ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

WTO ວ່າ ສະຫະລັດ ແມ່ນເຮັດຜິດ ທີ່ເກັບພາສີ ສິນຄ້າຈິີນ ເພື່ອລົງໂທດ (ວີດີໂອ)


ປະຕູທາງເຂົ້າ ອົງການໆຄ້າໂລກ ທີ່ນະຄອນເຈນີວາ (WTO) ປະເທດ ສະວິສເຊີແລນ.
ປະຕູທາງເຂົ້າ ອົງການໆຄ້າໂລກ ທີ່ນະຄອນເຈນີວາ (WTO) ປະເທດ ສະວິສເຊີແລນ.

ອົງການ​ການຄ້າ​ໂລກ ຫຼື WTO ​ໄດ້​ລົງຄວາມເຫັນ​ວ່າ ສະຫະລັດ
ແມ່ນຜິດ​ພາດ​ທີ່ຈະເກັບພາສີເພື່ອເປັນການ​ລົງ​ໂທດຕໍ່ສິນຄ້າ​ຈີນ​ ໃນຂອບເຂດທີ່ກວ້າງຂວາງ ​ໃນ​ການ​ຕັດສິນ ​ທີ່​ອາດ​ຈະ​ເປັນ​ຜົນ​
ກະທົບໃນ​ລະຍະ​ຍາວ.

ຄະນະ​ກໍ​າມະ​ການ ຂອງອົງການໆ​ຄ້າ​ໂລກ ​ໄດ້​ລົງຕັດສິນ ​ໃນ​ວັນ​
ຈັນ​ວານ​ນີ້​ວ່າ ການ​ເກັບ​ພາ​ສີຕໍ່ສິນຄ້າ​ຈີນ ທີ່ນຳເຂົ້າມາໃນສະຫະ
ລັດ ​ຮວມ​ທັງ​ແຜ່ນ​ຮັບ​ແສງຕາ​ເວັນ ​ເຫຼັກແລະ​ຜະລິດຕະພັນ​ອື່ນໆ​
ນັ້ນ ແມ່ນບໍ່​ສອດຄ່ອງກັບ​ກົດ​ລະບຽບ​ຂອງ​ນາໆ​ຊາດ.

ວໍ​ຊິງ​ຕັນ​ໄດ້​ໂຕ້ຖຽງ​ວ່າ ການ​ເກັບ​ພາສີເຫຼົ່ານີ້ແມ່ນເໝາະ​ສົມ ​ເພື່ອ​
ຮັບມືກັບ​ການ​ໃຫ້ເງິນເກື້ອກູນອຸດໜຸນ ຂອງ​ລັດຖະບານ ​ແກ່​ບັນດາ​ບໍລິສັດ​ຈີນ ຊຶ່ງ​ຫລັງ
ຈາ​ກນັ້ນກໍສາມາດທຸ້ມສິນຄ້າ​ຕ່າງໆ ​ເຂົ້າ​ມາ​ໃນສະຫະລັດໃນ​ລາ​ຄາ​ທີ່​ຕໍ່າ​ກວ່າ​ຕະຫຼາດ
ຕາມທີ່ມີການກ່າວຫານັ້ນ.

ປັກ​ກິ່ງ​ຊຶ່ງໄດ້​ຍືນຄຳ​ຟ້ອງ​ຮ້ອງ​ໃນ​ປີ 2012 ​ໂຕ້​ຖຽງວ່າ ການເກັບພາສີດັ່ງກ່າວ ສະ​ແດງ​ໃຫ້​
ເຫັນ​ວ່າ ສະຫະລັດໃຫ້ການປົກ​ປ້ອງຄຸ້ມຄອງທີ່​ຜິດ​ກົດໝາຍຕໍ່ຜູ້​ຜ ລິດ​ອາ​ເມຣິກັນ. ຄຳ​ຟ້ອງ​
ຮ້ອງ​ນີ້ແມ່ນກວມ​ເອົາສິນຄ້າຈີນໃນມູນຄ່າ​ຫຼາຍ​ກວ່າ 7​ ພັນ 2 ​ລ້ານ​ໂດ​ລາ ​ໃນແຕ່ລະປີ.

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ສະຫະລັດ ຈະຂໍ​ອຸທອນ​ຕໍ່​ການ​ຕັດສິນດັ່ງກ່າວນີ້ຫລືບໍ່. ຜູ້​ຕາງ
ໜ້າການ​ຄ້າສະຫະລັດ ທ່ານ Mark Foreman ກ່າວ​ວ່າ ລັດຖະ ບານ ກຳລັງ “ຊັ່ງຊາຢ່າງ​ລະມັດລະວັງ ເບິ່ງທາງ​ເລືອກຂອງຕົນ​” ​ແຕ່​ຈະ​ສືບ​ຕໍ່ ເອົາມາດຕະການແກ້ໄຂ “ຢ່າງ​ແຮງ
​ແລະ​ມີປະສິດທິຜົນ” ຕໍ່ການໃຫ້ເງິນອຸດໜຸນ ແບບ​ບໍ່​ທ່ຽງທຳ.

ກະຊວງ​ການ​ຄ້າ​ຈີນ ​ໄດ້ສະແດງຄວາມ​ຍິນ​ດີ​ຕໍ່ການ​ຕັດສິນ ​ແລະ​ຮຽກຮ້ອງ​ໃຫ້ ສະຫະລັດ
“​ແກ້​ໄຂ​ຄວາມ​ຜິດພາດ​ຂອງ​ຕົນ” ​ເພື່ອ “ຄໍ້າປະກັນບັນຍາກາດ ໃນການ​ແຂ່ງຂັນທີ່ທ່ຽງ​ທໍາ.” ແຕ່​ກະຊວງ​ການ​ຄ້າຈີນ​ຍັງກ່າວວ່າ ຕົນ​ມີ​ຄວາມ​ເສຍ​ໃຈທີ່ຄະນະ​ກຳມະ​ການໆຄ້າ​ໂລກ ​ໄດ້​ປະຕິ​ເສດຕໍ່ຂໍ້​ໂຕ້ຖຽງ​ຂອງປັກ​ກິ່ງ ຈຳນວນນຶ່ງ.

US CHINA WTO VO
please wait
Embed

No media source currently available

0:00 0:00:45 0:00

XS
SM
MD
LG