ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພໍ່ຕູ້ ຍີ່ປຸ່ນ ທີ່ຍືນທີ່​​ສຸດ ໃນ​ໂລກ ເສຍຊີວິດແລ້ວ ຮວມອາຍຸ 116 ປີ (ວີດີໂອ)


ທ່ານ Jiroemon Kimura(ກາງ) ຮັບໂລ່ແລະຖ່າຍຮູບກັບ ບັນນາທິການ Guinness World Records ທ່ານ Craig Glenday (ຂວາ) ແລະ ຕົວແທນ Guinness World Records ຂົງເຂດ Asia-Pacific ທ່ານ Frank Foley
ທ່ານ Jiroemon Kimura(ກາງ) ຮັບໂລ່ແລະຖ່າຍຮູບກັບ ບັນນາທິການ Guinness World Records ທ່ານ Craig Glenday (ຂວາ) ແລະ ຕົວແທນ Guinness World Records ຂົງເຂດ Asia-Pacific ທ່ານ Frank Foley
ຜູ້​ມີ​ອາຍຸ​ສູງທີ່ສຸດຂອງ​ໂລກ​ ​ແລະ​ເປັນ​ຄົນ​ເຖົ້າ​ທີ່​ສຸດ​ໃນ​ປະຫວັດ
ສາດທີ່​ມີການ​ບັນທຶກ​ໄວ້​ນັ້ນ ​ໄດ້​ເສຍ​ຊີວິດ​ແລ້ວ ​ໃນ​ພາກ​ຕາ​ເວັນ
​ຕົກ​ຂອງ​ຍີ່ປຸ່ນ ຮວມອາຍຸ​ໄດ້ 116 ປີ.

​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນກ່າວ​ວ່າ ທ່ານ Jiroemon Kimura ​ເສຍ​ຊີ​ວິດ​ໄປ​ໃນ​ວັນ​ພຸດ​ມື້​ນີ້ ດ້ວຍ​ໂຣກ​ຊະລາ​ ​ໃນ​ໂຮງພະຍາບານແຫ່ງ​ນຶ່ງ ໃກ້ໆ​ກັບນະຄອນ Kyoto ບ່ອນ​ທີ່​ທ່ານ​ໄດ້​ຮັບ​ການ​ຮັກສາ​ພະຍາບານ​ ​ອາການ​ປອດ​ບວມ.

ບັນທຶກ Guinness World Record ກ່າວ​ວ່າ ທ່ານ Kimura
ທີ່ເກີດໃນ​ປີ 1897 ​ເປັນ​ຊາຍ​ຜູ້​ດຽວ​ທີ່​ມີ​ອາຍຸ​ຍືນ​ຮອດ 116 ປີ.
ບັນທຶກ​ດັ່ງກ່າວ​ໄດ້​ຮັບຮູ້​ວ່າ ທ່ານ​ເປັນ​ຜູ້​ສູງ​ອາຍຸທີ່​ສຸດ ​ທີ່ຍັງ​ມີ​ຊີວິດ​ສູງ​ສຸດ​ໃນ​ເດືອນທັນວາ
ຜ່ານ​ມາ​ນີ້ ຫຼັງ​ຈາກ​ທີ່ແມ່ຕູ້​ຊາວ​ອາ​ເມຣິກັນ ອາຍຸ 115 ປີ​ ໄດ້​ເສຍ​ຊີວິດໄປ.

ທ່ານ Kimura ​ທີ່​ເຄີຍເຮັດ​ວຽກ​ຢູ່​ໂຮງໄປສະນີ ແລະ​ຕໍ່​ມາ​ໄດ້​ຍຶດອາຊີບ​ເປັນ​ຊາວນານັ້ນ ​
ມີ​ລູກ 7 ຄົນ​ທີ່​ຍັງ​ມີຊີວິດ​ຢູ່​ ​ຫຼານ 14 ຄົນ ເຫຼ​ນ 25 ຄົນ ແລະ​ຫຼ້ອນ 15 ຄົນ.

​ອິງ​ຕາມລາຍ​ງານສື່ຕ່າງໆ​ນັ້ນ ທ່ານ Kimura ເວົ້າ​ວ່າ ສິ່ງ​ທີ່​ເອື້ອ​ອໍານວຍໃຫ້​ທ່ານມີ​ອາຍຸ
ຍືນແບບ​ນີ້ ​ແມ່ນ​ການ​ທີ່ທ່ານ​ມັກໃຊ້​ຊີວິດ​ຢູ່ຂ້າງ​ນອກ​ ​ໃນ​ທ່າມກາງ​ແສງ​ແດດ​ ​ແລະ​ກິນ
ອາຫານໃຫ້ອີ​ມ ພຽງ​ແຕ່ 80% ​ເທົ່າ​ນັ້ນ.

ພ້ອມ​ກັບ​ການ​ເສຍ​ຊີວິດ​ໄປ​ຂອງ​ພໍ່​ຕູ້ Kimura ນີ້ ​ແມ່ຕູ້ Misao Okawa ​ອາຍຸ 115 ​ປີ
ຈາກ​ເມືອງ Osaka ກໍໄດ້​ກາຍ​ມາ​ເປັນ​ຜູ້​ທີ່​ສູງ​ອາ​ຍຸທີ່​ສຸດຂອງ​ໂລກ ​ທີ່​ຍັງ​ມີ​ຊີວິດ​ຢູ່.

JAPAN OLDEST PERSON
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG