ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາຍຊາວຢູເຄຣນ ທີ່ຈີ້ເຮືອບິນ ໃຫ້ໄປລົງໂຊຈີ ທວງໃຫ້ປ່ອຍຕົວ ນັກໂທດທັງໝົດ ໃນຢູເຄຣນ (ວີດີໂອ)


ຜູ້ໂດຍສານ ກໍາລັງລົງຈາກເຮືອບິນ ທີ່ນັກບິນສາມາດເອົາໄປ ລົງຈອດ ທີ່ສະໜາມບິນເມືອງ Istanbul ໄດ້ຢ່າງປອດໄພ.
ຜູ້ໂດຍສານ ກໍາລັງລົງຈາກເຮືອບິນ ທີ່ນັກບິນສາມາດເອົາໄປ ລົງຈອດ ທີ່ສະໜາມບິນເມືອງ Istanbul ໄດ້ຢ່າງປອດໄພ.
ເຈົ້າໜ້າ​ທີ່​ສອບ​ສວນ ​ເວົ້າ​ວ່າ ຊາຍ​ຊາວ​ຢູ​ເຄຣນ ຜູ້​ທີ່ໄດ້ພະຍາ
ຍາມ​ຈີ້​ເຮືອບິນ ພານິດ​ລໍາ​ນຶ່ງ ທີ່​ບິນ​ມຸ້ງ​ໜ້າ​ໄປ​ຍັງ​ປະ​ເທດ​ເທີ​ກີ
ໃຫ້​ບິນໄປ​ຍັງ​ Sochi ທີ່ເປັນ​ເຈົ້າພາ​ບຈັດ​ງານແຂ່ງຂັນ​ກິລາ​ໂອ
​ລິ​ມປິກ​ຢູ່​ໃນ​ຂະນະ​ນີ້ ​ແມ່ນ​ມີ​ເປົ້າ​ໝາຍ​ເພື່ອ​ກົດ​ດັນ​ໃຫ້​ປ່ອຍ​ຕົວ
​ພວກ​ນັກ​ໂທດ​ໃນ​ປະ​ເທດ​ຂອງ​ຕົນ.

ທ່ານ Maxim Lenko ​ແຫ່​ງກົມ​ສືບສວນ​ຂອງ​ຫ້ອງການ​ຮັກສາ​ຄວາມປອດ​ໄພ​ຢູເຄຣນ ​ໄດ້​ອອກ​ມາ​ຖະ​ແຫຼງຂ່າວເມື່ອ​ວັນ​ເສົາ​ວານ​ນີ້​ວ່າ ຊາຍ​ຄົນ​ນັ້ນ ​ໄດ້ຂູ່​ວ່າ​ຈະລະ​ເບີດ​ເຮືອບິນ ຖ້າ​ຫາກ​ຂໍ້​ຮຽກຮ້ອງ​ຂອງ​ຕົນ​ບໍ່ໄດ້​ຮັບ​ການ ຕອບ​ສະໜອງ.

ທ່ານ Lenko ​ເວົ້າ​ວ່າ “ຜູ້​ໂດຍສານ​ຄົນ​ນຶ່ງ ຢູ່​ເທິງ​ເຮືອບິນ​ລໍາ​ນີ້ ຄືປະມານ​ນຶ່ງ​
ຊົ່ວ​ໂມງ ຫຼັງຈາກ​ເຮືອບິນ​ແລ່ນ​ຂື້ນ​ ​ໄດ້​ພັງ​ເຂົ້າ​ໄປ​ຫ້ອງ​ບັງຄັບເຮືອບິນ ແລະ​
ບອກ​ໃຫ້​ນັກບິນ​ປ່ຽນ​ເສັ້ນ​ບິນ ​ໂດ​ຍໃຫ້​ບິນ​ໄປ​ຍັງ​ເມືອງ Sochi ບ່ອນ​ທີ່​ຜູ້​ກ່ຽວ
​ເວົ້າ​ວ່າ ປະທານາທິບໍດີ Yanukovych ​ແລະ ພູ​ຕິນ ຢູ່​ທີ່​ນັ້ນ ແລະມື​ຂອງ
​ພວກ​ເຂົາ​ເຈົ້າ​ເປື້ອນ​ດ້ວຍ​ເລືອດ ​ແລະ​ຜູ້ກ່ຽວ​ໄດ້​ທວງໃຫ້​ປ່ອຍ​ຕົວ​ພວກ​ນັກ​
ໂທດ​ທັງ​ໝົດ​ໃນຢູ​ເຄຣນ ນັ້ນ.”


​ເຮືອ​ບິນ​ລໍາ​ດັ່ງກ່າວ ທີ່ບັນທຸກ​ຜູ້​ໂດຍສານ 110 ຄົນ ກໍາລັງ​ມຸ້ງ​ໜ້າ​ໄປ​ຍັງ​ Istanbul ຈາກ
ເມືອງ Kharkov ປະ​ເທດ​ຢູ​ເຄຣນ ​ໃນ​ເວລາທີ່​ການ​ພະຍາຍາມຈີ້​ເຮືອບິນ​ ເກີດ​ຂຶ້ນ.

ທ່ານ Lenko ​ເວົ້າ​ວ່າ ລູກ​ເຮືອ​ໄດ້ເກ້​ຍກ່ອມ​ໃຫ້​ຜູ້​ຕ້ອງ​ສົງ​ໄສ​ຢູ່​ໃນ​ຄວາມ​ສະຫງົບ ​ແລະ
ຕົວະ​ເຂົາ​ວ່າ ​ໄດ້​ປ່ຽນ​ເສ້ນ​ທາງ​ບິນ​ໄປ​ຍັງ Sochi ​ແລ້ວ ​ແຕ່ນັກ​ບິນ​ໄດ້​ພາ​ເຮືອບິນໄປລົງ​
ສະໜາມບິນ​ເມືອງອີສຕັນ​ບູນ​ໄດ້​ຢ່າງປອດ​ໄພ ​ໂດຍມີ​ເຮືອບິນ​ກອງທັບ​ອາກາດ​ເທີ​ກີ​
ສອງລໍາ ບິນ​ຂຶ້ນ​ໄປ​ອາລັກຂາ. ​ເຈົ້າ​ໜ້າ​ທີ່ບໍ່​ພົບ​ເຫັນ​ວັດຖຸ​ລ​ະ​ເບີດ ຫຼືອາວຸດ​ໃດໆ ຢູ່​ເທິງ​ເຮືອບິນ.

ພວກ​ເຈົ້າໜ້າ​ທີ່ເວົ້າ​ວ່າ ຜູ້​ຕ້ອງ​ສົງ​ໄສ​ເມົາ​ເຫຼົ້າຢ່າງ​ໜັກ ​ເວລາ​ເກີດ​ເຫດນັ້ນ.

Sochi Hijack Attempt
please wait
Embed

No media source currently available

0:00 0:00:43 0:00





I
XS
SM
MD
LG