ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມະຫາອໍານາດ ຂອງໂລກ ແລະອີຣ່ານ ຕົກລົງ ຈະເຈລະຈາ ກັນອີກ ໃນເດືອນເມສາ


ບັນດາຜູ້ເຂົ້າຮ່ວມກອງປະຊຸມເຈລະຈາໂຄງການອາວຸດນິວເຄລຍ ຂອງອີຣ່ານ ທີ່ເມືອງ Almaty ປະເທດ Kazakhstan.
ບັນດາຜູ້ເຂົ້າຮ່ວມກອງປະຊຸມເຈລະຈາໂຄງການອາວຸດນິວເຄລຍ ຂອງອີຣ່ານ ທີ່ເມືອງ Almaty ປະເທດ Kazakhstan.
ອີຣ່ານ ​ແລະບັນດາປະ​ເທດ​ມະຫາ​ອໍານາດຂອງ​ໂລກ ໄດ້ຕົກ
ລົງ​ທີ່​ຈະເຈລະ​ຈາກັນ​ຕື່ມ​ອີກ ກ່ຽວ​ກັບໂຄງການ​ນິວ​ເຄລຍຂອງ
​ອີ​ຣ່ານ ສອງ​ມື້ ຫລັງ​ຈາກການ​ເຈລະຈາ “ທີ່​ດຳ​ເນີນ​ໄປ​ໃນ​ທາງ​
ບວກ" ​ແຕ່​ບໍ່​ໄດ້​ບັນລຸ​ຜົນທີ່​ສຳຄັນໃດໆ.

​ຫົວໜ້າ​ຄະນະເຈລະຈາຂອງ​ອີຣ່ານ ທ່ານ Saeed Jalili ກ່າວ​ຫລັງ​ຈາກການ​ປະຊຸມ​ກັນ ໃນ​ວັນ​ພຸດມື້ນີ້ ທີ່​ນະຄອນຫລວງ Almaty ຂອງ ປະ​ເທດ Kazakhstan ວ່າ ຂໍ້​ສະ​ເໜີ​ຫລ້າ​ສຸດ​ຂອງກຸ່ມປະ​ເທດ ທີ່​ຮ້ອງ​ວ່າ ກຸ່ມ P5+1 ນັ້ນ ​ແມ່ນ​ “ຖືກກັບ​ສະພາບ​ໂຕ​ຈິງ​ຫຼາຍກວ່າ” ​ຂໍ້ສະ​ເໜີ ຄັ້ງ​ກ່ອນໆ.

ກຸ່ມ​ດັ່ງກ່າວ ຊຶ່ງ​ປະກອບ​ດ້ວຍ ສະຫະລັດ ອັງກິດ ຝຣັ່ງ ຣັດ​ເຊຍ ຈີນ ​ແລະ​ເຢຍຣະມັນ ​ໃຊ້ການ​ເຈລະ​ຈາ​ຄັ້ງຫລ້າ​ສຸດ​ນີ້ ສະ​ເໜີໃຫ້ການ​ຜ່ອນຜັນຕໍ່​ການ​ລົງ​ໂທດ​ອີຣ່ານ ຖ້າຫາກອິຣ່ານຕົກລົງທີ່​ຈະຍຸດຕິກິດຈະ​ກຳ​ ​ກັ່ນ​ທາດ​ຢູເຣນຽມ​ຈຳນວນ​ນຶ່ງ.

ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະພາບຢູ​ໂຣບ ທ່ານ​ນາງ Catherine Ashton ກ່າວ​ວ່າ ກຸ່ມ P5+1 ຫວັງ​ວ່າ ບັນດາ​ຄະນະເຈລະ​ຈາຂອງອີຣ່ານ ຈະເບິ່ງ​ຂໍ້​ສະ​ເໜີ​ໃໝ່ ​ໄປ​ໃນ​ແງ່​ດີ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ​ແຜນການ​ດັ່ງກ່າວ​ແມ່ນ​ມີ​ເປົ້າ​ໝາຍ​ເພື່ອ “ສ້າງຄວາມ​ເຊື່ອ​ໝັ້ນ” ​ແລະ​ອໍາ​ນວຍ​ໃຫ້​ທັງ​ສອງ​ຝ່າຍ ກ້າວ​ໄປ​ຂ້າງ​ໜ້າ​ໄດ້.

ທັງ​ສອງ​ຝ່າຍວາງແຜນ​ທີ່​ຈະ​ເຈລະຈາກັນ​ໃນ​ລະດັບຜູ້ຊ່ຽວຊາ​ນ ໃນ ເດືອນ​ໜ້າ​ນີ້​ ທີ່
ນະຄອນ Istanbul ປະ​ເທດ Turkey ຊຶ່ງ​ຈະ​ຕິດຕາມ​ມາ​ດ້ວຍການປະຊຸມກັນ​ອີກ​ຮອບນຶ່ງ ລະຫວ່າງຫົວໜ້າ​ຄະນະເຈລະ​ຈາ​ ຂອງ​ທັງ​ສອງ​ຝ່າຍ ຢູ່​ນະຄອນຫລວງ Almaty ​ໃນ​ຕົ້ນເດືອນ​ເມສາ ຈະ​ມາ​ເຖິງ​ນີ້.
XS
SM
MD
LG