບ
ສ່ວນຢ່າງສຳຄັນເຂົ້າໃນການພັດທະນາເສດຖະກິດຂອງລາວ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ
ໃນອັດຕາສະເລ່ຍບໍ່ຫລຸດ 7 ເປີເຊັນ ໃນປີ 2017 ອີກດ້ວຍ.

ສ່ວນການຂະຫຍາຍຕາໜ່າງສາຍສົ່ງກະແສໄຟຟ້ານັ້ນ ໄດ້ໄປເຖິງປະຊາຊົນລາວແລ້ວ
1,010,100 ຄົວເຮືອນ ຄິດເປັນ 90 ເປີເຊັນຂອງຈຳນວນຄອບຄົວທັງໝົດໃນລາວ ຈຶ່ງ
ຍັງເຫລືອອີກ 122,800 ກວ່າຄົວເຮືອນ ທີ່ຈະຕ້ອງຂະຫຍາຍຕາໜ່າງສາຍສົ່ງກະແສ
ໄຟຟ້າ ໄປໃຫ້ເຖິງທັງໝົດໃນປີ 2020 ໂດຍຄາດວ່າ ຈະສາມາດບັນລຸເປົ້າໝາຍດັ່ງກ່າວ
ໄດ້ຢ່າງເປັນຮູບປະທຳ ເພາະທາງການລາວທັງຂັ້ນສູນກາງ ແລະທ້ອງຖິ່ນໄດ້ລົງນາມ
ໃນບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບບັນດາບໍລິສັດເອກກະຊົນລາວ ແລະ ຕ່າງ
ຊາດ ກ່ຽວກັບ ການພັດທະນາແຫລ່ງພະລັງງານໄຟຟ້າໄປແລ້ວ 357 ໂຄງການ ມີ
ກຳລັງຕິດຕັ້ງລວມ 26,147 ເມກາວັດ ແລະ ຜະລິດພະລັງງານໄຟຟ້າໄດ້ລວມກັນເຖິງ
115,118 ລ້ານກິໂລວັດ/ໂມງຕໍ່ປີ.

ໂດຍການລົງນາມໃນ MOU ດັ່ງກ່າວນີ້ ທາງການລາວ ໄດ້ວາງເປົ້າໝາຍໄວ້ວ່າ ຈົນ
ເຖິງທ້າຍປີ 2020 ຈະມີເຂື່ອນໄຟຟ້າທີ່ສ້າງແລ້ວສຳເລັດ ເພີ່ມຂຶ້ນອີກ 48 ໂຄງການ
ໂດຍຈະເຮັດໃຫ້ລາວມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 90 ໂຄງການ ທີ່ມີກຳລັງ
ຕິດຕັ້ງລວມ 14,000 ເມກາວັດ ແລະຜະລິດພະລັງງານໄຟຟ້າໄດ້ລວມກັນເຖິງ
70,000 ລ້ານກິໂລວັດ/ໂມງ ໃນປີ 2020.

XS
SM
MD
LG