ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Last Christmas - Ashley Tisdale


Last Christmas - Ashley Tisdale
Last Christmas - Ashley Tisdale

​ບັນຍາກາດໃນ​ຊ່ວງນີ້​ ກໍ​ຢູ່​​ໃນຊ່ວງ​ຂອງ​ການ​ສະ​ເຫຼີ​ມສະຫຼອງເທດສະການ​ຄຣີສມາສ ​ເພາະສະ​ນັ້ນທາງ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຈະ​ນໍາ​ເອົາ​ເພງ​ສາກົນ​ທີ່​​ໄດ້ບັນ​ລະ​ຍາຍ​ແລະຖ່າຍ​ທອດ​ເຖິງ​ບັນຍາກາດຂອງການ ​ສະຫຼອງເທດສະການດັ່ງກ່າວ​​ໄດ້ເປັນ​ຢ່າງ​ດີນັ້ນ ມາ​ຝາກ​ທ່ານ​ຜູ້​ຟັງ​ ຂໍ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ນະ​ບັດ​ນີ້.

ຄໍ່າຄືນນີ້ວັນນະສອນຈະພາທ່ານຜູ້ຟັງໄປສໍາພັດກັບສຽງເພງມ່ວນໆທີ່ສິນລະປິນຊື່ດັງ
ທັງຫຼາຍໄດ້ຂັບຮ້ອງໄວ້ທີ່ໄດ້ພັນລະນາແລະຖ່າຍທອດຄວາມຮູ້ສຶກຕ່າງໆກ່ຽວກັບເທດ
ສະການສະເຫຼີມສະຫຼອງຄຣີສມາສແລະວັນນະສອນຄິດວ່າ ເທດສະການຄຣີສມາສໃນ
ປີນີ້ ຄືກຄັກກວ່າທຸກປີເພາະບັນຍາກາດເປັນໃຈ ຄືວ່ານະຄອນຫຼວງວໍຊີງຕັນ ດີຊີ
ໃນຂະນະນີ້ແມ່ນປົກຄຸມດ້ວຍຫິມມະສີຂາວບໍລິສຸດງົດງາມຕະການຕາແລະແນ່ນອນ
ແຕ່ຄິດກໍໜາວຈັບໃຈຂຶ້ນມາແລ້ວ ວັນນະສອນກໍເລີຍຂໍມອບເພງ “Last Christmas”
ຂອງນັກຮ້ອງສາວ Ashley Tisdale ໃຫ້ຟັງ ເພື່ອຈະໄດ້ອົບອຸ່ນໃຈກັບຄົນພິເສດ
ພິເສດ…

ເພງ “Last Christmas” Ashley Tisdale

ກໍເຫຼືອພຽງແຕ່ 5 ວັນເທົ່ານັ້ນກ່ອນເຖິງວັນຄຣີສມາສຊຶ່ງວັນນີ້ເປັນບັນຍາກາດຂອງຄວາມ
ປອງດອງ, ສະໝານສາມັກຄີ, ຮັກຫໍ່ແພງກັນລະຫວ່າງຄອບຄົວ, ຄົນຮັກ, ຍາດພີ່ນ້ອງ ເພື່ອນມິດສະຫາຍທັງຫຼາຍ. ພວກເດັກນ້ອຍທັງຫຼາຍຈະມັກເທດສະການນີ້ເປັນພິເສດ ເພາະຕື່ນເຕັ້ນແລະດີໃຈກັບຂອງຂັວນຂອງຝາກທີ່ຈະໄດ້ເປີດກັນໃນຕອນທ່ຽງຄືນຂອງວັນ
ຄຣີສມາສ ກໍຄືວັນທີ່ 24 ທັນວາ ວັນນະສອນຂໍເນລະມິດເທດສະການຄຣີສມາສມາ
ໃຫ້ທ່ານຜູ້ຟັງໄດ້ສໍາພັດກັນ ຂໍພຽງແຕ່ລັບຕາ ກໍຈະໄດ້ນຶກເຫັນບັນຍາກາດຂອງຫິມມະ
ຂາວໆ|ເຕັມທ້ອງຖະໜົນຫົນທາງແລະມີແສງໄຟປະດັບປະດາລະຍິບລະຍັບ ໜ້າຮັກ
ໜ້າຊື່ນຊົມແລະຂໍມອບເພງ Let It Snow, Let It Snow, Let It Snow ຂອງ
Micheal BubleSan ta Claus Is Coming To Town ຂອງ Dianna Krall
ເປັນຂອງຂັວນແດ່ທ່ານຜູ້ຟັງເພື່ອສ້າງບັນຍາກາດກ່ອນເຖິງວັນຄຣີສມາສຈິງໆທີ່ຈະມາ
ເຖິງນີ້.

ເພງ: Let It Snow, Let It Snow, Let It Snow ຂອງ Micheal Buble
San ta Claus Is Coming TO Town
ຂອງ Dianna Krall

ເນຶ່ອງໃນໂອກາດເທດສະການຄຣີສມາສວັນນະສອນພ້ອມດ້ວຍຄະນະ VOA ຂໍອວຍໄຊ
ໃຫ້ພອນແດ່ແຟນລາຍການວິທະຍຸ VOA ທຸກຖ້ວນໜ້າ ຈົ່ງໄດ້ມີແຕ່ຄວາມສຸກລົ້ນ
ມາກມິ່ງແສນປະເສດ ແລະຂໍໃຫ້ Voice of America ເປັນແຮງໃຈຕໍ່ເຕີມໃຫ້ທ່ານມີ
ແຮງສູ້ ເພື່ອຄວາມກ້າວໜ້າ, ທັງພາລະໜ້າທີ່, ຄວາມອຸດົມສົມບູນຂອງທ່ານແລະ
ຄອບຄົວ ຕະຫຼອດເທດສະການຄຣີສມາສປີນີ້ແລະຕະຫຼອດການ ຂໍມອບເພງ Silent
Nigth ຂອງ Susan Boyle ເປັນຂອງວັນໃຫ້ທ່ານ ແລະຂໍໃຫ້ທຸກໆທ່ານນອນລັບຝັນດີ
Merry Christmas.

ເພງ: Silent Nigth ຂອງ Susan Boyle

ກ່ຽວຂ້ອງກັນ

XS
SM
MD
LG