ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມະຫາອຳນາດໂລກ ຊຸກຍູ້ການຢຸດຍິງ ທີ່ພວມ ປະສົບບັນຫາ ໃນຊີເຣຍ


VOA60 World PM - World Powers Back Lifting Libyan Arms Embargo
please wait

No media source currently available

0:00 0:01:00 0:00

ສົງ​ຄາມ​ 5 ປີ ​ໃນຊິ​ເຣຍ ​ແມ່ນ​ເປັນ​ຈຸດ​ເພັ່ງ​ເລັງ​ໃນ​ການ​ພົບ​ປະຂອງ​ພວກ​ການ​ທູດ​ທີ່​ນະ ຄອນ​ວຽນນາ ບ່ອນ​ທີ່ ບັນດາ 17 ປະ​ເທດ ຂອງກຸ່ມ​ນາໆຊາດ ​ທີ່​ສະໜັບສະໜຸນຊິ​ເຣຍ ຫລື ISSG ​ປຶກສາ​ຫາລື​ກັນກ່ຽວ​ກັບ​ການ​ເຈລະຈາ​ທາງດ້ານ​ການ​ເມືອງ ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່ ໄປ ​ບໍ່​ມາ ​ເລື້ອງ​ຫຍຸ້ງຍາກ​ຕ່າງໆ​ໃນ​ການ​ຄວບ​ຄຸມການ​ຢຸດຍິງ ​ແລະຜົນ​ທີ່​ບໍ່ກ້ຳ​ເກິ່ງກັນຂອງ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ການຈັດ​ສົ່ງ​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳ.

ການຢຸດ​ຍິງ​ ຊຶ່ງເ​ລີ້ມ​ມີ​ຜົນ​ບັງຄັບ​ໃຊ້ ​ໃນ​ທ້າຍ​ເດືອນ​ກຸມພາຜ່ານ​ມາ​ນີ້ ພາ​ໃຫ້​ຄວາມ​ຮຸນ​ແຮງ​ຫລຸດ​ລົງ​ຢ່າງ​ຫລວງ​ຫລາຍ​ໃນ​ຊິ​ເຣຍ ​ແຕ່​ວ່າຄວາມ​ກ້າວໜ້າ​ແມ່ນ​ຄ່ອຍໆໝົດ​ໄປ​ຢ່າງຊ້າໆ.

ທະຫານອະເມຣິກັນ ຢືນຖ່າຍຮູບໃກ້ໆກັບແນວໜ້າ Nagorno-Karabakh, Azerbaijan, 6 ເມສາ, 2016.
ທະຫານອະເມຣິກັນ ຢືນຖ່າຍຮູບໃກ້ໆກັບແນວໜ້າ Nagorno-Karabakh, Azerbaijan, 6 ເມສາ, 2016.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເຢຍຣະມັນ ທ່ານ Frank-Walter Steinmeier ຊຶ່ງ​ກຳລັງຈະ​ໄປ​ຮ່ວມ​ກອງ​ປະ​ຊຸ​ມ ໄດ້​ກ່າວ​ວ່າ “ວັນ​ນີ້ ຄືກ​ານສ້າງ​ເງື່ອນ​ໄຂ ​ທີ່​ຈະ​ເຮັດ​ໃຫ້ມີ​ການ​ປະຕິ​ບັດ ການ​ຢຸດ​ຍິງ​ທີ່​ດີຂຶ້ນ.” ທ່ານ​ຍັງ​ໄດ້​ກ່າວ​ວ່າ ​ເປົ້າ​ໝາຍ​ອີກ​ອັນ​ນຶ່ງ​ ກໍ​ແມ່ນ​ການ​ປັບປຸງເງື່ອນ​ໄຂ ທາງ​ພາກ​ພື້ນ​ດິນໃນ​ຊິ​ເຣຍ ​ເພື່ອໃຫ້​ພວກ​ຕໍ່ຕ້ານຈະມີ​ແນວ​ໂນ້ມຫລາຍ​ຂຶ້ນ​ໃນການ​ທີ່​ຈະ​ເຂົ້າ ຮ່ວມ​ການເຈລະ​ຈາ​ທາງ​ການ​ເມືອງ​ທີ່​ວ່າ​ນີ້.

ສະຫະລັດ ​ແລະຣັດ​ເຊຍ ​ແມ່ນ​ພະຍາຍາມ​ທີ່​ຈະ​ໃຊ້​ອິດທິພົນ​ຂອງ​ພວກ​ເຂົາ​ເຈົ້າ ​ເພື່ອ​ສ້າງ ຄວາມ​ໝັ້ນ​ໃ​ຈ​ໃຫ້​ແກ່​ພັກ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກຮັບ​ເອົາ​ຂໍ້​ຕົກລົງ ​ໃນ​ຂະນະ​ທີ່​ພວກ​ເຂົາ​ເຈົ້າ​ພະຍາຍ​າມໃຫ້ການສະໜັບ​ສະ​ໜຸນ​ຕໍ່​ການ​ເຈລະຈາ​ສັນຕິພາບ ຊຶ່ງ​ມາ​ຮອດປະຈຸ​ບັນ​ນີ້ ​ແມ່ນ​ມີ​ຄວາມ​ຄືບ​ໜ້າ​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນ.

ແມ່ຍິງຜູ້ນຶ່ງຍ່າງຜ່ານຕຶກໃນເຂດທີ່ ກຸ່ມຝ່າຍຄ້າຍລັດຖະບານໃນເມືອງ Maaret al-Numan ແຂວງ Idlib ຊີເຣຍ, 13 ພຶດສະພາ, 2016.
ແມ່ຍິງຜູ້ນຶ່ງຍ່າງຜ່ານຕຶກໃນເຂດທີ່ ກຸ່ມຝ່າຍຄ້າຍລັດຖະບານໃນເມືອງ Maaret al-Numan ແຂວງ Idlib ຊີເຣຍ, 13 ພຶດສະພາ, 2016.

ທັງ​ສອງ​ປະ​ເທດແມ່ນ​ພາກ​ສ່ວນ​ຂອງກຸ່ມ ISSG ​ແຕ່​ ​ໃນ​ຂະນະ​ທີ່ຣັດ​ເຊຍໜຸນ​ຫຼັງ​ລະບອບ​ການ​ປົກ​ຄອງ​ຊິ​ເຣຍ ​ແລະ​ສະຫະລັດແມ່ນ​ສະໜັບສະໜຸນ​ພວກ​ຕໍ່ຕ້ານ​ນິຍົມ​ແນວທາງ​ປານ​ກາງ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ​ທ່ານ Sergey Lavrov ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ ​ໄດ້​ພົບ​ປະກັນ​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ໃນ​ຊິ​ເຣຍ. ​ອົງການ​ຂ່າວ Interfax ຂອງຣັດ​ເຊຍ ​ໄດ້​ກ່າວ​ວວ່າ ມີ​ຄວາມ​ຈຳ​ເປັນ ​ທີ່​ຈະ​ຕັດ​ເສັ້ນທາງ​ລຳລຽງ ຂອງ​ພວກ​ກໍ່​ການ​ຮ້າຍ ​ລະຫວ່າງ​ຊິ​ເຣຍ ແລະ​ຊາຍ​ແດນ ເທີ​ກີ ຊຶ່ງ​ນີ້​ແມ່ນ​ນຶ່ງ​ໃນ​ບັນ​ຫາ​ຕ່າງໆ ທີ່ໄດ້​ຍົກ​ຂຶ້ນ​ມາຫາລື​ກັນ.

ກະລຸນາອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

Kerry Mideast
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG