ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາປະເທດມະຫາອຳນາດໂລກ ເລີ້ມສົນທະນາ ກ່ຽວກັບ ຊີເຣຍ ຮອບທີສອງ


ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຕຽມ ພ້ອມເຂົ້າຮ່ວມ ສົນທະນາຮອບສອງກ່ຽວກັບ ຊີເຣຍ.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ຕຽມ ພ້ອມເຂົ້າຮ່ວມ ສົນທະນາຮອບສອງກ່ຽວກັບ ຊີເຣຍ.

ບັນດາ​ປະ​ເທດ​ມະຫາ​ອຳນາດ ຈະ​ຊອກ​ຫາ​ສ່ອງ​ທາງໃຫ້​ແຄບ​ລົງ
​ໃນ​ຄວາມ​ແຕກ​ຕ່າງ​ຂອງ​ເຂົາເຈົ້າກ່ຽວ​ກັບ ຊີເຣຍ ​ໃນ​ວັນ​ເສົາ​ມື້​ນີ້
​ເວລາ​ເຂົ​າເຈົ້າ​ເລີ້ມ​ການ​ສົນທະນາ​ຮອບ​ທີ​ສອງ ​ເພື່ອ​ສ້າງ​ຕັ້ງ​ຮ່າງ​
ປະຕິບັດງານ ແກ້​ໄຂ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ດັ່ງກ່າວ ທີ່​ໄດ້
​ແກ່ຍາວ​ມາ​ນານ ​ແລະ​ເປັນສົງຄາມ​ກາງ​ເມືອງ​ທີ່​ສ້າງ​ຄວາ​ມ​ເສຍ
​ຫາຍ​ຫລາຍ​ທີ່​ສຸດ.

ການ​ສົນທະນາ​ຢູ່​ນະຄອນ Vienna ຄາດ​ວ່າ​ຈະ​ເນັ້ນ​ໜັກ​ໃສ່
ການ​ພິສູດ​ເຖິງ​ບັນດາ​ກຸ່ມ​ຝ່າ​ຍຄ້ານ​ຊີ​ເຣຍ ທີ່​ມີ​ແນວ​ຄິດ​ປານ​ກາງ
ພ້ອມ​ດ້ວຍພວກ​ທີ່​ພິຈາລະນາ​ວ່າເປັນ​ຜູ້​ກໍ່​ການ​ຮ້າຍ.

ສະຫະລັດ ​ແລະ​ບັນດາ​ພັນທະ​ມິດ ອາດ​ຊອກ​ຫາ​ບ່ອນ​ຂ້າມ​ໄປ​ຫາ​ຄວາມ​ແຕກ​ຕ່າງ​ກັບ
​ຣັດ​ເຊຍ ​ແລະ​ອີຣ່ານ ກ່ຽວ​ກັບ​ອານາ​ຄົດ​ການ​ເມືອງ ຂອງ​ປະ​ທາ​ນາ​ທິບໍດີ​ຊີ​ເຣຍ ທ່ານ
Bashar al-Assad. ​ເຂົາ​ເຈົ້າບັນລຸ​ຜົນ​ໜ້ອຍ​ໜຶ່ງ​ໃນ​ການ​ປະຊຸມ​ຮອບ​ທີ່​ຜ່ານ​ມາໃນ​ເດືອນ​ແລ້ວ​ນີ້.

ລັດຖະມົນ​ຕີ ​ຕ່າງປະ​ເທດ ຣັດ​ເຊຍ ທ່ານ Sergei Lavrov ​ແລະ​ລັດຖະມົນຕີ ຕ່າງປະ​
ເທດ​ອີຣ່ານ ທ່ານ Zarif ​ແລະ​ຂ້າພະ​ເຈົ້າ ​ແລະ​ຄົນ​ອຶ່ນໆ ​ໄດ້​ເຫັນ​ພ້ອມ​ໃນ​ການ​ບໍ່​ເຫັນ​ດີ”
ທີ່​ທ່ານ Kerry ​ໄດ້​ກ່າວ ​ໃນ​ຂະນະ​ທີ່​ການ​ສົນທະນາ​ໄດ້ມ້ວນທ້າຍ​ໃນ​ເດືອນຕຸລາ ທີ່ 30.

ຣັດ​ເຊຍ ​ແລະ​ອີຣ່ານ ສະໜັບສະໜູນ​ລະບອບ Assad. ສະຫະລັດ ກ່າວ​ວ່າ ຜູ້ນຳ​ຊີ​ເຣຍ
ຕ້ອງ​ອອກ​ຈາກ​ຕຳ​ແໜ່​ງ ຖ້າ​ຫາກ​ວ່າ​ຈະ​ມີ​ການ​ແກ້ໄຂ​ການ​ເມືອງ​ໃດໆ ທີ່​ແນ​ໃ​ສ່ການ​ສີ້​ນ
ສຸດສົງ​ຄາມ.

ປະທານາທິບໍດີ ຣັດ​ເຊຍ ທ່ານ Vladimir Putin ​ໄດ້​ຊັງຊາ​ກ່ຽວ​ກັບ​ບັນ​ຫາ​ໃນ​ວັນ​ສຸກ​ວານ​
ນີ້ ​ໂດຍ​ກ່າວ​ວ່າ​ ມີແຕ່ ຊີ​ເຣຍ ຜູ້​ດຽວ​ເທົ່າ​ນັ້ນ ທີ່​ຈະ​ຕ້ອງ​ຕັດສິນ​ໃຈ​ກ່ຽວ​ກັບອານາ​ຄົດ​ຂອງ
ທ່ານ Assad. ຄຳ​ຖະ​ແຫລ​ງຂອງ​ທ່ານ ​ໄດ້​ລາຍ​ງານ​ໂດຍ ຣັດ​ເຊຍ ​ແລະ​ບັນດາອົງການ
​ຂ່າວ​ເທິ​ກກີ.

ຫລັງ​ຈາກ​ທ່ານ Kerry ​ໄດ້​ມາ​ເຖິງ ນະຄອນ Vienna ​ໃນ​ຕອນ​ແລງ​ວັນ​ສຸກ​ວານ​ນີ້ ທ່ານ​ໄດ້
​ຈັດການ​ສົນທະນາ​ສອງ​ຝ່າຍ​ກັບ ທູດພິ​ເສດ​ສະຫະ​ປະຊາ​ຊາດ​ແກ່​ຊີ​ເຣຍ ທ່ານ Staffan
de Mistura ​ແລະ​ບັນດາ​ລັດຖະມົນຕີ ຕ່າງປະ​ເທດ ຈາກ​ເທິ​ກກີ ​ແລະ​ຊາ​ອຸ​ດີ ອາຣາ​ເບຍ.|

​ໄດ້​ມີ​ຄຳ​ຖາມ​ວ່າ ຖ້າ​ຫາກ​ປະ​ເທດ​ມະຫາ​ອຳນາດ ສາມາດ​ເຫັນດີ ທີ່​ຈະ​ໃຫ່້​ບັນດາກຸ່ມ​ຝ່າຍ
​ຄ້ານ​ຊີ​ເຣຍ ​ເຂົ້າ​ຮວມຂ້າມ​ຜ່າ​ນສົນທະນາ​ການ​ເມືອງ “ພວກ​ເຮົາ​ຈະ​ຮູ້​ໃນ​ມື້​ອຶ່ນນີ້.”

​ເປັນ​ທີ່​ສັງ​ເກດ​ເຫັນ​ວ່າ ຂາດ​ຈາກ​ການ​ສົນທະນາ​ຮອບ​ທີ່ສອງ ​ແມ່ນ​ລັດຖະມົນຕີ ຕ່າງປະ​
ເທດ ອີຣ່ານ ທ່ານ Mohammad Javad Zarif.

ສື່​ມວນ​ຊົນ​ອີຣ່ານ ກ່າວ​ວ່າ ຮອງ​ລັດຖະມົນຕີ ຕ່າງປະ​ເທດ ທ່ານ Hossein Amir-
Abdollahian ຈະ​ເຂົ້າຮວມ “ບໍ່​ແມ່ນໃນ​ນາມ​ຜູ້​ສັງເກດການ" ​ແຕ່ຈະ​ເປັນ​ຜູ້​ເຂົ້າຮວມທີ່​
ຈິງ​ຈັງ.” ​ເຕຫ່າ​ຣ່ານ ບໍ່​ໄດ້​ອະທິບາຍ​ເຖິງ​ການ​ຂາດ​ໄປຂອງ​ທ່ານ Zarif.

XS
SM
MD
LG