ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຝູງຊົນ ທີ່ຈະຕຸລັດ Times Square ຕ້ອນຮັບ ການມາຮອດ ຂອງປີ 2016


Revelers celebrate as confetti flies over New York's Times Square after the clock strikes midnight during the New Year's Eve celebration as seen from the Marriott Marquis hotel, Friday, Jan. 1, 2016.
Revelers celebrate as confetti flies over New York's Times Square after the clock strikes midnight during the New Year's Eve celebration as seen from the Marriott Marquis hotel, Friday, Jan. 1, 2016.

ເກືອບ​ນຶ່ງ​ລ້ານ​ຄົນ​ ຊຶ່ງ​ຫລາຍໆ​ຄົນ​ແມ່ນ​ພາກັນ​ໃສ່​ແວ່ນຕາ ທີ່
ເປັນຮູບ​ປີ​ 2016​ ​ແລະ​ໝວກ​ສີມ່ວງ ​ໂຮມ​ຊຸມ​ນຸມກັນ ​ຢູ່​ທີ່​ຈະຕຸ
​ລັດ Times Square ​ໃ​ນນະຄອນນິວຢອກ​ໃນ​ຄ່ຳ​ຄືນ​ຂອງ​ວັນ
​ພະຫັດ​ເພື່ອ​ສະ​ເຫ​ລີມສະຫຼອງ ຕ້ອນຮັບການ​ມາ​ຮອດ​ມາ​ເຖິງ
ຂອງ​ປີ​ໃໝ່.

ນັກ​ຮ້ອງ​ອັງກິດ Jessie J ​ໄດ້​ຮ້ອງ​ເພງ Imagine ຂອງ John
Lennon ​ໃຫ້​ພວກ​ທີ່​ໄປ​ຮ່ວມ​ສະຫຼອງ​ຟັງ​ກ່ອນ​ທີ່​ບານ​ແກ້ວ​ຂະ
ໜາດ​ໃຫຍ່​ຕາມ​ປະ​ເພນີ ຈະ​ຮຸ່ງ​ເປັນ​ແສງສີ​ຂຶ້ນ​ໃນ​ຕອນ​ທ່ຽງ​ຄືນ​
ທີ່​ຂອບ​ຟ້າ​ຂອງ​ນະຄອນ​ນິວຢອກ.

ໄດ້​ມີ​ການ​ຫວ່ານເສດ​ເຈ້ຍ​ສີ​ແລະຈູດບັ້ງ​ໄຟ​ດອກ​ໃຫ້​ສະຫວ່າງສະ​ໄຫວ​ທ້ອງຟ້າ ໃນການ
ສະ​ເຫລີ​ມສະຫຼອງ​ ທີ່​ໃຫຍ່​ທີ່​ສຸດ ​ຢູ່​ໃນສະຫະລັດ.​ ຫລັງ​ຈາກ​ນັ້ນ ຝູງ​ຊົນກໍ​ພາກັນ​ຟັງ​ເພງ​
New York, New York ຂອງ Frank Sinatra ​ເພງ America ຂອງ Ray Charles ​
ແລະ​ເພງ Wonderful World ຂອງ Louis Armstrong.

New Year Celebrations
please wait
Embed

No media source currently available

0:00 0:01:58 0:00

ການ​ຮັກສາ​ຄວາມ​ປອດ​ໄພ​ ແມ່ນໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງ​ຄັດ​ ຢູ່​ບ່ອນ​ສະ​ເຫຼີ​ມສະຫຼອງໃນ​
ນະຄອນ​ນິວຢອກ​ ຊຶ່ງ​ເຈົ້າໜ້າ​ທີ່​ ກ່າວວ່າ​ ມີ​ຕຳຫຼວດ ທັງ​ໃນ​ເຄື່ອງ​ແບບ ນອກເຄື່ອງແບບ ແລະອື່ນໆ​ອີກ​ເຂົ້າຮ່ວມ 6,000 ຄົນ.​ ຕຳຫຼວດບາງ​ຄົນ​ແມ່ນ​ມີ​ປືນຍາວ​ເປັນ​ອາວຸດ​ ຫລືບໍ່​
ກໍ​ເຄື່ອງ​ກວດກຳ​ມັນ​ຕະພາບ​ລັງສີ​ແລະ​ໝາ​ສືບ​ກິ່ນ​ລະ​ເບີດ. ບໍ່​ມີ​ລາຍ​ງານ​ວ່າມີ​ຫຍັງ​ເກີດ​
ຂຶ້ນ ​ນອກ​ເໜືອ​ໄປ​ຈາກ ​ການ​ສະ​ເຫຼີມສະຫຼອງ​ຕ້ອນຮັບ ​ການ​ມາ​ຮອດ​ມາ​ເຖິງຂອງປີ​ໃໝ່
​ພ້ອມ​ກັນ​ກັບ​ເມືອງ​ຕ່າງໆໃນ​ເຂດ​ແຄມ​ຝັ່ງ​ທະເລກ້ຳຕາ​ເວັນ​ອອກ​ຂອງ​ສະຫະລັດ.

​ເຈົ້າໜ້າ​ທີ່​ສະຫະລັດ ​ກ່າວ​ວ່າ ຕົນ​ໄດ້​ຕິດຕາມ​ເບິ່ງ​ການ​ຕິດ​ຕໍ່​ສື່ສານ​ກັບ​ຕ່າງປະເທດ​ເພື່ອ​ກວດ​ສອບ​ເບິ່ງ ​ການ​ຂົ່ມ​ຂູ່​ຕ່າງໆ ​ໂດຍ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ມີ​ການ​ເຝົ້າດູ​ແລ​ຄວາມ​ປອດ​ໄພ​ລຸນ​ຫລັງ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ເມື່ອ​ໄວໆ​ມານີ້ ຢູ່​ທີ່​ເມືອງ San Bernadino ​ໃນ​ລັດ​ຄາ​ລີ​ຟໍ​ເນຍແລະ​ທີ່​ນະຄອນຫຼວງປາຣີ.

ທະຫານແບລຢ້ຽມຢືນຍາມ ທີ່ພະລາຊະວັງຫຼວງ ໃນນະຄອນ Brussels
ທະຫານແບລຢ້ຽມຢືນຍາມ ທີ່ພະລາຊະວັງຫຼວງ ໃນນະຄອນ Brussels

ເຈົ້າໜ້າ​ທີ່​ໃນ​ພາກ​ເໜືອ​ຂອງ​ລັດ​ນິວຢອກໄດ້​ຈັບ​ກຸມ​ຜູ້​ຊາຍ​ອາຍຸ 25 ປີ​ຄົນ​ນຶ່ງໃນ​ຂໍ້​ຫາ​ວາງ​
ແຜນ​ໂຈມ​ຕີ ​ຮ້ານ​ອາຫານ ​ທີ່​ນະຄອນ​ນິວຢອກ ​ໃນ​ຄ່ຳ​ຄືນ​ກ່ອນ​ວັນຂຶ້ນປີ​ໃໝ່ ​ໃນ​ນາມ​ຂອງ​
ກຸ່ມ​ລັດ​ອິສລາມ.​ ທ້າວ Emanuel Lutchman ທີ່​ເມືອງ Rochester ​ໄດ້​ຖື​ກກ່າວ​ຫາ​ວ່າ ພະຍາຍາມ​ສະໜອງ​ອຸບປະກອນ​ສະໜັບສະ​ໜຸນ​ພວກ​ກໍ່​ການ​ຮ້າຍ.

ການຈູດບັ້ງໄຟດອກທີ່ສວຍງາມ ເໜືອແມ່ນ້ຳ Thames ແລະຫໍຄອຍ Elizabeth ຂອງພະລາຊະວັງ Westminster
ການຈູດບັ້ງໄຟດອກທີ່ສວຍງາມ ເໜືອແມ່ນ້ຳ Thames ແລະຫໍຄອຍ Elizabeth ຂອງພະລາຊະວັງ Westminster

ສ່ວນ​ຢູ່​ບ່ອນ​ອື່ນໆ​ໃນ​ໂລກ​ນັ້ນ​ ຄວາມ​ຢ້ານ​ກົວ​ກ່ຽວ​ກັບ​ການ​ກໍ່ການ​ຮ້າຍ ​ໄດ້​ພາ​ໃຫ້​ມີ​ການ
​ເພີ້ມການ​ຮັກສາ​ຄວາມ​ປອດ​ໄພ ​ຢູ່​ໃນ​ບາງ​ບ່ອນຫລື​ບໍ່​ກໍ​ພາກັນ​ຍົກ​ເລີກການສະ​ເຫລີມສະ ຫຼອງທີ່​ມີ​ຝູງ​ຊົນ​ເປັນ​ຈຳນວນ​ຫຼວງຫຼາຍ​ເຂົ້າຮ່ວມ ​ເພື່ອ​ຕ້ອນຮັບການ​ມາ​ຮອດ​ມາ​ເຖິງ​ຂອງ
​ປີ​ໃໝ່.

XS
SM
MD
LG