ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີທາງຄອມພິວເຕີ ທົ່ວໂລກ ຂະຫຍາຍກວ້າງອອກໄປເປັນມື້ທີສອງ


ຮູບໜ້າຈໍຂອງຕຳເຕືອນ ຈາກການໂຈມຕີທີ່ອ້າງວ່າເປັນການ
ຮຽກຄ່າໄຖ່.
ຮູບໜ້າຈໍຂອງຕຳເຕືອນ ຈາກການໂຈມຕີທີ່ອ້າງວ່າເປັນການ ຮຽກຄ່າໄຖ່.

ການໂຈມຕີທາງຄອມພິວເຕີ ຫຼືຊາຍເບີອັດແທັກ ຕໍ່ເຄືອຂ່າຍຂໍ້ມູນນັບເປັນສິບໆພັນແຫ່ງ
ຢູ່ ໃນຫຼາຍໆປະເທດທີ່ກະທົບຍ້ອນໄວຣັສ ຫຼື ມາລແວ ທີ່ພາໃຫ້ເປີດເອກະສານບໍ່ໄດ້
ນອກຈາກວ່າ ຈະສົ່ງເງິນຄ່າໄຖ່ໄປໃຫ້ກ່ອນ ໄດ້ແຜ່ລາມອອກໄປ ຕື່ມໃນວັນເສົາວານນີ້ ຊຶ່ງບໍ່ໄດ້ມີລາຍງານຄືບໜ້າຫຽັງເລີຍ ວ່າຜູ້ໃດພະຍາຍາມທຳການປອງຮ້າຍດັ່ງກ່າວ.

ພວກນັກຊ່ຽວຊານດ້ານຄວາມປອດໄພຂອງຄອມພິວເຕີ ມີຄວາມໜັ້ນໃຈວ່າ ຜູ້ໃດທີ່ຮັກ
ສາຄອມພິວເຕີສ່ວນໂຕຂອງຕົນ ໃຫ້ຢູ່ໃນລະບົບປະຈຳວັນແຕ່ລະມື້ ພວກເຂົາເຈົ້າກໍຈະ
ຢູ່ໃນສະພາບທີ່ປອດໄພສົມຄວນ.

ພວກນັກຊ່ຽວຊານແນະນຳວ່າ ບໍ່ໃຫ້ຈ່າຍເງິນຄ່າໄຖ່ດັ່ງກ່າວ ຊຶ່ງເທົ່າກັບ 300 ໂດລາສົ່ງ
ໃຫ້ທາງ digital ແບບທີ່ມີຕົວເລກແລະໂຕອັກສອນປະປົນກັນຕັ້ງຫຼວງຫຼາຍຢ່າງນັບບໍ່
ຖ້ວນ.

ຢ່າງໃດກໍດີ ພວກເຈົ້າຂອງຜູ້ຮຽກຄ່າໄຖ່ “Wannacry” ກໍໄດ້ບອກພວກເຫຽື່ອທັງຫຼາຍ
ຂອງຕົນວ່າ ເຂົາເຈົ້າຈະໄດ້ຈ່າຍເປັນສອງເທົ່າ ຖ້າບໍ່ປະຕິບັດຕາມຄຳຮຽກຮ້ອງ ພາຍໃນ
ສາມມື້ ຕາມກຳນົດ ຊຶ່ງໃນຫຼາຍໆກໍຣະນີ ຈະແມ່ນພາຍໃນວັນຈັນນີ້ມື້ອື່ນນີ້. ແລະພວກຜູ້
ຮ້າຍ ຫຼືແຮັກເກີເຫຼົ່ານັ້ນ ເຕືອນວ່າ ໃຫ້ລຶບເອກະສານທຸກຢ່າງທີ່ຖືກກະທົບຖິ້ມໝົດ ຖ້າ
ເຂົາເຈົ້າບໍ່ຈ່າຍເງິນທີ່ຣຽກກຮ້ອງພາຍໃນເຈັດມື້.

A cyberattack against tens of thousands of data networks in scores of countries, all infected by malware that locks computer files unless a ransom is paid, spread further in its second day Saturday, with no progress reported in efforts to determine who launched the plot.

Computer security experts assured individual computer users who have kept their PC operating systems updated that they are relatively safe.

They advised those whose networks have been effectively shut down by the ransomware attack not to make the payment demanded -- the equivalent of $300, paid in the digital currency bitcoin, delivered to a likely untraceable destination that consists merely of a lengthy string of letters and numbers.

However, the authors of the "WannaCry" ransomware attack told their victims the amount they must pay will double if they do not comply within three days of the original infection -- by Monday, in most cases. And the hackers warned that they will delete all files on infected systems if no payment is received within seven days.

XS
SM
MD
LG