ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວັນອິດສະລະພາບ ດ້ານຂ່າວສານໂລກ ແມ່ນຫຍັງ?


ຜູ້ຊາຍຄົນນຶ່ງອ່ານຂ່າວປະຈຳວັນ ໜັງສືພິມ Ozgur ທີ່ພາດຫົວຂໍ້ວ່າ " ການປ້ອງກັນຢ່າງນອງເລືອດ" ທີ່ນະຄອນ Istanbul ປະເທດເທິກີ ວັນທີ 6 ມີນາ, 2016.
ຜູ້ຊາຍຄົນນຶ່ງອ່ານຂ່າວປະຈຳວັນ ໜັງສືພິມ Ozgur ທີ່ພາດຫົວຂໍ້ວ່າ " ການປ້ອງກັນຢ່າງນອງເລືອດ" ທີ່ນະຄອນ Istanbul ປະເທດເທິກີ ວັນທີ 6 ມີນາ, 2016.

ຊາວຫ້າປີຫຼັງຈາກໂລກໄດ້ປະກາດວ່າ ອິດ​ສະລະ​ພາບດ້ານ​ຂໍ້​ມູນຂ່າວສານ ເປັນພື້ນຖານ ສິດທິມະນຸດ ​ແຕ່ບັນດານັກຂ່າວກຳລັງໄ​ດ້ຮັບ​ການຂົ່ມຂູ່​ເພີ້ມຂຶ້ນ ຈາກກວດສອບຂອງ ທາງການຖືກຮາ​ວິລົບກວນ ​ຈັບ​ກຸມ​ຄຸມ​ຂັງ ແລະແມ່ນແຕ່ຖືກສັງຫານກໍ​ມີ.ນັກຂ່າວ ວີໂອເອ Richard Green ມີລາຍລະອຽດເພີ້ມເຕີມຈາກວໍຊິງຕັນ ກ່ຽວກັບສະພາບການໃນປັດຈຸ ບັນ ຂອງສິດ​ເສລີພາບ​ສື່​ມວນ​ຊົນ ເນື່ອງໂອກາດການ​ສະຫລອງວັນ​ອິດສະຫຼະພາບ​ດ້ານ ການ​ຂ່າວ​ຂອງ​ໂລກ ​ເມື່ອໄວ​ໆ​ມານີ້ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ ​ຕໍ່​ໄປ.

ຢູ່ໃນລາຍງານປະຈຳປີ ກ່ຽວກັບອິດ​ສະລະ​ພາບ​ຂອງສື່​ມວນ​ຊົນ​ໃນທົ່ວໂລກ ກຸ່ມສັງເກດ ການສິດທິມະນຸດ Freedom House ກ່າວວ່າ ອິດ​ສະລະ​ພາບ​ດ້ານ​ການຂ່າວໄດ້ຕົກສູ່ ຈຸດຕໍ່າສຸດໃນຮອບ 12 ປີ ​ໂດຍ​ລະບຸ ວ່າກຳລັງ​ທາງການເມືອງ ພວກ​ກໍ່​ອາ​ຊະ​ຍາ​ກຳ ແລະ ພວກກໍ່ການຮ້າຍຢູ່ເບື້ອງຫລັງການຊຸດ​ໂຊມ​ລົງ​ດັ່ງກ່າວ.

ຮ່ວມ​ຢູ່​ໃນບັນດາປະເທດ ທີ່​ຖືກ​ລະບຸ​ຊື່ ຢູ່ໃນລາຍງານ ຂອງ​ອົງການ Freedom House ແມ່ນອີຈິບ ທີ່ຖືກ​ລະບຸວ່າເປັນນຶ່ງ​ໃນເກົ້າປະເທດ ອິດ​ສະລະ​ພາບດ້ານຂ່າວສານ​ໄດ້​ຫລຸ​ດ ລົງ​ຢ່າງ​ຫຼວງຫຼາຍໃນພຽງ​ໄລຍະ ນຶ່ງປີ.

ນັກຂ່າວອີຈິບ ທ່ານ Khaled Dawoud ກ່າວວ່າ ລັດຖະບານປະທາ ນາທິບໍດີ Abdel Fattah el-Sissi ເຊື່ອວ່າ ສື່ມວນຊົນຄວນທີ່ຈະມີໜ້າ​ທີ່ຫລາຍ​ໄປ​ກວ່າກົງຈັກໂຄສະນາ ຊວນເຊື່ອ ໜ້ອຍ​ນຶ່ງ.

ທ່ານ Dawoud ກ່າວວ່າ “ກົດຂອງພວກເຮົາກໍຄືສະໜອງ​ການລາຍງານຂ່າວແບບກົງ​ໄປ ​ກົງ​ມາ​ ແລະ​ໜ້າເຊື່ອຖື ກ່ຽວ​ກັບ​ເຫດການ​ຕ່າງໆທີ່ກຳລັງເກີດຂຶ້ນໃນອີຈິບ. ແລະສະ ພາບ​ ການ​ໂຕຈິງຈະລາ​ຍງານ​ມັນເອງ ມັນບໍ່ແມ່ນສື່​ມວນ​ຊົນ ມັນ​ບໍ່​ແມ່ນ​ນັກ​ຂ່າວ ທີ່​ ສ້າງ​ຄວາມ​ຈິງຂຶ້ນມາ ​ມັນເປັນ​ການ​ກະທຳ​ທີ່ຜິດ​ຂອງ​ລັດຖະບານ ມັນ​ການທາງ​ເລື​ອກ ທີ່​ຜິດຂອງ​ລັດຖະບານ ​ຊຶ່ງຄວາມ​ຈິງ​ແລ້ວ ໄປນຳ​ໄປ​ສູ່ການ​ປະ​ທ້ວງ. ມັນບໍ່ແມ່ນສື່ມວນ ຊົນ. ເພາະສະນັ້ນ ຖ້າຫາກທ່ານຍັງ​ສືບ​ຕໍ່ ​ທຳ​ການໂຄສະນາຊວນເຊື່ອ ​ໂດຍ​ຜ່ານທາງ ສື່ມວນຊົນ ​ແຕ່​ນັ້ນມັນບໍ່ແມ່ນວິທີທາງທີ່ຈະແກ້ໄຂບັນຫາ ທາງ​ດ້ານເສດຖະກິດ ຫລື ບັນຫາການເມືອງຂອງ​ອີ​ຈິບ​ໄດ້.”

ທ່ານ Tom Malinowksi ລັດຖະມົນຕີຊ່ວຍ​ວ່າການກະຊວງການຕ່າງປະເທດສະຫະ ລັດ ຮັບຜິດຊອບ​ໃນ​ເລື້ອງປະຊາທິປະໄຕ ສິດທິມະນຸດ ແລະແຮງງານ ກ່າວຕໍ່ ວີໂອເອ ວ່າ ມີນັກຂ່າວຫລາຍກວ່າ 70 ຄົນໄດ້ຖືກຂ້າຕາຍຢູ່ທົ່ວໂລກໃນປີກາຍນີ້.

ທ່ານ Malinowski ກ່າວວ່າ “ບ່ອນໃດທີ່ປະຕິເສດຕໍ່ອິດ​ສະລະພາບ​ດ້ານ ຂ່າວສານ ພວກເຮົາມີ​ທ່າ​ທາງ​ວ່າຈະ​ໄດ້ເຫັນການຂັດແຍ້ງແລະສົງຄາມ ​ເກີດ​ຂຶ້ນ. ພວກເຮົາ ມີ ທ່າ​ທາງ​ວ່າ ຈະ​ໄດ້ເຫັນມີ​ການສໍ້ລາດບັງຫຼວງຫຼາຍຂຶ້ນ. ພວກເຮົາມີ​ທ່າ​ທາງ​ວ່າ ຈະ​ໄດ້ເຫັນການພັງທະລາຍລົງຂອງການປົກຄອງທີ່ດີ.”

ກະຊວງຕ່າງປະເທດສະຫະລັດ ​ໄດ້​ສະ​ເຫລີ​ມສະ​ຫລອງວັນອິດ​ສະລະ​ພາບ​ດ້ານຂ່າວ ສານຂອງໂລກ ໂດຍດຶງດູດຄວາມສົນໃຈ​ໄປ​ຍັງບັນດານັກຂ່າວ ຊຶ່ງກ່ອນໜ້ານີ້ຖືກ​ລະບຸ ວ່າ ​ໄດ້​ຮັບ​ການລົງ​ໂທດ​ດຳ​ເນີນ​ຄະດີ ເພາະການລາຍງານຂອງເຂົາເຈົ້າ ແລະສະພາບ ການກ່ຽວ​ກັບ​ເລື້ອງນີ້ຍັງບໍ່ທັນ​ດີຂຶ້ນ​ເລີຍ.

ເລື້ອງລາວຂອງເຂົາເຈົ້າ​ແມ່ນ​ໄດ້​ມີ​ການ​ກ່າວ​ເຖິງຢູ່​ໃນ​ເວັບໄຊ Human Rights.gov ແລະ​ໄດ້​ຖືກ​ສົ່ງຕໍ່​ທາງ Tweeter ພາຍ​ໃຕ້ຫົວ​ຂໍ້ “Free the Press.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG